Homeມຸມຂ່າວ AECສປປ ລາວ ຈະເປັນເຈົ້າພາບກອງປະຊຸມ ລັດຖະມົນຕີພັດທະນາຊົນນະບົດ - ລຶບລ້າງຄວາມທຸກຍາກ ອາຊຽນ

ສປປ ລາວ ຈະເປັນເຈົ້າພາບກອງປະຊຸມ ລັດຖະມົນຕີພັດທະນາຊົນນະບົດ – ລຶບລ້າງຄວາມທຸກຍາກ ອາຊຽນ

Published on

bounheung

ຂປລ.​ ເນື່ອງ​ໃນ​ໂອກາດ ທີ່ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຈັດກອງ​ປະຊຸມລັດຖະມົນຕີພັດທະນາຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ອາຊຽນ ຄັ້ງ​ທີ IX ພາຍ​ໃຕ້​ຄຳ​ຂວັນ “ສົ່ງ​ເສີມ​ການ​ເປັນ​ຄູ່​ຮ່ວມ​ງານ​ກັນ ລະຫວ່າງ​ ພາກ​ລັດ, ​ເອ​ກະ​ຊົນ ​ແລະ ອົງການ​ຈັດ​ຕັ້ງ​ສັງຄົມ ​ເພື່ອ​ບັນລຸ​ເປົ້າໝາຍ ການ​ພັດທະນາ​ແບບ​ຍືນ​ຍົງຫລັງ​ປີ 2015” ​ຕິດ​ພັນ​ກັບ​ງານ​ ລະນຶກ​ວັນ​ສາກົນ ​ແລະ ສັບ​ປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ເຊິ່ງກອງ​ປະຊຸມຈະ​ຈັດ​ຂຶ້ນ​ ແຕ່​ວັນ​ທີ 13-17 ຕຸລາ 2015 ທີ່​ນະຄອນຫລວງ​ວຽງຈັນ.

ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະຈຳ​ ຫ້ອງ​ວ່າການ​ລັດຖະບານ ປະທານ​ຄະນະ ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ​ໃນ​ນາມ​ຜູ້​ປະສານ​ງານ​ຂອງ​ອາຊຽນ ​ໄດ້​ຂໍ​ເຊີນຊວນ​ ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ ທຸກ​ຖ້ວນໜ້າ​ໃນ​ທົ່ວ​ປະ​ເທດ ຈົ່ງ ​ຮ່ວມ​ແຮງ​ຮ່ວມ​ໃຈ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ ​ເພື່ອ​ສ້າງ​ຂະ​ບວນການ​ຕ້ອນຮັບ ​ແລະ ​ເປັນ​ເຈົ້າພາບ​ທີ່​ດີ​ ໃຫ້​ແກ່​ກອງ​ປະຊຸມ​ດັ່ງກ່າວ​ ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບງາມ. ກອງ​ປະ​ຂຸມ​ຄັ້ງ​ນີ້ ຈະ​ມີ​ຕົວ​ແທນ​ຈາກ 10 ປະ​ເທດ​ສະມາ​ຊິກ​ອາຊຽນ ​ແລະ ຄາດ​ວ່າ​ຈະ​ມີ​ການ​​ເຊື້ອເຊີນ ບັນດາ​ປະ​ເທດ​ຄູ​ເຈລະຈາ​ເຂົ້າ​ຮ່ວມ​ນຳ, ​ໂດຍ​​ປະ​ເທດ​ສະມາຊິກ​ ກໍ​ຈະ​ມີ​ການ​ທົບ​ທວນ​ການ​ຮ່ວມ​ມື ​ແລະ ນຳ​ສະ​ເໜີ ຜົນການ​ແກ້​ໄຂ​ຄວາມທຸກ​ຍາກ ​ຂອງ​ແຕ່​ລະປະ​ເທດ ​ເພື່ອທອດ​ຖອນ​ບົດຮຽນນຳ​ກັນ, ​ໃນ​ຂະນະ​ທີ່ ສປປ ລາວ ກໍ​ຈະ​ມີ​ການສະ​ເໜີຜົນສຳ​ເລັດ​ ​ແລະ ຂໍ້​ຫຍຸ້ງຍາກ ຂອງ​ການ​ແກ້​ໄຂ​ຄວາມທຸກ​ຍາກ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສິ່ງ​ສຳຄັນ ບັນດາ​ປະ​ເທດ​ສະມາຊິກ​ ຈະ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ພ້ອມ​ກັນ​ວາງ​ທິດ​ທາງ​ແຜນການ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ວຽກງານພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​ ກໍ​ຄື ການພັດທະນາ​ແບບ​ຍືນ​ຍົງ ຢ່າງ​ມີ​ປະສິດທິພາບຫລັງ​ປີ 2015 ກໍ​ຄື​ໃນ​ອະນາຄົດ.

ທ່ານ ບຸນ​ເຮືອງ ດວງ​ພະຈັນ ​ໃຫ້​ຮູ້​ຕື່ມ​ວ່າ: ມາ​ຮອດ​ປັດຈຸບັນ ພັກ-ລັດຖະບານ ສປປ ລາວ ​ໄດ້​ມີ​ຜົນສຳ​ເລັດ​ເປັນໜ້າພໍ​ໃຈ ​ໃນ​ວຽກງານ​ດັ່ງກ່າວ ​ເນື່ອງຈາກ​ໄດ້ມີການ ສຸມທຶນຮອນ ​ເຂົ້າ​ໃນການພັດທະນາ ​ດ້ານພື້ນຖານ​ໂຄງ​ລ່າງ ທັງ​ຕົວ​ເມືອງ ​ແລະ ຊົນນະບົດ, ​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ສາມາດເຮັດ​ໃຫ້ບັນດາ​ເມືອງ, ບ້ານ ​ແລະ ຄອບຄົວ​ທຸກຍາກ​ຫລຸດ​ລົງ, ປະຊາຊົນ​ບັນດາ​ເຜົ່າ​ ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂື້ນ​ເລື້ອຍໆ. ​ຢ່າງ​ກໍ​ຕາມ ຮັບ​ຮູ້​ວ່າ​ຍັງ​ມີ​ປະຊາຊົນ ​ຈຳນວນ​ບໍ່ໜ້ອຍ ທີ່ ​ຍັງ​ມີ​ຄວາມ​ຕ້ອງການ​ໃຫ້​ລັດຖະບານ ​ເພີ່ມ​ທະວີ​ການ​ພັດທະນາ​ ດ້ານ​ພື້ນຖານ​ໂຄງ​ລ່າງ​ໃຫ້​ຫລາຍ​ຂຶ້ນ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ​ ໃຫ້​ແກ່​ປະຊາຊົນ ​ໃນ​ການ​ຜະລິດ​ຈຳໜ່າຍສິນຄ້າ, ການ​ຂົນ​ສົ່ງ, ການ​ໄປມາຫາສູ່ ​ແລະ ອື່ນໆ ​ເຊິ່ງລັດຖະບານ​ກໍ​ມີ​ ຄວາມ​ພະຍາຍາມ​ຕະຫລອດ​ມາ ​ແລະ ຈະ​ສືບຕໍ່ດຳ​ເນີນ​ການ​ແກ້​ໄຂ​ໃຫ້​ບັນລຸ​ ຕາມ​ຄາດໝາຍຢ່າງ​ແທ້​ຈິງ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...