Homeລົດຍົນ-ຍານພາຫະນະAudi Q6 e-tron ລົດ​ພະລັງ​ງານ​ໄຟ​ຟ້າ​ທີ່​ໃກ້​ຈະ​ອອກ​ມາເດືອນ​ນີ້

Audi Q6 e-tron ລົດ​ພະລັງ​ງານ​ໄຟ​ຟ້າ​ທີ່​ໃກ້​ຈະ​ອອກ​ມາເດືອນ​ນີ້

Published on

Audi Q6 e-tron ລົດ​ພະລັງ​ງານ​ໄຟ​ຟ້າ​ທີ່​ໃກ້​ຈະ​ອອກ​ມາ​ລະເບີດພະລັງພ້ອມກັບ​ພະລັງ 400 ມ້າ

1441791223

Audi (ອໍ​ດີ້) ກຽມ​ເປີດ​ຕົວ​ລົດ​ພະລັງ​ງານ​ໄຟ​ຟ້າ​ຕົ້ນ​ແບບ  Audi e-tron Quattro ຊຶ່ງ​ນັບ​ເປັນ​ຄັນ​ທຳອິດ​ຂອງ​ທາງ​ຄ້າຍ​ໃນ​ງານ  Frankfurt Motor Show 2015 ປະເທດ​ເຢຍລະມັນ

ໂດຍ​ທັງ​ນີ້​ຄາດ​ວ່າ  Audi e-tron Quattro ຈະ​ມີ​ຊື່​ວ່າ  Q6 e-tron ແລະ​ ຈະ​ຖືກ​ອອກ​ແບບ​ໃຫ້ເປັນ​ລົດ​ປະ​ເພດ SUV ຊຶ່ງ​ຈາກ​ພາ​ບສະ​ເກັດ​ທີ່​ເຫັນ​ນັ້ນ ຕົວ​ລົດ​ຈະ​ມີ​ຄວາມ​ສະປອດທີ່ສຸດ​ແສນ​ຈະ​ງົດງາມ

Audi e-tron Quattro ຈະ​ມາ​ພ້ອມ​ເຄື່ອງ​ຈັກ​ເຖິງ 2 ແບບ ໂດຍ​ເຄື່ອງ​ຈັກທຳອິດ​ຈະໃຫ້​ກຳ​ລັງ​ສູງ​ສຸດ 300 ແຮງ​ມ້າ ແຮງ​ບິດ 449 ນິວ​ຕັນ​ແມັດ ແລະ ​ເຄື່ອງ​ຈັກ​ອີກ​ຕົວ​ທີ່​ໃຫ້​ກຳ​ລັງ​ສູງ​ສຸດ​ເຖິງ 400 ແຮງ​ມ້າ ແຮງ​ບິດ 649 ນິວ​ຕັນ​ແມັດ ຊຶ່ງ​ຈະ​ເຮັດວຽກ​ຮ່ວມ​ກັບ​ແບດ​ເຕີ​ລີ່ຂະໜາດ​ໃຫຍ່ ທີ່​ຈະໃຫ້​ພະລັງ​ງານ​ໄຟ​ຟ້າ​ຂະໜາດ 100 ກິ​ໂລ​ວັດຕໍ່ຊົ່ວ​ໂມງ ຊຶ່ງ​ຈະ​ສາມາດ​ແລ່ນໄດ້​ໄກ​ຫລາຍກວ່າ 320 ກມ.

1441791227

Audi ຈະ​ເປີດ​ຕົວ  Audi e-tron Quattro ຫລື  Q6 e-tron ຢ່າງ​ເປັນ​ທາງ​ການ​ໃນ​ງານ  Frankfurt Motor Show 2015 ປະເທດ​ເຢຍລະ​ມັນ ລະຫວ່າງ​ວັນທີ່ 15-27 ກັນຍາ​ທີ່​ຈະ​ເຖິງ​ນີ້

 

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...