spot_img
Homeຂ່າວຕ່າງປະເທດເປີດໂຕແລ້ວ iPhone 6s ແລະ 6s Plus ພ້ອມ iPad ຈໍຍັກ

ເປີດໂຕແລ້ວ iPhone 6s ແລະ 6s Plus ພ້ອມ iPad ຈໍຍັກ

Published on

EyWwB5WU57MYnKOuXq9I3rg5JEHV5A9gUZsNTFeZDzL7GO3uXbORt8
ແອປເປິລ ຈັດງານເປີດໂຕຜະລິດຕະພັນໃໝ່ ຫຼາຍຢ່າງ ລວມທັງ ໄອໂຟນ 6ເອັສ ແລະ ໄອໂຟນ 6ເອັສ ພລັສ ຕາມຄວາມຄາດໝາຍ ແລະເຊີໄພຣສ໌ ດ້ວຍໄອແພດລຸ້ນໃຫມ່ ຈໍຍັກ

ມື້ວານນີ້ ບໍລິສັດ ຜູ້ຜະລິດອຸປະກອນ ຄອມພິວເຕີຍັກໃຫຍ່ຂອງໂລກ ຈັດງານພິເສດຂຶ້ນທີ່ອາຄານ ບິລເກຣແຮມ ຊິວິກ ອໍດິໂທຣຽມ ໃນຊານຟຣານຊິສໂກ ລັດຄາລິໂຟເນຍ ໂດຍໄດ້ເປີດໂຕຜະລິດຕະພັນໃໝ່ຢ່າງຫຼວງຫຼາຍ ລວມທັງ ໄອໂຟນ 6ເອັສ ແລະ ໄອໂຟນ 6ເອັສ ພລັສ ຕາມຄວາມຄາດໝາຍ. ນອກຈາກນີ້ ກໍຍັງເປີດໂຕ ໄອແພດ ໂປຣ ເຊິ່ງເປັນໄອແພດລຸ້ນໃຫມ່ ມີຈໍຂະໜາດໃຫຍ່ອີກດ້ວຍ.

ຕົວຢ່າງຮູບຖ່າຍຈາກກ້ອງຫຼັງ 12 ລ້ານພິກເຊວ ຂອງໄອໂຟນ 6ເອັສ ແລະ 6ເອັສ ພລັສ (ຮູບຈາກ AP)
ຕົວຢ່າງຮູບຖ່າຍຈາກກ້ອງຫຼັງ 12 ລ້ານພິກເຊວ ຂອງໄອໂຟນ 6ເອັສ ແລະ 6ເອັສ ພລັສ (ຮູບຈາກ AP)
ເມນູລັດເມື່ອໃຊ້ 3D Touch (ຮູບ: CNET)
ເມນູລັດເມື່ອໃຊ້ 3D Touch (ຮູບ: CNET)
 ດາວໂຫຼດ ໄອໂອເອັສ 9 ໄດ້ຕັ້ງແຕ່ ວັນທີ 16 ກັນຍາ ເປັນຕົ້ນໄປ  (ຮູບ: AFP)
ດາວໂຫຼດ ໄອໂອເອັສ 9 ໄດ້ຕັ້ງແຕ່ ວັນທີ 16 ກັນຍາ ເປັນຕົ້ນໄປ  (ຮູບ: AFP)

ໄອໂຟນ 6ເອັສ ມີຂະໜາດຈໍ້ໜໍ 4.6 ນິ້ວ ຂະນະທີ່ ໄອໂຟນ 6ເອັສ ພລັສ ຈໍກວ້າງ 5.5 ນິ້ວ ທັງ 2 ລຸ້ນ ມາພ້ອມກັບລະບົບປະຕິບັດການ ໄອໂອເອັສ 9 ຕິດຕັ້ງຊິບປະມວນຜົນ ‘A9’ ຊິບ 64-bit ລຸ້ນທີ 3 ຂອງແອປເປິລ ເຊິ່ງີ CPU ແລະ GPU ໄວກວ່າຊິບ A8 ເຖິງ 70% ແລະ 90% ຕາມລຳດັບ. ນອກຈາກນີ້ ແອປເປິລ ຍັງຕິດຕັ້ງຊິບປະມວນຜົນຄວາມເຄື່ອນໄຫວ ‘M9’ ໄວ້ໃນຊິບ A9 ເປັນຄັ້ງທຳອິດ ເຮັດໃຫ້ການເອີ້ນໃຊ້ງານ Siri ດ້ວຍຄຳສັ່ງສຽງ “Hey Siri” ພ້ອມໃຊ້ງານຢູ່ສະເໝີ ຂະນະທີ່ພັດທະນາ TouchID ເປັນລຸ້ນທີ 2 ເຮັດໃຫ້ການປະມວນຜົນລາຍນິ້ວມືໄວຂຶ້ນ 2 ເທົ່າ ຂະນະທີ່ຮອງຮັບເຄືອຂ່າຍ LTE ເພິ່ມຂຶ້ນເປັນ 23 ຍ່ານຄວາມຖີ່.

