Homeມູມໄອທີລາວປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ເທິງ Facebook

ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ເທິງ Facebook

Published on

ຖ້າຫາກ​ໃຜ​ທີ່​ກຳ​ລັງ​ລຳ​ຄານ​ຟັງຊັ່ນ​ຫລ້າ​ສຸດ​ຂອງ Facebook ທີ່​ບັງຄັບ​ຫລິ້ນ​ຄລິບ​ວີ​ດີ​ໂອ​ເອງ​ອັດ​ຕະໂນມັດ ເຮົາ​ມີ​ວິທີ​ງ່າຍໆ​ໃນ​ການ​ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ທັງ​ເທິງ​ຄອມພິວເຕີ​ແລະ​ມື​ຖື​ມາ​ຝາກ​ກັນ​ໃນ​ມື້​ນີ້

ເປັນ​ຄວາມ​ຫວັງ​ດີທີ່​ອາດ​ນຳ​ມາ​ຊຶ່ງ​ຄວາມ​ໜ້າ​ລຳ​ຄານ ສຳລັບ​ການ​ຫລິ້ນ​ວີ​ດີ​ໂອ​ເອງ​ອັດ​ຕະໂນມັດ​ຂອງ Facebook ຫາກ​ໃຜ​ກຳ​ລັງ​ເບື່ອກັບ​ບັນຫາ​ນີ້  ບໍ່​ຢາກ​ໃຫ້​ຕ້ອງ​ມາ​ເປືອງ​ຄ່າ​ເນັດ​ໄປລ້າໆ ເຮົາ​ສາມາດ​ເຂົ້າໄປ​ຕັ້ງ​ຄ່າ Turn off ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ໄດ້​ງ່າຍໆ

ການ​ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດເທິງ Facebook ສຳລັບ​ໂທລະ​ສັບ​ມື​ຖື

turn-off-autoplay-facebook

  1. ກົດ​ທີ່​ໄອ​ຄອນ​ຮູບ​ຂີດ​ສາມ​ຂີດ

2.ເລື່ອນ​ລົງ​ມາ​ເລື່ອ​ຍໆ​ຈະ​ພົບ App Settings ໃຫ້​ກົດ​ເຂົ້າໄປ

turn-off-autoplay-facebook2

3.ໃນ​ໜ້າ App Settings ຈະ​ພົບ​ຄຳ​ສັ່ງ Videos play automatically ໃຫ້​ກົດ​ເຂົ້າໄປ

turn-off-autoplay-facebook3

  1. ເຮົາ​ສາມາດ​ເລືອກ Off ເພື່ອ​ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ ຫລື ​ເລືອກ​ຄຳ​ສັ່ງ Wi-fi only ເພື່ອ​ໃຫ້​ແອັບ Facebook ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ສະເພາະ​ເວລາ​ທີ່​ເຊື່ອມ​ຕໍ່​ກັບ Wi-fi ກໍ​ໄດ້​

ການ​ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ເທິງ Facebook ສຳລັບ​ຄອມພິວເຕີ

ສຳລັບ​ການ​ປິດ​ການ​ຫລິ້ນ​ວີ​ດີ​ໂອ​ອັດ​ຕະໂນມັດ​ເທິງ​ຄອມພິວເຕີ ວິທີ​ການ​ກໍ​ຄ້າຍ​ຄື​ກັນ​ກັບ​ການ​ປິດ​ໃນ​ແອັບ​ເທິງ​ມື​ຖື ດັ່ງ​ນີ້

turn-off-autoplay-facebook4

1. ກົດ​ທີ່​ປຸ່ມ​ລູກ​ສອນຊີ້ລົງ  ເລື່ອນ​ມາ​ເລື່ອ​ຍໆ​ຈະ​ພົບ Settings ກົດ​ເຂົ້າໄປ

turn-off-autoplay-facebook5

2. ເບີ່ງ​ທີ່​ເມ​ນູ​ດ້ານ​ຊ້າຍ​ມື  ເຮົາ​ຈະ​ເຫັນ​ຄຳ​ວ່າ Videos ໃຫ້​ຄລິກ​ເຂົ້າໄປ

turn-off-autoplay-facebook6

3. ເມື່ອ​ເຂົ້າ​ສູ້​ໜ້າ Video Settings ແລ້ວ  ເຮົາ​ຈະ​ເຫັນ Auto-Play Videos ໃຫ້​ເຮົາ​ເລືອກ Off ເປັນ​ອັນ​ສຳເລັດ​ຮຽບຮ້ອຍ

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...