spot_img
HomeມູມໄອທີລາວMicrosoft ກ່າວ ພົບກັບ Office 2016 ໃນວັນທີ່ 22 ກັນຍານີ້

Microsoft ກ່າວ ພົບກັບ Office 2016 ໃນວັນທີ່ 22 ກັນຍານີ້

Published on

ຫາກ​ເຮົາ​ນັບ​ເວລາ​ຕັ້ງ​ແຕ່​ທີ່ Microsoft ໄດ້​ປ່ອຍ Office 2016 ລຸ້ນ​ທົດລອງ ສຳລັບ Window ແລະ Mac ອອກ​ມາ ກໍ​ຖື​ວ່າ​ເປັນ​ການ​ຄອຍຖ້າ​ທີ່ເປັນເວລາ​ດົນ​ ແຕ່​ມື້​ນີ້​ການ​​ຄອຍຖ້າ​ຈະ​ຕ້ອງ​ສີ້ນສຸດ​ລົງ​ເພາະ Microsoft ໄດ້​ອອກ​ມາ​ປະ​ກາດ​ແລ້ວ​ວ່າ Office 2016 ຕົວ​ຈິງ​ໃນ​ວັນທີ່ 22 ກັນຍາ​ທີ່​ຈະ​ເຖິງ​ນີ້

gsmarena_0018

ສຳລັບ Office 2016 ນີ້ ທາງ Microsoft ກ່າວ​ວ່າ ສຳລັບ​ຜູ້​ໃຊ້ Office 365 Personal ແລະ Office 365 Home ຈະ​ສາມາດ​ຕິດ​ຕັ້ງ​ແອບ​ພິ​ເຄ​ຊັນ 2016 ໄດ້​ຕັ້ງ​ແຕ່​ວັນທີ່ 22 ກັນຍາ​ນີ້​ຜ່ານ​ທາງ​ເວັບ office.com ແລະ​ຈະ​ມີ​ການ​ອັບ​ເດດ​ແບບ​ອັດ​ຕະໂນມັດ​ໃນ​ວັນທີ່ 1 ຕຸລາ​ນີ້

1441942322-Office2016-o

ແລະ​ໃນ​ສ່ວນ​ຂອງ​ບໍລິສັດ​ທີ່​ໃຊ້ Office 365 ProPlus ຈະ​ມີ​ການ​ປັບປຸງ​ຮູບ​ແບບ​ໃໝ່​ເພີ່ມ​ຂຶ້ນ​ທີ່​ເອີ້ນວ່າ Current Branch for Business ຊຶ່ງ​ມັນ​ຈະ​ເຮັດໃຫ້​ເຮົາ​ໝັ່ນໃຈ​ໄດ້​ເລີຍ​ວ່າ​ທົດສອບ​ແລະ​ແກ້​ບັນຫາ​ເພື່ອ​ຄວາມ​ປອດ​ໄພ​ໃຫ້​ເຮົາ​ແລ້ວ

1441942334-Office2016-o

ແລະ​ນອກ​ຈາກ​ນີ້ ການ​ມາ​ຂອງ Office 2016 ຍັງມີ​ຟັງຊັ່ນ​ໃໝ່​ໆ​ໃຫ້​ເຮົາ​ໄດ້​ຫລິ້ນ​ກັນ​ອີກ​ຢ່າງ​ການເຮັດວຽກງານ​ຮ່ວມ​ກັນ​ແບບ​ໄຮ້ຂອບເຂດ, ການ​ຝັງ​ລະບົບ​ຈັດ​ເກັບ​ກຸ່ມ​ເຄືອ​ຂ່າຍ​, ຜູ້​ຊ່ວຍ Tell Me ແລະ​ທີມ​ສີ​ທີ່​ເພີ່ມເຕີມ​ມາ​ໃໝ່ ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...