Homeຂ່າວຕ່າງປະເທດຈີນ ຈະສົ່ງຍານອາວະກາດ ໄປສຳຫລວດດ້ານມືດດວງຈັນ ເປັນຊາດທຳອິດໃນໂລກ!

ຈີນ ຈະສົ່ງຍານອາວະກາດ ໄປສຳຫລວດດ້ານມືດດວງຈັນ ເປັນຊາດທຳອິດໃນໂລກ!

Published on

556000015722 44  400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 10 ກັນຍາ 2015, ຈີນ​ວາງ​ແຜ​ນຈະ​ສົ່ງ​ຍານ​ອາ​ວະ​ກາດ​ໄປ​ຍັງ​ດວງ​ຈັນ ​ເພື່ອ​ສຳ​ຫລວດຝັ່ງ​ດ້ານ​ໄກ​ ທີ່​ເປັນ​ດ້ານ​ມື​ດຂອງ​ດວງ​ຈັນ, ເຊິ່ງ​ເປັນຄວາມ​ພະຍາຍາມ ​ລ່າ​ສຸດ ​ໃນ​ໂຄງການ​ ສຳ​ຫລວດ​ ອາ​ວະ​ກາດ ​ຂອງ​ຈີນ.

ພາລະກິດສຳ​ຫລວດ​ດວງ​ຈັນຄັ້ງ​ນີ້​ ຈະ​ເລີ່​ມກ່ອນ​ປີ 2020  ​ແລະ​ ຈີນຕັ້ງ​ເປົ້າ​ໝາຍຈະສົ່ງ​​ຍານໄປ​ສຳ​ຫລວດ​ໄປ​ຍັງ​ສ່ວນ​ຂອງ​ດວງ​ຈັນ ​ທີ່​ໂລກ​ບໍ່​ເຄີຍເບິ່ງ​ເຫັນ​ມາ​ກ່ອນ ​ໃນ​ຝັ່ງ​ດ້ານ​ມື​ດຂອງ​ດວງ​ຈັນ​ນີ້ ​ແລະ ບໍ່​ເຄີຍ​ມີ​ປະ​ເທດ​ໃດ​ໆທີ່​ສົ່ງ​ອາ​ວະ​ກາດ​ ໄປ​ລົງ​ທີ່​ບໍລິ​ເວນດັ່ງກ່າວມາ​ກ່ອນ ທັງ​ນີ້ ເພື່ອ​ແນ​ໃສ່ ​ສຶກສາ​ ກ່ຽວ​ກັບ ຄື້ນວິທະຍຸ ຄວາມ​ຖີ່​ຕ່ຳ, ສະພາບ​ທາງ​ກໍລະນີ​ ວິທະຍາ, ​ໂດຍການ​ປະ​ຕິບ​ັດ ຄັ້ງ​ນີ້​ຈະ​ໃສ່​ຊື່ວ່າ: “ສາງ​ເອີ໋4”.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...