spot_img
Homeວິທະຍາສາດ-ວິທະຍາການເຫັນດີບໍ ສະເໜີ ມ. ປາຍ/ມະຫາໄລເລີ່ມຮຽນ 10 ໂມງເຊົ້າ

ເຫັນດີບໍ ສະເໜີ ມ. ປາຍ/ມະຫາໄລເລີ່ມຮຽນ 10 ໂມງເຊົ້າ

Published on

b12adce5f50c1786b367c839a0f01dec

ບໍ່​ຮູ້​ຈະ​ພົບກັບກະ​ແສ​ຄັດ​ຄ້ານ​ຫລື​ບໍ່ ເມື່ອ​ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ອັອກ​ຟອ​ດ ຄະນະ​ແພດ​ມະຫາ​ວິທະຍາ​ໄລ​ຮາ​ເວີດ ແລະ​ມະຫາ​ວິທະຍາ​ໄລ​ເນ​ວາ​ດາ ຄົ້ນ​ພົບ​ວ່າ ໂຮງຮຽນ​ແລະ​ມະຫາ​ວິທະຍາ​ໄລ​ຄວນ​ຈະ​ປ່ຽນ​ເວລາ​ເລີ່ມ​ຮຽນ ເພື່ອ​ບໍ່​ໃຫ້​ກະທົບ​ການ​ຮຽນ​ແລະ​ສຸກຂະພາບ​ຂອງ​ເດັກ

ຈາກ​ງານ​ວິ​ໄຈ​ກ່ຽວກັບ​ການ​ນອນ​ຫລ້າ​ສຸດ​ລະ​ບຸ​ວ່າ ເມື່ອ​ນັກ​ຮຽນ​ອາ​ຍຸ 10 ປີ ຄວນ​ຈະ​ເລີ່ມ​ຮຽນ 8:30 ໂມງ ແຕ່​ເມື່ອ​ອາ​ຍຸ 16 ປີ​ຄວນ​ຈະ​ເລີ່ມ​ຮຽນ 10:00 ໂມງ ແລະ​ເມື່ອ​ອາ​ຍຸ 18 ປີ ຄວນ​ຈະ​ເລີ່ມ​ຮຽນ 11:00 ໂມງ ຫາກ​ເລີ່ມ​ຕາມ​ເວລາ​ດັ່ງ​ກ່າວ​ນີ້ ຈະ​ເຮັດໃຫ້​ນັກ​ຮຽນ​ບໍ່​ຫລັບ​ໃນ​ຫ້ອງ​ຮຽນ ລວມເຖິງ​ປ້ອງ​ກັນ​ພະຍາດ​ອົດ​ນອນ​ຊຳເຮື້ອ​ທີ່​ຈະ​ມີ​ຜົນ​ກະທົບ​ຕໍ່​ການ​ຮຽນ​ແລະ​ສຸກຂະພາບ​ໄດ້

ຂໍ້​ສະເໜີ​ດັ່ງ​ກ່າວ​ມາ​ຈາກ​ການສຶກສາ​ລະບົບ​ກົນ​ໄກ​ໂມງ​ຊີວະ​ພາບ​ຂອງ​ມະນຸດ ແລະ​ການສຶກສາ​ຍີນ​ທີ່​ກ່ຽວ​ຂ້ອງ​ກັບກິດຈະ​ວັດ​​ປະຈຳວັນ 24 ຊົ່ວ​ໂມງ

ໃນ​ໄລຍະໄວ​ລຸ້ນ ໂມງ​ຊີວະ​ພາບ​ຈະ​ເຮັດວຽກ​ປ່ຽນ​ໄປ​ຈາກ​ເກົ່າ ໂດຍ​ໂມງ​ນີ້​ຈະ​ລະ​ບຸ​ຊົ່ວ​ໂມງ​ການເຮັດວຽກງານ​ທີ່​ດີ​ທີ່ສຸດ​ທີ່​ຈະ​ເຮັດໃຫ້​ໄດ້​ງານ​ແລະ​ມີສະ​ມາ​ທິ ຊຶ່ງ​ໃນ​ໄວ​ລຸ້ນ​ນັ້ນ​ເວລາ​ເຮັດວຽກ​ຈະ​ຊ້າ​ກວ່າ​ປົກກະຕິ​ເກືອບ 3 ຊົ່ວ​ໂມງ

ແລະ​ເມື່ອ​ໄວໆ​ນີ້ ກະ​ຊວງ​ສາທາລະນະສຸກ​ຂອງສະ​ຫາລັດ​ອະ​ເມ​ຣິ​ກາ​ຍັງ​ໄດ້​ເຜີຍແຜ່​ບົດ​ຄວາມ​ສະໜັບສະໜູນ​ໃຫ້​ມີ​ການ​ປ່ຽນ​ແປງ​ເວລາ​ເລີ່ມ​ຮຽນ​ໃນ​ລະ​ດັບ​ມັດທະ​ຍົມ​ສຶກ​ສາ​ຕອນ​ຕົ້ນ​ແລະ​ຕອນ​ປາຍ​ທົ່ວ​ທັງ​ສະ​ຫາລັດ​ອະ​ເມຣິ​ກາ​ອີກ​ດ້ວຍ

ເຊັ່ນ​ດຽວ​ກັນ ພອນ ເຄ​ລີ ແຫ່ງ​ມະຫາ​ວິທະຍາ​ໄລ​ອັອກ​ຟອ​ດ ກໍ​ໄດ້​ນຳ​ສະເໜີ​ງານ​ວິ​ໄຈ​ເທື່ອ​ນີ້ ຫົວຂໍ້​ເລື່ອງ Time: the key to really understanding our lives ​ທີ່​ປະ​ຊຸມ​ວິ​ຊາ​ການ British Science Festival ເມື່ອ​ວັນທີ່ 8 ກັນຍາ​ທີ່​ຜ່ານມາ

ອ້າງ​ອິງ: Taylor & Francis. “Current school start times damaging learning and health of students.” ScienceDaily. ScienceDaily, 4 September 2015. <www.sciencedaily.com/releases/2015/09/150904082514.htm>.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...