HomeມູມໄອທີລາວNintendo ເປີດຕົວ POKÉMON GO ໄປຕາມຈັບປິກາຈູໃນໂລກຈິງ

Nintendo ເປີດຕົວ POKÉMON GO ໄປຕາມຈັບປິກາຈູໃນໂລກຈິງ

Published on

Nintendo ຈັບ​ມື​ຖື​ກັບ Niantic Labs ຜູ້​ສ້າງ Ingress ຮ່ວມ​ກັນ​ພັດທະນາ​ເກມ​ທີ່​ມີ​ຊື່​ວ່າ POKÉMON GO ເປັນ​ເກມ​ອອນ​ໄລນ໌​ເທິງ​ສະມາດ​ໂຟນ ທີ່​ຜູ້​ຫລິ້ນ​ຈະ​ໄດ້​ສຳ​ຜັດ​ກັບ​ການ​ຕາມ​ຈັບ​​ໂປ​ເກ​ມອນ​ແທ້ໆ ໂດຍ​ໃຊ້​ສະ​ມາດໂຟນ​ແທນ Monster Ball

pokemon-go

ຊັອດໄຟ​ຟ້າ​ແສນ​ໂວນ​ເລີຍ!!  Nintendo ຈັບ​ມື​ກັບ Niantic Labs ຜູ້​ສ້າງ Ingress ເປີດ​ຕົວ POKÉMON GO ຕາມ​ລ່າ​​ໂປ​ເກ​ມອນ​ໃນ​ໂລກ​ຈິງ ຜ່າ​ນສະມາດໂຟນ​ໃນ​ມື ຮູບ​ແບບ​ການ​ຫລິ້ນ​ຈະ​ເປັນ​ແນວ​ດຽວ​ກັບ​ເກມ Ingress ຄື​ຈະໃຫ້​ເຮົາ​ໃຊ້​ສະ​ມາດ​ໂຟນ (ທີ່​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຢູ່) ໄປ​ສຳ​ຫລວດ​ໂດຍ​ປ່ຽນ​ຈາກ​ພາລະ​ກິດ​ຢຶດ​ຖານ ມາ​ເປັນ​ສຳ​ຫລວດ​ໂປ​ເກ​ມອນ​ແທນ

POKÉMON GO ຈະ​ເປັນ​ເກມ​ທີ່​ຈະໃຫ້​ເຮົາ​ໄປ​ຕາມ​ຈັບ​​ໂປ​ເກ​ມອນ​ໃນ​ໂລກ​ຈິງ (ຕາມ​ແຜນ​ທີ່ GPS) ແລ້ວ​ນຳ​ມາ​ຝຶກ​ໃຫ້​ສາມາດ​ຕໍ່ສູ້​ກັບ​ຜູ້​ຫລິ້ນ​ຄົນ​ອື່ນໆ​ທີ່​ຫລິ້ນ​ເກມ​ດຽວ​ກັບ​ເຮົາ​ໄດ້ ຫລື​ເພື່ອ​ໄປ​ແລກ​ປ່ຽນ​ໂປ​ເກ​ມອນ​ລະຫວ່າງ​ກັນ ນັ້ນ​ຄື​ເຮົາ​ຈະ​ຕ້ອງ​ໃຊ້​ສະ​ມາດໂຟ​ນສະ​ແກນ​ຫາ​ທັງ​ໂປ​ເກ​ມອນ​ແລະ​ຜູ້​ຫລິ້ນ​ຄົນ​ອື່ນໆ​ໄປ​ນັ້ນ​ເອງ ທັງ​ນີ້​ຕົວ​ເກມ​ຈະ​ມີ​ອິ​ເວ້ນ​ພິເສດ​ໃຫ້​ເຮົາ​ໄດ້​ຮ່ວມ​ມ່ວນຊື່ນກັນ​ໄດ້​ອີກ​ດ້ວຍ

pokemongo

ນອກ​ຈາກ​ຈະ​ໃຊ້​ສະ​ມາດ​ໂຟນ​ແລ້ວ ທາງ Nintendo ຍັງ​ໄດ້​ມີ​ການ​ຈັດ​ເຮັດ​ອຸປະກອນ​ພິເສດ​ທີ່​ຊື່ Pokemon Go Plus ມາ​ຊ່ວຍ​ໃນ​ການ​ຄົ້ນ​ຫາ​ໂປ​ເກ​ມອນ​ໂດຍ​ທີ່​ເຮົາ​ຈະ​ໄດ້​ບໍ່​ຕ້ອງ​ເບີ່ງໜ້າ​ຈໍສະ​ມາດ​ໂຟນ​ຕະຫລອດ​ເວລາ ຊ່ວຍ​ເພີ່ມ​ຄວາ​ມ່ວນມັນ​ໄດ້​ຍິ່ງ​ຂຶ້ນ ສຳລັບ​​ເກມ ຈະ​ເປີດ​ໃຫ້​ຫລິ້ນ​ໃນ​ປີ 2016 ທີ່​ໃກ້​ຈະ​ມາຮອດ​ນີ້ ຮອງ​ຮັບ​ທັງ Android ແລະ iOS ສ່ວນ​ໃຜ​ທີ່​ຢາກ​ຮູ້​ລາຍ​ລະອຽດ​ເພີ່ມເຕີມ ລອງ​ເບິ່ງ​ຈາກ​ຄລິບ​ລຸມ​ນີ້​ໄດ້ເລີຍ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...