ແອປເປິລຍົກເຄື່ອງກ້ອງ iSight ດ້ານຫຼັງຂອງ ໄອໂຟນ 6ເອັສ ແລະ 6ເອັສ ພລັສ ໃໝ່ ໃຫ້ມີຄວາມລະອຽດ 12 ລ້ານພິກເຊລ ມີພິກເຊລຫຼາຍກວ່າເກົ່າ 50% ລະບົບໂຟກັສອັດຕະໂນມັດ ຍັງວ່ອງໄວຂຶ້ນດ້ວຍ. ນອກຈາກນີ້ ຍັງມີເທັກໂນໂລຢີ Deep Trench Isolation ເຊິ່ງຊ່ວຍຮັກສາຄວາມແມ່ນຍຳຂອງສີ ອີກທັງຍັງສາມາດຖາຍວິດີໂອ ດ້ວຍຄວາມລະອຽດລະດັບ 4K 8ລ້ານພິກເຊລໄດ້ແລ້ວ ຂະນະທີ່ກ້ອງ FaceTime ຫຼືກ້ອງໜ້າລຸ້ນໃໝ່ມີຄວາມລະອຽດ 5 ລ້ານພິກເຊລ ແລະໃຊ້ແສງຈາກໜ້າຈໍແທນແສງແຟລັສ ເອີ້ນວ່າ Retina Flash.

NjpUs24nCQKx5e1D68j0iOzsaeIGPiLEgxRxTKmkftD

ໄອໂຟນ 6ເອັສ ແລະ 6ເອັສ ພລັສ ມີ 4 ສີໃຫ້ເລືອກ (ຮູບ: AP)
ໄອໂຟນ 6ເອັສ ແລະ 6ເອັສ ພລັສ ມີ 4 ສີໃຫ້ເລືອກ (ຮູບ: AP)
ສັນຍະລັກຄື້ນ ເມື່ອກົດຖືກພາບແບບ Live Photos (ຮູບ: CNET)
ສັນຍະລັກຄື້ນ ເມື່ອກົດຖືກພາບແບບ Live Photos (ຮູບ: CNET)

ຟີເຈີໃໝ່ຂອງ ໄອໂຟນ 6ເອັສ ແລະ 6 ເອັສ ພລັສ ຄື 3D Touch ເພິ່ມລູກຫຼິ້ນເວລາກົດຄ້າງ ທີ່ໄອຄອນແອພ, ອີເມວລ໌ ແລະອື່ນໆ ໂດຍຈະມີຄຳສັ່ງລັດຂຶ້ນມາໃຫ້ເລືອກ ໂດຍບໍ່ຕ້ອງເຂົ້າໄປໃນແອພ ຫຼືຖ້າກົດຄ້າງຢູ່ອີເມວລ໌ ໃນໜ້າກ່ອງຂໍ້ຄວາມ ກໍຈະສາມາດເບິ່ງເນື້ອຫາພາຍໃນໄດ້ ໂດຍບໍ່ຕ້ອງກົດເຂົ້າໄປ ເມື່ອປ່ອຍກໍຈະກັບມາຢູ່ໜ້າກ່ອງຂໍ້ຄວາມ ຄືເກົ່າ 3D Touch ຍັງເຮັດໃຫ້ສາມາດໃຊ້ງານລະບົບ Mutitasking ໄດ້ງ່າຍຂຶ້ນ ໂດຍສາມາດປ່ຽນໄປຍັງແອພອື່ນ ທີ່ເປີດຢູ່ ດ້ວຍການກົດມຸມຈໍ ແລ້ວດ້ານຂ້າງ ບໍ່ຈຳເປັນຕ້ອງດັບເບິລຄລິກ ທີ່ປຸ່ມໂຮມຄືແຕ່ກ່ອນ.

