spot_img
Homeມູມໄອທີລາວ5 ສິ່ງທີ່ iPhone 6s ເຮັດໄດ້ ແຕ່ iPhone ລຸ້ນອື່ນເຮັດບໍ່ໄດ້ເບິ່ງກ່ອນຊື້

5 ສິ່ງທີ່ iPhone 6s ເຮັດໄດ້ ແຕ່ iPhone ລຸ້ນອື່ນເຮັດບໍ່ໄດ້ເບິ່ງກ່ອນຊື້

Published on

6844_150911113519on

ຫລັງ​ຈາກ​ເຫັນ​ຮາດແວ​ຂອງ iPhone 6s ກັນ​ໄປ​ແລ້ວ ບາງ​ຄົນ​ກໍ​ຍັງ​ຮູ້ສຶກ​ວ່າ​ມັນ​ຍັງ​ບໍ່​ຫລາຍ​ພໍ​ທີ່​ຈະ​ເຮັດໃຫ້​ເກີດ​ແຮງ​ຈູງ​ໃຈ​ໃນ​ການ​ປ່ຽນ​ໄອ​ໂຟນ​ເຄື່ອງ​ເກົ່າ​ມາ​ໃຊ້​ລຸ້ນ​ໃໝ່​ນີ້ ເຮົາ​ລອງ​ມາ​ເບິ່ງ​ຊອບແວ​ກັນ​ນຳ​ດີກວ່າ​ດ້ວຍ​ຮາດແວ​ໃໝ່ ເຮັດໃຫ້​ມັນ​ເຮັດຫຍັງ​ໄດ້​ຫລາຍກວ່າ​ເກົ່າແດ່ ຊຶ່ງ​ລູກ​ຫລິ້ນ​ເຫລົ່າ​ນີ້ ຫາກ​ບໍ່ແມ່ນ iPhone 6s ຈະ​ບໍ່​ສາມາດ​ເຮັດ​ໄດ້

Live Photos

ເມື່ອ​ເຮົາທຳການ​ຖ່າຍ​ຮູບ​ເທິງ iPhone 6s/6s+ ຕົວ iOS 9 ຈະ​ທຳການ​ບັນ​ທຶກ​ຊ່ວງ​ເວລາ​ກ່ອນ​ແລະ​ຫລັງ​ຊ່ວງ​ເວລາ​ທີ່​ຈັບ​ພາບ​ໃຫ້​ເຮົາ​ອັດ​ຕະໂນມັດ ເພື່ອ​ສ້າງ​ເປັນ Live Photo (ຮູບ​ເຄື່ອນ​ໄຫວ) ສັ້ນໆ ໃຫ້​ເຮົາ ບັນ​ທຶກ​ທັງ​ຄວາມ​ເຄື່ອນ​ໄຫວ​ແລະ​ສຽງ​ໃຫ້​ເຮົາ​ເອີ້ນເບິ່ງ​ໄດ້​ພາຍ​ຫລັງ

ຢ່າງໃດ​ກໍ​ຕາມ​ຟັງຊັ່ນ​ນີ້ ຕ້ອງ​ການ​ການ​ປະ​ມວນ​​ຜົນ​ຈາກ​ຮາດແວ​ແລະ​ກ້ອງ​ພໍ​ສົມຄວນ ຈຶ່ງ​ສາມາດ​ເຮັດ​ໄດ້​ສະເພາະ​ເທິງ iPhone 6s ເທົ່າ​ນັ້ນ ແຕ່​ເຖິງແມ່ນ​ເຮົາ​ຈະ​ບໍ່​ສາມາດ​ບັນ​ທຶກ​ໄດ້ ແຕ່​ຜູ້​ໃຊ້ iPhone ລຸ້ນ​ເກົ່າ ສາມາດ​ກົດ​ເບິ່ງ​ພາບ​ແບບ Live Photo ທີ່​ສົ່ງ​ມາ​ຈາກ iPhone 6s ໄດ້​

