Homeມູມໄອທີລາວແອບ​ເປີນ​ເປີດ​ຕົວ iPad mini 4 ໃຊ້​ຊິບ A8 ແບບ 64 Bit ພ້ອມ Touch ID...

ແອບ​ເປີນ​ເປີດ​ຕົວ iPad mini 4 ໃຊ້​ຊິບ A8 ແບບ 64 Bit ພ້ອມ Touch ID

Published on

iPad_mini_4_NewUP_7

ເມື່ອ​ວັນທີ່ 9 ກັນຍາ ທາງແອບ​ເປີ້ນ​ໄດ້​ເປີດ​ຕົວ  iPad mini 4 ​ຈຸດ​ເດັ່ນຢູ່ທີ່ ບາງ​ເບົາ  ພົກ​ພາ​ສະ​ດວກ​ ອັບ​ເກ​ຣດສະ​ເປກ​ໃຫ້​ແຮງ​ກວ່າ​ລຸ້ນ​ກ່ອນ​ໜ້າ ໃຊ້​ຊິບ A8 ແບບ 64 Bit ຊີ​ພີ​ຍູ​ໄວ​ຂຶ້ນ 30% ກາ​ບຟິກ​ໄວ​ຂື້ນ 60% ກ້ອງ iSight ຖືກ​ປັບປຸງ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຍິ່ງ​ຂຶ້ນ ພ້ອມ​ເທກ​ໂນ​ໂລ​ຍີ Touch ID ສຳລັບ​ສະ​ແກນ​ລາຍ​ນິ້ວ​ມື ຮອງ​ຮັບ 4G LTE ແລະ​ຈະ​ມາ​ພ້ອມ iOS 9 ນອກ​ຈາກ​ນີ້ iPad mini 4 ຍັງມີ​ອຸປະກອນ​ເສີມ​ເປັນ​ເຄດ Smart Cover ແລະ​ເຄດ​ຊິ​ລິ​ໂຄນ​ໃຫ້​ເລືອກ​ໃຊ້​ໄດ້​ອີກ​ດ້ວຍ

iPad_mini_4_NewUP_6 iPad_mini_4_NewUP_4 iPad_mini_4_NewUP_3 iPad_mini_4_NewUP_2

ສະ​ເປກ​ເບື້ອງ​ຕົ້ນ​ຂອງ iPad mini 4
          / ລະບົບ​ປະຕິບັດການ iOS 9
          / ຈໍ​ພາບ Retina ຂະໜາດ 7.9 ນິ້ວ ຄວາມ​ລະອຽດ 2048x1536 ພິກ​ເຊລ
          / ຊີ​ພີ​ຍູ A8 64-bit
          / ກ້ອງ iSight ຄວາມ​ລະອຽດ 8 ລ້ານ​ພິກ​ເຊລ
          / ກ້ອງ Facetime HD ຄວາມ​ລະອຽດ 1.2 ລ້ານ​ພິກ​ເຊລ
          / ຮອງ​ຮັບ Wi-Fi 802.11 a/b/g/n/ac
          / ຮອງ​ຮັບ 4G LTE
          / ຮອງ​ຮັບ Touch ID

          ທັງ​ນີ້  iPad mini 4 ຈະ​ມີ​ຕົວ​ເຄື່ອງ​ໃຫ້​ເລືອກ 3 ສີ ໄດ້​ແກ່ ສີ​ເງີນ, ສີ​ທອງ ແລະ​ສີ​ເທົາ​ ແບ່ງ​ອອກ​ເປັນ​ລຸ້ນ Wi-Fi ແລະ Cellular ມີ​ຄວາມ​ຈຸ​ໃຫ້​ເລືອກ​ລະຫວ່າງ 16GB, 64GB ແລະ 128GB ໂດຍ​ມີ​ລາ​ຄາ​ເລີ່ມ​ຕົ້ນ​ຢູ່​ທີ່ $399

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...