Homeຂ່າວຕ່າງປະເທດພູເຂົາໄຟອາໂສະຢູ່ຍີ່ປຸ່ນລະເບີດມື້ເຊົ້ານີ້ ຍັງບໍ່ມີລາຍງານຄວາມເສຍຫາຍ!

ພູເຂົາໄຟອາໂສະຢູ່ຍີ່ປຸ່ນລະເບີດມື້ເຊົ້ານີ້ ຍັງບໍ່ມີລາຍງານຄວາມເສຍຫາຍ!

Published on

A video grab from the Japan Meteorological Agency's live camera image shows an eruption of Mount Aso in Aso, Kumamoto prefecture, southwestern Japan,

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກັນຍານີ້ວ່າ ພູເຂົາໄຟອາໂສະ (Mount Aso) ຢູ່ເກາະຄິວຊູ ທາງຕອນໃຕ້ຂອງປະເທດຍີ່ປຸ່ນ ໄດ້ລະເບີດຂຶ້ນປ່ອຍຄວັນ ແລະ ຂີ້ເຖົ່າພູເຂົາໄຟຂຶ້ນສູ່ເທິງຟ້າສູງປະມານ 2 ກິໂລແມັດ ໃນຕອນເຊົ້າຂອງມື້ນີ້ (14 ກັນຍາ) ໂດຍຍັງບໍ່ທັນມີລາຍງານຜູ້ໄດ້ຮັບບາດເຈັບ ຫລື ລາຍງານຄວາມເສຍຫາຍແຕ່ປະການໃດ.

ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ ພູເຂົາໄຟອາໂສະ ແມ່ນມີຄວາມສູງ 1,592 ແມັດ ຊຶ່ງເປັນໜຶ່ງໃນບັນດາພູເຂົາໄຟທີ່ມີພະລັງແຮງທີ່ສຸດຂອງປະເທດຍີ່ປຸ່ນ ແລະ ກໍຍັງເປັນແຫລ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມມາຍ່າງທ່ຽວປ່າ ແລະ ທຳມະຊາດອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...