6844_150911113519hd

3D Touch

ເທິງ iOS 9 ມີ​ຮູບ​ແບບ​ການ​ສັ່ງ​ງານ​ໄອ​ໂຟນ​ແບບ​ໃໝ່​ທີ່​ເອີ້ນວ່າ Peek ຊຶ່ງ​ອາໄສ​ການ​ຈັບ​ແຮງ​ກົດ​ຈາກ​ໜ້າ​ຈໍ ເຮັດ​ມັນ​ໃຊ້​ງານ​ໄດ້​ສະເພາະ iPhone 6s ທີ່​ມີ​ຈໍ​ແບບ 3D Touch ເທົ່າ​ນັ້ນ ລວມ​ເຖິງ​ການ​ໃຊ້​ຄຳ​ສັ່ງ Quick Actions ຫລື​ການ​ປ່ຽນ​ຄີ​ບອ​ດເປັນ Virtual Trackpad ກໍ​ເຮັດ​ໄດ້​ສະເພາະ​ເທິງ​ໄອ​ໂຟນ​ລຸ້ນ​ຫລ້າ​ສຸດ​ເທົ່າ​ນັ້ນ

https://youtu.be/cSTEB8cdQwo

Animated wallpapers

ເນື່ອງ​ຈາກ​ບໍ່​ສາມາດ​ບັນ​ທຶກ​ພາບ​ແບບ Live Photos ໄດ້ ກໍ​ບໍ່ແມ່ນ​ເລື່ອງ​ແປກ​ຫຍັງ​ທີ່ iPhone ລຸ້ນ​ເກົ່າ​ຈະ​ບໍ່​ສາມາດ​ໃຊ້​ງານ​ພາບ​ພື້ນ​ຫລັງ​ແບບ​ເຄື່ອນ​ໄຫວ​ໄດ້ ແມ່ນ​ຈະ​ຕັ້ງ​ຄ່າ​ໄດ້ ແຕ່​ພາບ​ຈະ​ເຄື່ອນ​ໄຫວ​ເມື່ອ​ມີ​ແຮງ​ກົດ ຊຶ່ງ​ມັນ​ກໍ​ຕ້ອງ​ໄປ​ໃຊ້​ສຳ​ຜັດ​ຈາກ​ຈໍ​ແບບ 3D Touch ເຮົາ​ຈຶ່ງ​ໃຊ້​ງານ​ໄດ້​ພຽງແຕ່​ພາບ​ນິ່ງ

6844_150911113520e6

ໃຊ້​ງານ Siri ໄດ້​ຕະຫລອດ​ເວລາ ໂດຍ​ບໍ່​ຕ້ອງ​ກົດ​ປຸ່ມ​ເພື່ອ​ເອີ້ນ​ໃຊ້​ງານ

ສະບາຍ​ດີ Siri ໂດຍ​ບໍ່​ຕ້ອງ​ກົດ​ປຸ່ມ ເທິງ iPhone ລຸ້ນ​ເກົ່າ ໃຊ້​ງານ​ໄດ້​ສະເພາະ​ເວລາ​ທີ່​ເຮົາ​ສຽບ​ສາຍ​ສາກຄ້າງ​ເອົາ​ໄວ້​ເທົ່າ​ນັ້ນ ແຕ່ iPhone 6s ສາມາດ​ໃຊ້​ງານ​ໄດ້​ຕະຫລອດ​ເວລາ ໂດຍ​ບໍ່​ຕ້ອງ​ສຽບ​ສາຍ​ສາກພຽງແຕ່​ຢ່າງ​ໃດ ເປັນ​ຜົນ​ມາ​ຈາກ​ການ​​ຍ້າຍ​ຊິບ​ຄຳ​ສັ່ງ​ໄປ​ເຮັດວຽກ​ຮ່ວມ​ກັບ​ຊິບ M9

6844_150911113519ml

ບັນ​ທຶກ​ແລະ​ແກ້​ໄຂ​ວິ​ດີ​ໂອ​ຄວາມ​ລະອຽດ​ສູງ​ລະ​ດັບ 4K

ການ​ຖ່າຍ​ວິ​ດີ​ໂອ​ລະ​ດັບ 4K ເຮົາ​ຈຳ​ເປັນ​ຕ້ອງ​ມີ​ເຊັນ​ເຊີ​ຂະໜາດ 12MP ຂອງ​ກ້ອງ iSight ຕົວ​ໃໝ່​ທີ່​ຢູ່​ເທິງ iPhone 6s ແລະ 6s Plus ສ່ວນ​ໃນ​ການ​ແກ້​ໄຂ​ວິ​ດີ​ໂອ​ລະ​ດັບ 4K ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​ຊິບ A9 ແລະ​ແລມ​ຂະໜາດ​ໃຫຍ່​ໃນ​ການ​ປະ​ມວນ​ຜົນ

6844_150911113518r7

 

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...