Homeຂ່າວຕ່າງປະເທດສະຫລາດຫລາຍ! ເດັກຍິງອັງກິດ ໄວ 12 ປີ ໄອຄິວສູງກວ່າໄອນ໌ສະໄຕນ໌

ສະຫລາດຫລາຍ! ເດັກຍິງອັງກິດ ໄວ 12 ປີ ໄອຄິວສູງກວ່າໄອນ໌ສະໄຕນ໌

Published on

EyWwB5WU57MYnKOuXq9I4IVEikuq76Fvf7eQYZ0NfeGZCZZ04SnFvx

ຍົກ​ນິ້ວ​ໃຫ້​ເລີຍ.. ເດັກ​ຍິງ​ອັງ​ກິດ​ເຊື້ອສາຍ​ອິນ​ເດຍ​ໜ້າ​ຕາ​​ງາມ ໄວ 12 ປີ ໄອ​ຄິວ​​ສູງ​ເຖິງ 162 ຫລາຍກວ່າ ອັນ​ເບີດ ໄອ​ນ໌ສະ​ໄຕນ໌ ແລະ ​ສະ​ຕີ​ເຟັ່ນ ຂະນະ​ທີ່ ພໍ່​ເຜີຍສ່າ ລູກ​ສາວ​ອ່ານ​ນິ​ຍາຍ​ແຟນ​ຕາ​ຊີ​ເລື່ອງ​ດັ່ງ ‘ແຮລ໌​ລີ່ ພອດ​ເຕີລ໌’ 7 ເຫລັ້ມ​ຈົບ ມາ​ແລ້ວ​ເຖິງ 3 ຮອບ

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ເລື່ອງ​ຮື​ຮາ​ຂອງ​ເດັກ​ຍິງ​ລີ​ເດຍ ຊີ​ບາດ​ຕຽນ ຊາວ​ອັງ​ກິດ​ເຊື້ອສາຍ​ອິນ​ເດຍ ໄວ 12 ປີ ໃນ​ເມືອງ​ເອ​​ເສັກຊ໌ ປະເທດ​ອັງ​ກິດ ທີ່​ມີ​ລະ​ດັບ​​ປັນຍາ ຫລື IQ (ໄອ​ຄິວ) ສູງ​ເຖິງ 162 ຫລາຍກວ່າ ອັນ​ເບີດ ໄອ​ນ໌ສະ​ໄຕນ໌ ແລະ ​ສະ​ຕີ​ເຟັ່ນ

ເດິ ກາດຽນ ລາຍ​ງານ​ວ່າ ຈາກ​ການເຮັດ​ບົດ​ທົດສອບ​ທີ່​ອອກ​ໂດຍ​ສະມາຄົມ​ເມນ​ຊາ ຊຶ່ງ​ເປັນ​ສະມາຄົມ​ເຟ້ນ​ຫາ​ບຸກ​ຄົນ​​ທີ່​ມີ​ໄອ​ຄິວ​ສູງ​ນັ້ນ ເດັກ​ຍິງ​ລິ​ເດຍ​ໄດ້​ໄປ​ທົດສອບ​ວັດ​ໄອ​ຄິວ ທີ່​ວິທະຍາ​ໄລເ​ບິລ໌​ເບັກ ນະຄອນຫລວງ​ລອນ​ດອນ ໃນວັນຢຸດ ແລະ ​ເດັກ​ຍິງ​ໃຊ້​ເວລາ​ເຮັດ​ພຽງ​ບໍ່​ຈັກ​ນາ​ທີ​ເທົ່າ​ນັ້ນ​ກໍ​ສຳເລັດ​ຮຽບຮ້ອຍ ທີ່​ສຳຄັນ ຍັງ​ໄດ້​ຄະ​ແນນ​ສູງ​ສຸດ ຊຶ່ງ​ຄິດ​ເປັນ 1% ຂອງ​ຈຳນວນ​ຜູ້​ທີ່​ມາ​ສອບ​ວັດ​ໄອ​ຄິວ​ທັງ​ໝົດ ໂດຍ​ເດັກ​ຍິງ​ລິ​ເດຍ ຍັງ​ເລົ່າ​ກ່ຽວກັບ​ຂໍ້​ສອບ​ຊຶ່ງ​ມີ​ຫລາຍ​ວິ​ຊາ ຢ່າງ​ເຊັ່ນ ພາສາ ລວມ​ທັງ​ການ​ປຽບທຽບ​ແລະ ອື່ນໆ ວ່າ ຕອນ​ທຳອິດ ນາງ​ກໍ​ຮູ້ສຶກ​ງົງໆ ຄືກັນ ແຕ່​ກໍ​ເລີ່ມ​ລົງ​ມື​ເຮັດ​ຂໍ້​ສອບ​ທັນ​ທີ ຊຶ່ງ​ຂໍ້​ສອບ​ກັບ​ງ່າຍ​ກວ່າ​ທີ່​ນາງ​ຄິດ​ໄວ້​ຫລາຍ ແລະ ​ພໍເຮັດໄປ ນາງ​ກໍ​ຮູ້ສຶກ​ສະບາຍ ບໍ່​ຄຽດ​ຫຍັງ

