Homeຂ່າວພາຍ​ໃນລາວຖະຫຼົ່ມຟິລິບປິນເກັບ 3 ຄະແນນໃນນັດທຳອິດ

ລາວຖະຫຼົ່ມຟິລິບປິນເກັບ 3 ຄະແນນໃນນັດທຳອິດ

Published on

ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນ AFC U16 CHAMPIONSHIP INDIA 2016 QUALIFIERS ໃນລະຫວ່າງວັນທີ 12-20 ກັນຍາ 2015 ນີ້ ຢູ່ໃນກຸ່ມ G ມີ: ມາເລເຊຍ, ລາວ, ຟີລິບປິນ, ນອສເທີນ ມາເຣຍນາ, ຕີມໍ ເລສເຕ

ໃນມື້ນີ້ວັນທີ 12 ກັນຍາ 2015 ມີລົງແຂ່ງຂັນ 2 ຄູ່ ເຊີ່ງຄູ່ທຳອິດແມ່ນທີມຊາດ ຕີມໍ ເລສເຕ ພົບກັບທທີມຊາດ ນອດທີນ ມາເຣຍນາ ເວລາ 16:00​ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຜົນປະກົດວ່າ ຕີມໍ ເລສເຕ ຊະນະແບຂາດລອຍ 8-0​ປະຕູ ແລະ ອີກ 1 ຄູ່ແມ່ນການລົງສະໜາມຂອງທີມຊາດລາວ ພົບກັບ ທີມຊາດຟີລິບປິນ ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຜົນປະກົດອອກມາແມ່ນດີເກີນຄາດຫວັງເພາະທີມຊາດລາວເຮົາຖະຫຼົ່ມທີມຊາດຟີລິບປິນ ໄປເຖິງ 6-1 ປະຕູ, ສ່ວນຕາຕະລາງຄະແນນກຸ່ມ G ແມ່ນ:
– ອັນດັບ 1 ທີມຊາດຕີມໍ ເລສເຕ ແຂ່ງຂັນ 1 ນັດ, ຊະນະ 1 ນັດ ມີ 3 ຄະແນນ
– ອັນດັບ 2​ ທີມຊາດລາວ ແຂ່ງຂັນ 1 ນັດ, ຊະນະ 1 ນັດ ມີ 3 ຄະແນນ
– ອັນດັບ 3 ທີມຊາດ ມາເລເຊຍ
– ອັນດັບ 4 ທີມຊາດ ຟີລິບປິນ
– ອັນດັບ 5 ທີມຊາດ ນອດເທີນ ມາເຣຍນາ

ສຳລັບການແຂ່ງຂັນນັດຕໍ່ໄປທີມຊາດລາວຈະລົງແຂ່ງຂັນພົບກັບທີມຊາດນອດເທີນ ມາເຣຍນາ ໃນວັນທີ 16 ກັນຍາ 2015​ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16

12011136_1013198885367715_2306529485073643865_n

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...