Homeຍ້ອງຍໍຄົນດີເດັ່ນຮອງນາຍົກ ບຸນປອນ ບຸດຕະນະວົງ ມອບເຮືອນມູນຄ່າ 60 ລ້ານ ໃຫ້ນັກຮົບເກົ່າເສຍອົງຄະ ຢູ່ເມືອງວຽງໄຊ!

ຮອງນາຍົກ ບຸນປອນ ບຸດຕະນະວົງ ມອບເຮືອນມູນຄ່າ 60 ລ້ານ ໃຫ້ນັກຮົບເກົ່າເສຍອົງຄະ ຢູ່ເມືອງວຽງໄຊ!

Published on

PRD_1807

ເມື່ອບໍ່ດົນມານີ້, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ດ​ຣ ບຸນ​ປອນ ບຸດ​ຕະ​ນະ​ວົງ ພ້ອມ​ດ້ວຍ​ຄອບ​ຄົວ ໄດ້​ມອບເຮືອນ​ເພື່ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນຈຳນວນໜຶ່ງຫລັງມູນ​ຄ່າ 60 ລ້ານ​ກີບ​ ໃຫ້​ຄອບ​ຄົວ​ທ່ານ ຄຳ​ສົນ ກວ້າງ​ອຸ​ໄທ ພະ​ນັກ​ງານ​ເສຍ​ອົງ​ຄະຢູ່​ບ້ານ​ນາ​ແທ່ນ ເມືອງວຽງ​ໄຊ ແຂວງ​ຫົວ​ພັ​ນ ໂດຍມີ​ທ່ານ ຄຳ​ຮຸ່ງ ເຮືອງວົງ​ສີ ເຈົ້າ​ແຂວງ​ຫົວ​ພັນ ແລະ ບັນ​ດາ​ພະ​ແນກ​ການ​ກ່ຽວ​ຂ້ອງເຂົ້າ​ຮ່ວມ​ເປັນ​ສັກ​ຂີພິ​ຍານ.

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາພະນັກງານປະຕິວັດອາວຸໂສ, ເສຍອົງຄະ ແລະ ເສຍສະຫລະເພື່ອຊາດໃນພາລະກິດປະຕິວັດຊາດປະຊາທິປະໄຕໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດເຊິ່ງ​ທ່ານ ຄຳ​ສົນ ກວ້າງ​ອຸ​ໄທ ເປັນ​ພະ​ນັກ​ງານ​ເສຍ​ອົງ​ຄະປະ​ຈຳ​ສູນ 11 ເມືອງວຽງ​ໄຊ ແຂວງ​ຫົວ​ພັ​ນ ທີ່ໄດ້​ເຂົ້າ​ການ​ປະ​ຕິ​ວັດປີ1945 ເສຍ​ອົງ​ຄະ​ຍ້ອນ​ສູ້​​ຮົບຢຽບ​ຫມິ່ນ​ຂອງ​ສັດ​ຕູທີ່​ສະ​ໜາມ​​​ຮົບ ແລະ ປັດຈຸ​ບັນໄດ້ພັກ​ຜ່ອນເຂົ້າ​ບຳ​ນານ​.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...