Homeຂ່າວຕ່າງປະເທດນາຍົກຝຣັ່ງປະກາດ ກຽມຮ່ວມໂຈມຕີທາງອາກາດຢູ່ຊີຣີ ເພື່ອແກ້ໄຂບັນຫາຜູ້ອົບພະຍົບ

ນາຍົກຝຣັ່ງປະກາດ ກຽມຮ່ວມໂຈມຕີທາງອາກາດຢູ່ຊີຣີ ເພື່ອແກ້ໄຂບັນຫາຜູ້ອົບພະຍົບ

Published on

EyWwB5WU57MYnKOuXq9IsEJzmKAjzJwCkZTcn2ZmQyoh7xolLX9i0z

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກັນຍາຜ່ານມານີ້ວ່າ ທ່ານ ມານູເອວ ວານ ນາຍົກລັດຖະມົນຕີແຫ່ງປະເທດຝຣັ່ງ ໄດ້ເປີດເຜີຍເຖິງແຜນການກຽມໃຫ້ເຮືອບິນສູ້ຮົບຂອງປະເທດ ເຂົ້າຮ່ວມໂຈມຕີທາງອາກາດໃນຊີຣີ ເພື່ອທຳລາຍລ້າງກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ແນໃສ່ເພື່ອແກ້ໄຂບັນຫາຜູ້ອົບພະຍົບຊາວຊີຣີ ທີ່ຫລັ່ງໄຫລກັນເຂົ້າມາລີ້ໄພຢູ່ເອີຣົບໃນປັດຈຸບັນ ໂດຍທ່ານໄດ້ເນັ້ນວ່າ ການຮັບເອົາຜູ້ລີ້ໄພເຂົ້າປະເທດ ບໍ່ແມ່ນວິທີແກ້ໄຂວິກິດການຜູ້ອົບພະຍົບ ໂດຍການບຸກໂຈມຕີທຳລາຍລ້າງກຸ່ມຕິດອາວຸດໃນຊີຣີ ແມ່ນການແກ້ໄຂບັນຫາທີ່ຕົ້ນເຫດ ຊຶ່ງທ່ານຈະປະກາດເປົ້າໝາຍຂອງຝຣັ່ງໃນການໂຈມຕີຢູ່ຊີຣີ ຕໍ່ກອງປະຊຸມລັດຖະສະພາຝຣັ່ງໃນວັນອັງຄານທີ 15 ກັນຍາ ທີ່ຈະມາເຖິງນັ້ນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...