spot_img
Homeຂ່າວການສຶກສາມສ ພັນຊຳ ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 20 ປີ

ມສ ພັນຊຳ ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 20 ປີ

Published on

ວັນທີ 9 ກັນຍາ 2015 ນີ້ ໂຮງຮຽນມັດທະຍົມສົມບູນພັນຊຳ ແຂວງຫົວພັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນ ຄົບຮອບ 20 ປີ ຢູ່ທີ່ເດີ່ນໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ແສງທອງ ແສງສຸລິນ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ມີພະແນກການອ້ອມຂ້າງແຂວງ, ເມືອງ, ໂຮງຮຽນອ້ອມຂ້າງ, ພະນັກງານ, ສິດເກົ່າ ມສ ພັນຊຳ, ຄູ-ອາຈານ ແລະ ນ້ອງຫຼານນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງໂຮງຮຽນ ມສ ພັນຊຳ ຈາກ ອາຈານ ນາງ ຈູມມາລີ ສອນທະລາ ຮອງຜູ້ອຳນວຍການ ໂຮງຮຽນ ມສ ພັນຊຳ ເຊິ່ງເຫັນໄດ້ຫຼາຍດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ໂຮງຮຽນ ມສ ພັນຊຳ ສ້າງຕັ້ງຂື້ນແຕ່ປີ 1975 ໃນເມື່ອກ່ອນເອີ້ນຊື່ວ່າ ໂຮງຮຽນປະຖົມເທດສະບານ ເຊິ່ງຂຶ້ນກັບ ພະແນກສຶກສາທິການ ໂດຍກົງຕໍ່ມາໄດ້ມີນັກຮຽນເພິ່ມຂຶ້ນເລື້ອຍໆຈົນມາຮອດປີ 1995 ຊັ້ນປະຖົມສຶກສາ ຈິ່ງໄດ້ແຍກອອກມາຂຶ້ນກັບ ບ້ານພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ ຫຼັງຈາກນັ້ນທາງຂັ້ນເທິງໄດ້ມີການຊັບຊ້ອນເອົາຄູຈາກ ໂຮງຮຽນອຸດົມພັນລາ ມາປະກອບໜ້າທີ່ໃສ່ຕື່ມຈົນມາຮອດວັນທີ 26 ສິງຫາ 1995 ຈຶ່ງໄດ້ໃສ່ຊື່ ໂຮງຮຽນນີ້ວ່າ ໂຮງຮຽນມັດທະຍົມພັນຊຳ ມີນັກຮຽນຊັ້ນ ມ1 ແລະ ມ3 ລວມທັງໝົດ 364 ນ້ອງ,ມີຄູສອນທັງໝົດ 22 ຄົນ,ຍິງ 8 ຄົນ ລວມທັງຄະນະອຳນວຍການ,ມີ 15 ຫ້ອງຮຽນ,ຫ້ອງການຄູ 2 ຫ້ອງ,ເຮືອນລ້ຽງເດັກ 1 ຫຼັງ ແລະ ສະໂມສອນ 1 ຫຼັງ ຕະຫຼອດ 20 ປີ ຜ່ານມາໂຮງຮຽນ ມສ ພັນຊຳແຫ່ງນີ້ເຖິງວ່າບາງສົກຮຽນຈະພົບຄວາມຫຍຸ້ງຍາກໃນຫຼາຍດ້ານກໍ່ຕາມແຕ່ຄະນະອຳນວຍການພ້ອມດ້ວຍທຸກຂັ້ນຕະຫຼອດຮອດຜູ້ບໍລິຫານໂຮງຮຽນໃນແຕ່ລະຊຸດກໍ່ໄດ້ເອົາໃຈໃສ່ນຳພາຄູອາຈານຄົ້ນຄ້ວາຕຳລາການຮຽນ-ການສອນ,ຂຶ້ນຫ້ອງສອນເປັນປົກກະຕິ,ພະຍາຍາມຊອກຫາທຸກວິທີທາງແກ້ໄຂເພື່ອໃຫ້ ການຮຽນ-ການສອນ ໄດ້ດຳເນີນເປັນປົກກະຕິຕະຫຼອດທຸກໆສົກຮຽນ ຈາກນັ້ນຕໍ່ມາຄູອຈານຫຼາຍຄົນກໍ່ໄດ້ໄດ້ມີຄວາມບຸກບືນສູ້ຊົນຈົນກາຍເປັນຄູສອນດີສອນເກັ່ງພິເສດມີຄູສອນ 2 ຄົນໄດ້ຮັບນາມມະຍົດດຳລົງຕຳແໜ່ງເປັນຄູວິຊາການ,ມີນັກຮຽນຫຼາຍນ້ອງກາຍເປັນນັກຮຽນເກັ່ງໃນການເຂົ້າຮ່ວມແຂ່ງຂັນລະດັບຕ່າງໆເຊິ່ງສາມາດຍາດໄດ້ອັບດັບທີ1, ທີ2 ແລະ ທີ3 ໃນຂັ້ນເມືອງ,ຂັ້ນແຂວງ ແລະ ລະດັບຊາດດັ່ງນີ້: ສົກຮຽນ 2000-2001 ທ້າວ ພວງມາລີ ສາມາດຍາດໄດ້ອັນດັບທີ 1 ໃນທົ່ວປະເທດ ຂອງການຂຽນບົດຫຍໍ້ໄດ້ໄປທ່ຽວ ປະເທດຢີ່ປຸ່ນ,ສົກຮຽນ 2007-2008 ທ້າວ ຄໍາພາກອນ ສາມາດຍາດໄດ້ອັນດັບທີ 