NjpUs24nCQKx5e1D68j0jccej8bVhywb2RpnHffyQzU

ທ້າວລຸນ ຊີ​ບາດ​ຕຽນ ພໍ່​ຂອງ​ເດັກ​ຍິງ​ລິ​ເດຍ ເລົ່າ​ເຖິງ​ຄວາມ​ເປັນ​ເດັກ​ສະຕິປັນຍາ​ດີ​ຂອງ​ລູກ​ສາວ​ວ່າ ລິ​ເດຍ​ອ່ານ​ນິຍາຍ​ເລື່ອງ​ແຮລ໌​ລີ່ ພອດ​ເຕີລ໌ 7 ເຫລັ້ມ​ຈົບ ໄປ​ແລ້ວ​ເຖິງ 3 ຮອບ ນອກ​ຈາກ​ນັ້ນ ລິ​ເດຍ​ຍັງມີ​ຄວາມ​ສາມາດ​ໃນ​ດ້ານ​ອື່ນໆ ດ້ວຍ ຢ່າງ​ເຊັ່ນ ຫລິ້ນ​ໄວ​ໂອ​ລິນ​ເປັນ​ຕັ້ງ​ແຕ່​ອາ​ຍຸ 4 ປີ ແລະ ​ເລີ່ມ​ເວົ້າ​ຕັ້ງ​ແຕ່​ອາ​ຍຸ​ແຄ່ 6 ເດືອນ​ເທົ່າ​ນັ້ນ

ທັງ​ນີ້ ສະມາຄົມ​ເມນ​ຊາ ຖື​ເປັນ​ສະມາຄົມ​ຂອງ​ຄົົນທີ່​ມີ​ໄອ​ຄິວ​ສູງ ທີ່​ເກົ່າ​ແກ່​ທີ່ສຸດ​ໃນ​ໂລກ ແລະ ​ທາງ​ສະມາຄົມ​ໄດ້​ເປີດ​ກວ້າງ​ໃຫ້​ທຸກ​ຄົນ​ສາມາດ​ມາ​ທົດສອບ​ໄອ​ຄິວ ຂະນະ​ທີ່ ໃນ​ຈຳນວນ​ຄົນ​ທີ່​ມີ​ໄອ​ຄິວ​ສູງ​ນັ້ນ ມີ​ພຽງ​ປະ​ມານ 2% ຂອງ​ຜູ້​ທີ່​ມາ​ທົດສອບ ສ່ວນ​ລະ​ດັບ​ປັນຍາ (Intelligence Quotient) ຫລື​ເອີ້ນ​ສັ້ນໆ​ວ່າ​ໄອ​ຄິວ ໝາຍ​ເຖິງ ຄວາມ​ສະຫລາດ​ທາງ​​ປັນຍາ ການ​ຄິດ ການ​ໃຊ້​ເຫດຜົນ ການ​ຄິດໄລ່ ການ​ເຊື່ອມ​ໂຍງ ໂດຍ​ໄອ​ຄິວ ເປັນ​ຄວາມໄວ​ຂອງ​ສະຫມອງ​ທີ່​ຕິດ​ຕົວ​ມາ​ຕັ້ງ​ແຕ່​ເກີດ ປ່ຽນ​ແປງ​ແກ້​ໄຂ​ໄດ້​ຍາກ ສຳລັບ​ຄົນ​ສ່ວນ​ໃຫຍ່​ມີ​ໄອ​ຄິວ 90-110 ຄົົນທີ່​ມີ​ໄອ​ຄິວ​ເກີນ 120 ຖື​ວ່າ ມີ​ໄອ​ຄິວ​ໃນ​ລະ​ດັບ​ສູງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...