Homeຂ່າວການພັດທະນາ5 ປີ ນະຄອນຫລວງວຽງຈັນ ສ້າງເສັ້ນທາງໄດ້ 388,48 ກິໂລແມັດ!

5 ປີ ນະຄອນຫລວງວຽງຈັນ ສ້າງເສັ້ນທາງໄດ້ 388,48 ກິໂລແມັດ!

Published on

way

ຂປລ. ​ໃນ​ໄລຍະ 5 ປີ 2011-2015 ນີ້, ນະຄອນຫລວງ​ວຽງ​ຈັນ ກໍ​ຄື ຂະ​ແໜງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສາມາດ​ຈັດ​ຕັ້ງ​ປະຕິບັດ​ ການ​ກໍ່ສ້າງ​ເສັ້ນທາງ​ໄດ້ 388,48 ກິ​ໂລ​ແມັດ ທຽບ​ໃສ່​ແຜນການ ປະຕິບັດ​ໄດ້ 70,01%, ​ໃນນັ້ນທາງ​ເບ​ຕົງ 56,84 ກວ່າກິ​ໂລ​ແມັດ, ທາງ​ປູ​ດ້ວຍ​ຢາງ​ຂົ້ວ 81,60 ກວ່າກິ​ໂລ​ແມັດ, ທາງ​ປູຢາງ​ສອງ​ຊັ້ນ 53,60 ກວ່າກິ​ໂລ​ແມັດ, ທາງ​ປູ​ແຮ່ 136,57 ກິ​ໂລ​ແມັດ ​ແລະ ທາງ​ດິນ​ທຳ​ມະ​ຊາດ 31,37 ກິ​ໂລ​ແມັດ.

​ໃນ​ບົດ​ລາຍ​ງານ​ການ​ເມືອງ ຂອງ​ອົງຄະ​ນະ​ພັກ​ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ຮູ້​ວ່າ: ນອກຈາກ​ຜົນສຳ​ເລັດ​ ໃນ​ການ​ກໍ່ສ້າງ​ເສັ້ນທາງ​ແລ້ວ, ວຽກ​ງານ​ຄຸ້ມ​ຄອງ​ເຄຫາ-ຜັງ​ເມືອງ ກໍ​ໄດ້​ສຳ​ເລັດ​ການ​ອອກ​ແບບ ​ຜັງ​ເມືອງ​ໃໝ່​ໜອງ​ປີງ, ບຶງ​ທາດຫລວງ ​ແລະ ຜັງ​ເມືອງ​ ລຽບ​ຕາມ​ຖະໜົນ 450 ປີ, ຂະຫຍາຍ​ລະບົບ​ນ້ຳ​ປະປາ ​ເຊິ່ງ​ໃນ​ທ້າຍ​ປີ 2015 ນີ້ ລະບົບ​ໂຮງງານ​ນ້ຳ​ປະປາ​ໃນ​ນະຄອນຫລວງ​ວຽງ​ຈັນ ຈະ​ສາມາດ​ສະໜອງ​ນ້ຳ​ໄດ້ 180.000 ມ3/ມື້, ການ​ບໍລິການ​ກວມ 64,28% ຂອງ 7 ​ເມືອງ; ວຽກ​ງານ​ກໍ່ສ້າງ​ປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ​ ສາມາດ​ປະຕິບັດ​ໄດ້ 21 ​ໂຄງການ.  ນອກຈາກນັ້ນ ​, ຍັງ​​ໄດ້​ຕິດ​ຕາມການ​ຂົນ​ສົ່ງ​ສິນຄ້າ ​ແລະ ​ໂດຍສານ​ຢ່າງ​ເປັນ​ປົກກະຕິ ​ເຊິ່ງ​ໃນ​ຊຸມ​ປີຜ່ານມາ​ ສາມາດ​ຂົນ​ສົ່ງ​ສິນຄ້າ​ ໄດ້​ທັງ​ໝົດ 2.237.200 ​ໂຕນ, ບໍລິ​ມາດ ຈໍລະ​ຈອນ​ສິນຄ້າ ປະຕິບັດ​ໄດ້ 107 ລ້ານ​ກວ່າ​ໂຕນ.

​ ໄປ​ພ້ອມໆ​ກັນ​ນີ້, ຍັງ​ໄດ້​ສຸມ​ໃສ່​ປັບປຸງ​ຖະໜົນ​ອາ​ຊຽນ ​ແລະ ຮ່ອງ​ລະບາຍ​ນ້ຳ ​ໂດຍ​ນຳ​ໃຊ້​ທຶນ​ກູ້​ຢືມ​ຈາກ​ອົງ ການ​ນີດາ ຄື: ກໍ່ສ້າງ​ທາງ T2, ທາງ T2.2, ທາງ T2.3, ກໍ່ສ້າງຮ່ອງ​ລະບາຍ​ນ້ຳ​ທົ່ງ​ສ້າງ​ນາງ, ປັບປຸງ​ສ້ອມ​ແປງ​ລະບົບ​ລະບາຍ​ນ້ຳ​ແຄ​ມທາງ, ​ໄດ້​ເອົາ​ໃຈ​ໃສ່​ອະນາ​ໄມ​ລ້າງ​ທາງ, ຕັດ​ຫຍ້າ, ຫົດ​ສວນ​ດອກ​ໄມ້, ອະນາ​ໄມ​ປັດກວາດ, ບົວລະບັດ​ຮັກສາ​ສວນ​ດອກ​ໄມ້​ແຄມ​ທາງ ​ແລະ ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ຕາມ​ສຳນັກງານ-ອົງການ ​ແລະ ຄົວ​ເຮືອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...