Homeຂ່າວຕ່າງປະເທດຈີນ ເຂັ້ມງວດການຄວບຄຸມເງິນທຶນ ເພື່ອປ້ອງກັນເງິນທຶນໄຫລອອກ

ຈີນ ເຂັ້ມງວດການຄວບຄຸມເງິນທຶນ ເພື່ອປ້ອງກັນເງິນທຶນໄຫລອອກ

Published on

1400.4f0720774794f158b6c688ef

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 10 ກັນຍາ 2015, ສຳນັກງານເງິນຕາ​​ແຫ່ງ​ລັດ​ ຂອງ​ຈີນ ​ໄດ້​ມີ ​ຄຳ​ສັ່ງ​ໃຫ້ ​ສະ​ຖາ​ບັນ ​ການ​ເງິນ​ ເພີ່ມ​ການ ກວດ​ສອບ ​ແລະ ຄວບ​ຄຸມ​ ທຸລະ​ກິດ​ ເງິນຕາຢ່າງ​ເຂັ້ມງວດ ​ໂດຍ​ສະ​ເພາະ ​ການ​ແຈ້ງ​ ລາຄາ ​ສິນຄ້າ ​ສົ່ງ​ອອກ​ ສູງ​ເກີນ​ຕົວຈິງ​ ເພື່ອ​ປົກ​ປິດ ​ເງິນ​ທຶນ​ໄຫລ​ອອກ.

ຄຳ​ສັ່ງ​ດັ່ງກ່າວ ມີ​ຂຶ້ນ ​ຫລັງ​ຈາກ ​ເດືອນ​ກ່ອນ ຈີນ​ໄດ້​ຫລຸດ​ ຄ່າ​ເງິນ​ຢວນ ລົງ​ຫລາຍ​ຄັ້ງ ລວມ​ເກືອບ 5% ພາຍ​ໃນໜຶ່ງ​ ອາທິດ ​ໂດຍ​ລະບຸ​ວ່າ ​ເປັນ​ສ່ວນ​ໜຶ່ງ ​ຂອງ​ການ​ປະຕິ​ຮູບ ​ເສດຖະກິດ ​ເພື່ອ​ໃຫ້​ອັດຕາ ​ແລກປ່ຽນ​ມີ​ ຄວາມສະ​ຖຽນ​ ລະ​ພາບ​ຫລາຍ​ຂຶ້ນ. ຂະນະທີ່ ທຶນສຳຮອງ ເງິນຕາ ຕ່າງປະເທດ ຂອງຈີນ ຫລຸດລົງຫລາຍເຖິງ 93.900 ລ້ານໂດລາສະຫະລັດ ເຫລືອ 3,56 ຕື້ໂດລາ ສະຫະລັດ ເມື່ອທ້າຍ ເດືອນສິງຫາ ເນື່ອງຈາກ ລັດຖະບານ ຂາຍໂດລາ ສະຫະລັດ ໄປຊ່ວຍອຸດໜູນ ເງິນຢວນ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...