Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ III ອົງຄະນະພັກກະຊວງການຕ່າງປະເທດ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ III ອົງຄະນະພັກກະຊວງການຕ່າງປະເທດ ໄຂຂຶ້ນຢ່າງເປັນທາງການ

Published on

DSC_6758.15.09.15.1

ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 15 ກັນຍາ 2015 ນີ້ ຢູ່​ສູນ​ຮ່ວມ​ມື​ ​ແລະ ຝຶກ​ອົບຮົມ​ສາກົນ​, ນະຄອນຫລວງ​ວຽງ​ຈັນ ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ ວ່າການ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​​ແຫ່ງ ສປປ ລາວ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກໍາມະການ ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ມີບັນດາ​ຜູ້​ແທນ​ສົມບູນ​ 201 ສະຫາຍ, ຍິງ 44 ສະຫາຍ ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ສະມາຊິກ​ພັກ ​ກະຊວງ​ການ​ຕ່າງປະ​ເທດ​ທັງ​ໝົດ 685 ສະຫາຍ, ບັນດາ​ແຂກ​ຖືກ​ເຊີນ​ຈາກ​ກະຊວງ, ອົງການ​ອ້ອມ​ຂ້າງ​ສູນ​ກາງ, ສະມາຊິກ​ພັກ​ອາວຸ​ໂສ​ບໍານານ ​ເຂົ້າ​ຮ່ວມ.

ກອງ ​ປະຊຸມ​ຈະ​ໄດ້​ພ້ອມ​ກັນສະຫລຸບຕີ​ລາຄາ​ຄືນ​ ການຊີ້​ນໍາໆພາ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ IX ຂອງ​ສູນ​ກາງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ II ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ​ ໃນ​ໄລຍະ 5 ປີ (2011-2015) ຜ່ານ​ມາ ​ແລະ ວາງ​ທິດ​ທາງຕໍ່​ໜ້າ ​​ແຕ່​ປີ 2016-2020.

ສະຫາຍ​ ສະ​ເຫລີ​ມ​ໄຊ ກົມມະ ​ສິດ ​​ໄດ້​ລາຍ​ງານ​ການ​ເມືອງ ​ເຊິ່ງໄດ້​ຊີ້​ໃຫ້​ເຫັນ​ການ​ຊີ້​ນໍາໆ​ພາ ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ​ ຕະຫລອດ​ໄລຍະ​ 5 ປີ ຜ່ານມາ​ ໂດຍ​ຢຶດໝັ້ນ​ໃນ​ແນວທາງ​ການ​ຕ່າງປະ​ເທດ ສັນຕິພາບ ​ເອກະລາດ ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ປະຕິບັດ​ນະ​ໂຍບາຍ​ ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ແບບ​ຫລາຍ​ທິດ, ຫລາຍ​ຝ່າຍ ​ແລະ ຫລາຍ​ຮູບ​ແບບ​ທັງ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ຢ່າງ​ຕັ້ງໜ້າ ​ພ້ອມ​ທັງ​ເປັນ​ເຈົ້າ​ການຄ່ອງ​ແຄ້ວ ​ແລະ ນີ້ມ ​ນວນ. ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ​ ມີ 57 ໜ່ວຍ​ພັກ​ ໃນ​ນັ້ນ​ຢູ່​ພາຍ​ໃນ​ປະ​ເທດ​ມີ 20 ໜ່ວຍ​ພັກ, ຕ່າງປະ​ເທດ 37 ໜ່ວຍ​ພັກ ລວມທັງສໍານັກງານ​ຕາງໜ້າ​ສະຖານທູດ​ລາວ​ຢູ່​ຕ່າງປະ​ເທດ​, ມີ​ສະມາຊິກ​ພັກ​ທັງ​ໝົດ 685 ສະຫາຍ, ຍິງ 126 ສະຫາຍ ​ແລະ ອົງຄະ ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ຍັງ​ໄດ້​ຮັບຜິດຊອບ​ບັນດາ​ໜ່ວຍ​ພັກ​ນັກ​ສຶກສາລາ​ວຢູ່​ຕ່າງປະ​ເທດ​ຈໍານວນ​ ໜຶ່ງ. ກອງປະຊຸມຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 2 ວັນ ​ແລະ ຍັງຈະໄດ້ປ່ອນບັດເລືອກຕັ້ງ ຄະນະບໍລິຫານງານພັກກະຊວງຊຸດໃໝ່ ແລະ ເລືອກເອົາຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...