ລາຄາບີບອດແລະສໍ (ຮູບ: AP)
ລາຄາບີບອດແລະສໍ (ຮູບ: AP)

3D Touch ຍັງຖືກນຳມາໃຊ້ໃນດ້ານ ການຖ່າຍຮູບ ໂດຍແອປເປິນ ໄດ້ເພິ່ມການຖ່າຍຮູບເຄື່ອນໄຫວ ແບບໃໝ່ເອີ້ນກວ່າ Live Photos ເມື່ອກົດຄ້າງທີ່ຮູບນິ້ງ ຈະເຮັດໃຫ້ຮູບກາຍເປັນ ຮູບເຄື່ອນໄຫວໄລຍະສັ້ນໄປ.

ແອປເປິລຈະເປີດໃຫ້ດາວໂຫຼດ ໄອໂອເອັສ 9 ໃນວັນທີ 16 ກັນຍາ ແລະຈະເປີດໃຫ້ສັ່ງຈອງ ໄອໂຟນ 6ເອັສ ແລະ 6ເອັສ ພລັສ ໃນວັນທີ 12 ກັນຍາ ນີ້ ແລະຈະເລິ່ມວາງຈຳໜ່າຍໃນສະຫະລັດຯ, ຈີນ, ຝຣັ່ງ, ອັງກິດ, ຍີ່ປຸ່ນ, ອົສຕຣາລີ ແລະອື່ນໆ ໃນວັນທີ 25 ກັນຍາ ແລະຈະວາງຈຳໜ່າຍໃນ 130 ປະເທດທົ່ວໂລກ ໃນໄລຍະສະຫຼອງສົ່ງທ້າຍປີເກົ່າ 2015 ຕ້ອນຮັບປີໃໝ່ 2016 ໂດຍມີໃຫ້ເລືອກ 4 ສີ ຄື ເງິນ, ຄຳ, ຂີ້ເທົ່າ ແລະກຸຫຼາບຄຳ. ສ່ວນລາຄາເຄື່ອງແບບຕິດສັນຍາ 2 ປີ ສຳລັບ iPhone 6 ເລິ່ມຕົ້ນທີ່ $199 (16GB) ສ່ວນ iPhone 6 plus ເລິ່ມຕົ້ນທີ່ $299 (16GB).

ລາຄາໄອແພດ ໂປຣ (ຮູບ: AP)
ລາຄາໄອແພດ ໂປຣ (ຮູບ: AP)

ພາຍໃນງານ ແອປເປິລໄດ້ເປີໂຕ ໄອແພດ ໂປຣ ມາພ້ອມຈໍຂະໜາດໃຫຍ່ ກວ້າງ 12.9 ນິ້ວ ຄວາມລະອຽດ 2732×2748 ພິກເຊລ ຫຼື 5.6 ລ້ານພິກເຊລ ຕິດຕັ້ງຊິບປະມວນຜົນ A9X ຊິບ 64-bit ສຳລັບໄອແພດລຸ້ນທີ 3 ຂອງແອປເປິລ ຂະຫຍາຍຄວາມກວ້າງຂອງຊ່ອງທາງ ໃນການສົ່ງຂໍ້ມູນ (memory bandwidth) ເປັນ 2 ເທົ່າ ຈາກຊິບລຸ້ນກ່ອນ ແບັດເຕີລີ່ໃຊ້ງານໄດ້ດົນເຖິງ 10 ຊົ່ວໂມງ ມີກ້ອງ iSight 12 ລ້ານພິກເຊລ, ກ້ອງ FaceTime ຫຼືກ້ອງໜ້າແບບ HD 5 ລ້ານພິກເຊລ ຮອງຮັບໄວໄຟ 802.11ac ມີລະບົບຮັກສາສົມດຸນອັດຕະໂນມັດ ດ້ານຊ້າຍແລະຂວາຂອງເຄື່ອງ ໃຫ້ຂຶ້ນຢູ່ກັບລັກສະນະການຖື ຂອງຜູ້ໃຊ້ງານ ເພິ່ມລຳໂພງເປັນ 4 ໜ່ວຍ ຢູ່ 4 ດ້ານ.

