Homeຂ່າວພາຍ​ໃນຄິດໃຫ້ດີກ່ອນຊື້ iPhone 6S 16 GB ຖ່າຍວີດີໂອລະດັບ 4K

ຄິດໃຫ້ດີກ່ອນຊື້ iPhone 6S 16 GB ຖ່າຍວີດີໂອລະດັບ 4K

Published on

images_14422554342

Marques Brownlee ນັກ​ຣີ​ວິວ​ອຸປະກອນ​ໄອ​ທີ​ຊື່​ດັ່ງ ທີ່​ໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ເປີດ​ຕົວ iPhone 6S ແລະ  iPhone 6S Plus ເມື່ອ​ອາທິດ​ທີ່​ຜ່ານມາ ຊຶ່ງ Marques Brownlee ໄດ້​ເຜີຍ​ຄລິບ​ວີ​ດີ​ໂອ​ຣີ​ວິວ ຄຸນສົມບັດ​ໃໝ່ ນັ້ນ​ກໍ​ຄື ຮອງ​ຮັບ​ການ​ຖ່າຍ​ຄລິບ​ວີ​ດີ​ໂອ​ຄວາມ​ລະອຽດ​ລະ​ດັບ 4K ແລະ ​ພົບ​ວ່າ iPhone 6S ແລະ iPhone 6S Plus ທີ່​ມາ​ພ້ອມ​ກັບ​ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ​ຂະໜາດ 16 GB ຮອງ​ຮັບ​ການ​ຖ່າຍ​ວີ​ດີ​ໂອ 4K ໄດ້​ພຽງ 34 ນາ​ທີ​ເທົ່າ​ນັ້ນ

ໂດຍ Marques Brownlee ໄດ້​ທົດສອບ​ການ​ຖ່າຍ​ຄລິບ​ວີ​ດີ​ໂອ​ທີ່​ຄວາມ​ລະອຽດ​ລະ​ດັບ​ຕ່າງໆ ຊຶ່ງ​ໄດ້​ແກ່ 720p 30 fps, 1080p 30 fps, 1080p 60 fps ແລະ 4K 30 fps ຊຶ່ງ​ຜົນ​ປາກົດ​ວ່າ ໃນ​ເວລາ 1 ນາ​ທີ ຄລິບ​ວີ​ດີ​ໂອ​ຄວາມ​ລະອຽດ 4K ກິນ​ພື້ນ​ທີ່​ໄປ 375 MB ຊຶ່ງ​ເມື່ອລອງ​ຄິດໄລ່​ເບີ່ງແລ້ວ iPhone 6S ຄວາມ​ຈຸ 16 GB ຈະ​ເຫລືອ​ພື້ນ​ທີ່​ໃຊ້​ງານ​​ປະ​ມານ 13 GB ແລະ ​ເມື່ອລອງ​ທົດສອບ​ຖ່າຍ​ຄລິບ 4K ດົນ 10 ນາ​ທີ ຈະ​ໃຊ້​ພື້ນ​ທີ່​ປະ​ມານ 3.75 GB, 20 ນາ​ທີ ໃຊ້​ພື້ນ​ທີ່​ປະ​ມານ 7.5 GB, 30 ນາ​ທີ 11.25 GB ແລະ ​ຖ້າ​ຫາກ​ເຫລືອ​ພື້ນ​ທີ່​ເກືອບ 13 GB ຈະ​ສາມາດ​ຖ່າຍ​ຄລິບ 4K ໄດ້​ພຽງ 34 ນາ​ທີ 40 ວິ​ນາ​ທີ

ເຫັນ​ການ​ທົດສອບ​ແບບ​ນີ້​ແລ້ວ ໃຜ​ທີ່​ມີ​ແຜນ​ຈະ​ຊື້ iPhone 6S ຫລື iPhone 6S Plus ຄວາມ​ຈຸ 16 GB ແລະ​ເນັ້ນ​ການ​ຖ່າຍ​ຄລິບ​ວີ​ດີ​ໂອ​ເປັນ​ພິເສດ ​ຈະ​ຕ້ອງ​ຄິດ​ໃຫ້​ດີ​ກ່ອນ​ຊື້​ເດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...