5 ໃນທົ່ວປະເທດ ໄດ້ໄປທ່ຽວຢີ່ປຸ່ນ,ສົກຮຽນ 2007-2008 ທ້າວ ຫົງຢ່ຽນ ໄດ້ອັນດັບທີ 2 ໃນການຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດ ວິຊາ ພາສາລາວ ຊັ້ນ ມ6,ສົກຮຽນ 2008-2009 ນາງ ອອນອານົງ ໄດ້ອັນດັບທີ 2 ໃນການຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດ ວິຊາພາສາລາວ ຊັ້ນ ມ6 ສົກຮຽນ 2010-2011 ນາງ ບຸນປະເສີດ ໄດ້ອັນດັບທີ 2 ໃນການຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດ ວິຊາ ພາສາລາວ ຊັ້ນ ມ7,ສົກຮຽນ 2012-2013 ນາງຊາຍພອນ ໄດ້ອັນດັບທີ 1 ໃນການຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດ ວິຊາ ພາສາລາວ ຊັ້ນ ມ7 ແລະ ທ້າວໄຊ ແສງຈັນວິໄລທໍ່ ໄດ້ອັນດັບທີ 3 ໃນການຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ຊັ້ນ ມ4 ໃນໄລຍະ 20 ປີ ຜ່ານມາທາງໂຮງຮຽນໄດ້ສ້າງນັກຮຽນທີ່ຈົບມັດທະຍົມຕອນປາຍໄດ້ 16 ຊຸດ ມີຈຳນວນນັກຮຽນທັງໝົດ 4800 ກ່ວາຄົນ ໃນນັ້ນມີນັກຮຽນຫຼາຍຄົນທີ່ຈົບຈາກໂຮງຮຽນຫຼັງນີ້ໄດ້ກາຍເປັນ ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດທີ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດ ພິເສດໄປກ່ວານັ້ນຫຼາຍຄົນກໍ່ໄດ້ກາຍເປັນການນຳຂັ້ນແຂວງ,ຂັ້ນເມືອງ ແລະ ຂັ້ນອື່ນໆທີ່ນຳເອົາຄວາມຮູ້ຈາກຄູຜ່ານໂຮງຮຽນແຫ່ງນີ້ກັບມາສ້າງສາພັດທະນາບ້ານເມືອງ ແລະ ປະເທດຊາດຂອງຕົນ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າຂຶ້ນເລື້ອຍໆ ນອກນັ້ນວຽກງານພົວພັນຊຸມຊົນທາງໂຮງຮຽນດັ່ງກ່າວໄດ້ຈັດຕັ້ງສະມາຄົມ ພໍ່-ແມ່ ນັກຮຽນເຊິ່ງມີ 6 ໝູ່ບ້ານຂຶ້ນກັບ 2 ກຸ່ມບ້ານສົມທົບກັບຄູອຈານພາຍໃນໂຮງຮຽນສ້າງລາຍຮັບເພື່ອເປັນກອງທຶນຊ່ວຍເຫຼືອເດັກທຸກຍາກ ແລະ ຜູ້ດ້ອຍໂອກາດ ໃນປະຈຸບັນມີເງິນຄັງຢູ່ 8 ລ້ານກ່ວາກີບ,ວຽກງານຈັດຕັ້ງມະຫາຊົນໜ່ວຍສະຫະພັນແມ່ຍິງສາມາດຍາດໄດ້ແມ່ຍິງ 3 ດີ 15 ຄັ້ງ,ກຳມະບານ 2 ດີ 5 ເປັນເຈົ້າ 3 ປີຊ້ອນ,ຊາວໜຸ່ມ 3 ດີ 4 ຮູ້ 2 ເທື່ອ ໃນຕໍ່ໜ້າທາງໂຮງຮຽນຈະນຳພາຄູອາຈານສືບຕໍ່ເອົາໃຈໃສ່ຄົ້ນຄ້ວາບົດສອນ-ແຕ່ງບົດສອນ,ຂຶ້ນຫ້ອງປົກກະຕິສູ້ຊົນສ້າງຄູວິຊາການໃຫ້ໄດ້ຢ່າງນ້ອຍ 1-2 ຄົນຕໍ່ປີ,ສືບຕໍ່ພົວພັນສ້າງຄວາມສາມັກຄີພາຍໃນ-ພາຍນອກ,ແລກປ່ຽນບົດຮຽນໃນການຊີ້ນຳເພື່ອປຶກສາຫາລືໃນການຄຸ້ມຄອງນັກຮຽນໃຫ້ຢູ່ໃນຄວາມຮັບ ຜິດຊອບຂອງຄູ,ຄອບຄົວ ແລະ ສັງຄົມຕະຫຼອດເວລາ

11988529_1653338434953287_6973942030913481617_n

11988614_1653338754953255_8809422730604052334_n

12006181_1653338424953288_5146192206709945177_n

11221571_1653338758286588_2420129504274643682_n

 

ຂອບໃຈຂ່າວແລະພາຍຈາກ: ສກຂ ຫົວພັນ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...