ໄອແພດ ໂປຣ ຈໍໃຫຍ່ຂຶ້ນ (ຮູບ: CNET)
ໄອແພດ ໂປຣ ຈໍໃຫຍ່ຂຶ້ນ (ຮູບ: CNET)

ແອປເປິລຍັງເປີດໂຕ Smart Keyboard ຫຼືຄີບອດອັດສະລິຍະ ແລະສໍຂຽນ Apple Pencil ສຳລັບໃຊ້ງານຄູ່ກັບ ໄອແພສ ໂປຣ ໂດຍສະເພາະ ເຊິ່ງສໍກ້ານນີ້ມີຄວາມແມ່ນຍຳສູງ ດ້ວຍການສະແກນເຖິງ 2 ຄັ້ງ ມີເຊັນເຊີລະບຸຕຳແໜ່ງ, ນ້ຳໜັກການກົດ ແລະຄວາມອຽງ ມັນມີແບັດເຕີລີໃນໂຕ ແຕ່ສາກໄດ້ໂດຍເຊື່ອມຕໍ່ກັບ Lightning port ກັບໄອແພດ ໂປຣ ໄດ້ໂດຍກົງ ແອປເປິລ ຍັງຈັບມີກັບບໍລິສັດຄື ໄມໂຄຣຊັອບ, ອະໂດບີ ແລະອື່ນໆ ເພື່ອພັດທະນາແອພພລິເຄຊັ່ນ ທີ່ຮອງຮັບການໃຊ້ກັບ Apple Pencil ນຳອີກ.

ສໍຂຽນ ແອປເປິລ ເພນໂຊ (ຮູບ: AP)
ສໍຂຽນ ແອປເປິລ ເພນໂຊ (ຮູບ: AP)

ໄອແພດ ໂປຣ ຈະວາງຈຳໜ໋າຍໃນເດືອນ ພະຈິກ ໂດຍເຄື່ອງລຸ້ນ 32GB ມີລາຄາ $799, ລຸ້ນ 128GB ລາຄາ $949 ແລະລຸ້ນ 128GB+LTE ລາຄາ $1,079. ສ່ວນສໍ Apple Pencil ລາຄາ $99 ແລະ Smart Keyboard ລາຄາ $169.

ນອກຈາກນີ້ ແອປເປິລຍັງເປີດເຜີຍ ຂໍ້ມູນກ່ຽວກັບໂມງອັດສະລິຍະ Apple Watch ໂດຍຈະເປີດໃຫ້ອັບເດດລະບົບ ປະຕິບັດການ WatchOS 2 ໃນວັນທີ 16 ກັນຍານີ້. ສ່ວນ Apple TV ຈະຖືກຍົກເຄື່ອງໃໝ່ ໂດຍປ່ຽນໄປໃຊ້ລະບົບປະຕິບັດການ tvOS ກ້ອງຮັບສັນຍານໃຊ້ຊິບປະມວນຜົນ A8 ຮອງຮັບ Blutooth 4.0 ເຊັ່ນດຽວກັບຣີໂມດໃໝ່ ເຊິ່ງທີທັດແພດສຳລັບໃຊ້ນິ້ວສຳຜັດ ແລະໄມໂຄຣໂຟນສຳລັບສັ່ງງານ ດ້ວຍສຽງຜ່ານ Siri ທັງການອອກຄຳສັ່ງຕ່າງໆ ແລະຄົ້ນຫາຄອນເທນທີ່ຕ້ອງການ ການວາງຈຳໜ່າຍແບ່ງເປັນ 2 ລຸ້ນ ໂດຍກ່ອງຄວາມຈຸ 32GB ລາຄາ $149 ແລະກ່ອງຄວາມຈຸ 64GB ລາຄາ $199.

ແອປເປິລຈັບມືກັບ ແອເມສ ອອກແບບສາຍໂມງໃຫ້  Apple Watch (ຮູບ: AP)
ແອປເປິລຈັບມືກັບ ແອເມສ ອອກແບບສາຍໂມງໃຫ້  Apple Watch (ຮູບ: AP)
ລາຄາໃໝ່ແບບຕິດສັນຍານຂອງໄອໂຟນ ລຸ້ນຕ່າງໆ (ຮູບ: AP)
ລາຄາໃໝ່ແບບຕິດສັນຍານຂອງໄອໂຟນ ລຸ້ນຕ່າງໆ (ຮູບ: AP)

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...