spot_img
HomeມູມໄອທີລາວChrome ເທິງມືຖືສະແດງການແຈ້ງເຕືອນຂອງເຟສ໌ບຸກໄດ້

Chrome ເທິງມືຖືສະແດງການແຈ້ງເຕືອນຂອງເຟສ໌ບຸກໄດ້

Published on

6858_150915133803b6

ຫລ້າ​ສຸດ Google ໄດ້​ພັດທະນາ​ລະບົບ​ຂອງ  Chrome ເທິງ​ມື​ຖື ໃຫ້​ສາມາດ​ຮັບ​ການ​ແຈ້ງ​ເຕືອນ (Notification)  ຂໍ້ຄວາມ​ຕ່າງໆ ຂອງ​ການ​ຫລິ້ນ Facebook ຜ່ານ​ທາງ​ເວັບ​ເທິງ​ມື​ຖື​ໄດ້​ແລ້ວ (m. facebook. com)   ໂດຍ​ການ​ພັດທະນາ​ໃນ​ເທື່ອ​ນີ້​ເກີດ​ຈາກ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ທາງ Google ແລະ Facebook ທີ່​ຕ້ອງ​ການ​ຈະ​ຍົກລະດັບ​ການເຮັດວຽກງານ​ຂອງ​ເວັບ​ບຣາວ​ເຊີລ໌​ໃນ​ມື​ຖື​ໃຫ້​ມີ​ມາດຕະຖານ​ແລະ​ໃຊ້​ງານ​ໄດ້​ສົມບູນ​ຫລາຍ​ຍິ່ງ​ຂຶ້ນ ນອກ​ຈາກ​ນີ້​ເວັບ​ບຣາວ​ເຊີລ໌​ຕົວ​ອື່ນໆ ຢ່າງ Opera ກໍ​ໄດ້​ມີ​ການ​ປັບ​ຄວາມ​ສາມາດ​ຂອງ​ລະບົບ​ການ​ແຈ້ງ​ເຕືອນ​ນີ້​ດ້ວຍ ລວມ​ເຖິງ Firefox 42 ທີ່​ກຳ​ລັງ​ຈະ​ເລີ່ມ​ປັບ​ຕາມ​ມາ​ໃນ​ໄວ​ໆນີ້

ຊຶ່ງ​ຫລາຍໆ ຄົນ​ອາດ​ບໍ່​ສົນ​ໃຈ​ເທົ່າໃດ ເພາະ​ສ່ວນ​ຫລາຍ​ຈະ​ຫລິ້ນ​ເຟສ໌​ບຸກ​ຜ່ານ​ທາງ​ແອັບໂດຍ​ກົງ ແຕ່​ການ​ໃຊ້​ງານ​ຂອງ​ເຟສ໌​ບຸກ​ຜ່ານ​ທາງ​ເວັບ​ພຣາວ​ເຊີລ໌​ນັ້ນ​ກໍ​ມີ​ຂໍ້​ດີ​ຢູ່​ຫລາຍ​ ຢ່າງ​ເຊັ່ນ​ການ​ຊ່ວຍ​ຫລຸດ​ປະລິມານ​ການ​ຮັບ​ສົ່ງ​ຂອງ​ຂໍ້​ມູນ​ທີ່​ນ້ອຍ​ລົງ ບໍ່​ມີ​ການ​ກິນ​ພື້ນ​ທີ່​ຈັດ​ເກັບ​ຂອງ​ແອັບແລະ​ບໍ່​ຕ້ອງ​ມາ​ຄອຍຖ້າ​ອັບ​ເດດ​ແອັບຢູ່​ຫລາຍເທື່ອ

6858_150915141549E96858_150915141545y2

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...