Homeຂ່າວຕ່າງປະເທດກ້າ​ກິນ​ບໍ່? ເຄ້​ກ​ຝັງ​ເພັດ​ແພງທີ່​ສຸດ​ໃນ​ໂລກ​ເກືອບ 3 ພັນ​ລ້ານ

ກ້າ​ກິນ​ບໍ່? ເຄ້​ກ​ຝັງ​ເພັດ​ແພງທີ່​ສຸດ​ໃນ​ໂລກ​ເກືອບ 3 ພັນ​ລ້ານ

Published on

https://youtu.be/ryfl-RSaLt0
„ເວັບ​ໄຊຕ໌​ຂ່າວ​ຕ່າງປະເທດ “ເດ​ລິ​ເມລ”ລາຍ​ງານ​ຈາກ​ປະເທດ​ສະ​ຫາລັດ​ອາ​ລັບ ອາມິເລດເມື່ອ​ວັນທີ່ 9 ກັນຍາ. ວ່າ “ເດັບ​ບີ້ ວິງ​ແຮມ” ດີ​ໄຊນ໌​ເນີລ໌​ຊື່​ດັ່ງ ​ແມ່​ລູກ​ສາມ ໄວ 33 ປີ ອອກ​ແບບ “​ເຄ້​ກ” ມູນ​ຄ່າ 48.5 ລ້ານ​ປອນອັງ​ກິດ ໃຫ້​ກັບ​ລູກ​ຄ້າ​ທີ່​ອາໄສ​ຢູ່ໃນ​ສະ​ຫາຣັດ​ອາ​ລັບອາມິເລດ ຜູ້​ບໍ່​ປະສົງ​ຈະ​ເປີດ​ເຜີຍ​ຊື່ ໂດຍ​ລູກ​ຄ້າ​ຄົນ​ດັ່ງ​ກ່າວ​ສັ່ງ​ເຮັດ​ເຄ້​ກ​​ນີ້​ໃຫ້​ກັບ​ຜູ້​ເປັນ​ລູກ​ສາວ​ເພື່ອ​ຈັດ​ງານ​ມື້​ວັນເກີດ​ແລະ​ງານ​ໝັ້ນ    ເຄ້​ກ​ມີ​ຂະໜາດ​ຍາວ 1.8 ແມັດ ມາ​ໃນ​ສະ​ໄຕລ໌​ແຟ​ຊັ່ນ​ທີ່​ມີ​ຕຸກກະ​ຕາ​ໃສ່​ຊຸດ​​ຍາວ​ (ສິນ​ລະປະ​ຕັດ​ຫຍິບ​ຂັ້ນ​ສູງ​ສຸດ) ທີ່​​ວິງ​ແຮມ​ເປັນ​ຄົນ​ອອກ​ແບບ​ໃນ​ອະ​ດີດ​ຍືນ​ຢູ່​ສູນກາງ ເທິງ​ເຄ້​ກ​ ຍັງມີເຫລົ່າ​ຕຸກກະ​ຕາ​ນາງ​ແບບ​ອີກ​ຕົວ​ທີ່​​ໃສ່​ຊຸດ​ຍາວ​ງົດງາມ​ທີ່​ເຮັດ​ຂຶ້ນ​ຢ່າງ​ດີ ທຸກ​ຢ່າງ​ທີ່​ຢູ່​ເທິງ​ເຄ້​ກລ້ວນແຕ່​ສາມາດ​ຮັບປະທານ​ໄດ້ ນອກ​ຈາກ​ນີ້ ສິ່ງ​ຈຳ​ລອງ​ທີ່​ຢູ່​ເທິງ​ເຄ້​ກລ້ວນ​ແລ້ວ​ແຕ່​ເຮັດ​ຮຽນ​ແບບ​ມາ​ຈາກ​ແບ​ຣນ​ດັງ​ ແລະ ​ເຫລົ່າຕຸກກະ​ຕາ​ທີ່​ນັ່ງ​ຢູ່​ເທິງ​ເຄ້ກ​ທີ່ຮຽນ​ແບບ​ລັກສະນະ​ດີ​ໄຊນ໌​ເນີ​ຊື່​ດັງ​ອີກ​ດ້ວຍ    ເຄ້​ກ​​ນີ້​ໜັກ 450 ກິ​ໂລ​ກຣາມ ຫລື ​ເທົ່າ​ກັບ​ໝີ​ຕົວ​ໃຫຍ່​ຕົວ​ໜຶ່ງ ໃຊ້​ເວລາ​ເຮັດ 1,100 ຊົ່ວ​ໂມງ ສິ່ງ​ປະ​ດັບ​ຕົກ​ແຕ່ງ​ທີ່​ຢູ່​ເທິງ​ເຄ້​ກ​ປະກອບໄປ​ດ້ວຍ ເພັດ​ສີ​ຊົມ​ພູ 5.2 ກະ​ລັດ ເພັດ​ສີ​ເຫລືອງ 6.4 ກະ​ລັດ ເພັດ​ທຳມະດາ 5 ກະ​ລັດ ອີກ 15 ເມັດ ແຕ່​ເພັດ​ນິນ​ຈິນ​ດາ​ເຫລົ່າ​ນີ້​ກໍ​ມີ​ມູນ​ຄ່າ 30  ລ້ານ​ປອນອັງ​ກິດ ສ່ວນ​ທີ່​ເຫລືອ​ອີກ​ກວ່າ 4,000 ຊິ້ນ ຈະ​ປະກອບ​ໄປ​ດ້ວຍ​ມົງກຸດ ​ແລະ ​ພອຍ​ສີ​ມ່ວງ ສ່ວນ​ອື່ນໆຈະ​ຕົກ​ແຕ່ງ​ດ້ວຍ​ເພັດ​ໜຶ່ງ​ກະ​ລັດ 400 ເມັດ ເພັດ​ສາມ​ກະ​ລັດ 73 ເມັດ ເພັດ​ສີ​ດຳ​ສາມ​ກະ​ລັດ​ອີກ 75 ເມັດ ​ວິງ​ແຮມ​ກ່າວ​ວ່າ ນາງ​ພູູມໃຈ​ ແລະ​ ມ່ວນຊື່ນໄປກັບລາຍລະອຽດ​ຂອງ​ຜົນ​ງານ​ຊິ້ນ​ນີ້​ຫລາຍ“

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...