spot_img
Homeຂ່າວການພັດທະນາການກໍ່ສ້າງຂົວເບຕົງອັດແຮງຂ້າມນ້ຳເຊໂປນ ຢູ່ແຂວງສະຫວັນນະເຂດ ສຳເລັດແລ້ວ 86%

ການກໍ່ສ້າງຂົວເບຕົງອັດແຮງຂ້າມນ້ຳເຊໂປນ ຢູ່ແຂວງສະຫວັນນະເຂດ ສຳເລັດແລ້ວ 86%

Published on

14

ຂປລ. ປັດຈຸບັນ ການກໍ່ສ້າງ ຂົວເບຕົງອັດແຮງ ຂ້າມນ້ຳເຊໂປນ ຫາເມືອງນອງ ມີຫລາຍໜ້າວຽກ ສຳເລັດເປັນສ່ວນໃຫຍ່ ໂດຍລວມ ໜ້າວຽກທັງໝົດ ແມ່ນປະຕິບັດໄດ້ 86%.

ທ່ານ ສະດາເພັດ ພົມມະລາດ ຜູ້ຈັດການ ໂຄງການກໍ່ສ້າງຂົວເບຕົງອັດແຮງຂ້າມນ້ຳເຊໂປນ ໄດ້ລາຍງານ ຕໍ່່ທ່ານ ດຣ ສຸພັນ ແກ້ວມີໄຊ ເຈົ້າແຂວງ ສະຫວັນນະເຂດ ໂອກາດເຄື່ອນໄຫວ ເຮັດວຽກ ໃນວັນທີ 9 ກັນຍາ ນີ້ວ່າ: ຂົວຂ້າມນ້ຳເຊໂປນ ໄດ້ລົງມືກໍ່ສ້າງ ມາແຕ່ວັນທີ 1/4/2013 ແລະ ຄາດວ່າຈະໃຫ້ສຳເລັດ ໃນວັນທີ 30/3/2017, ມີລວງຍາວ ທັງໝົດ 188,7ແມັດ, ລວງກວ້າງໜ້າທາງ 7 ແມັດ, ທາງຄົນຍ່າງເບື້ອງລະ 1,5 ແມັດ ລວມແລ້ວ 10 ແມັດ, ເປັນຂົວເບຕົງອັດແຮງ ສາມາດ ຮັບນ້ຳໜັກໄດ້ 40 ໂຕນ. ສຳລັບໜ້າວຽກ ທີ່ພວມດຳເນີນຢູ່ ແມ່ນການສ້າງຮາວພະນັກຂົວ, ປັບປຸງຫົວຂົວ ກໍ່ສ້າງຕະຝັ່ງກັນເຈື່ອນ, ຈາກນັ້ນແມ່ນ ຈະໄດ້ປູຢາງ ເຂົ້າຫົວຂົວ ທັງສອງສົ້ນລວມ 800 ກວ່າແມັດ ແລະ ຕິດຕັ້ງ ດອກໄຟເຍືອງທາງ ບໍລິເວນຂົວ ອີກຈຳນວນໜຶ່ງ.

ຫາກການກໍ່ສ້າງຂົວ ແຫ່ງນີ້ສຳເລັດ ຈະສ້າງປະໂຫຍດ ອັນມະຫາສານ ໃຫ້ແກ່ການ ພັດທະນາ ພື້ນຖານ ໂຄງລ່າງຂອງເມືອງນອງ ໄດ້ຫລາຍສົມຄວນ ເພາະວ່າຂົວ ທີ່ພວກເຮົາຊົມໃຊ້ ຢູ່ທຸກມື້ນີ້ ແມ່ນເປັນລັກສະນະ ຂົວອູ່, ຮັບນ້ຳໜັກບໍ່ໄດ້ຫລາຍ, ເປັນຂົວທີ່ແຄບ ສະນັ້ນຂົວແຫ່ງໃໝ່ນີ້ ຈະເຮັດໃຫ້ ປະຊາຊົນຊົນ ພໍ່ຄ້າຊາວຂາຍ ພາຍໃນເມືອງສາມາດ ນຳເອົາຜົນຜະລິ ດອອກມາສູ່ຕະຫລາດ ພາຍນອກ ໄດ້ຫລາຍຂຶ້ນ ໂດຍສະເພາະແມ່ນກ້ວຍ, ຢາງໂບງ ແລະ ເຄື່ອງປ່າ ຂອງດົງ ອີກຈຳນວນໜ່ຶງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...