Homeຂ່າວການພັດທະນາເມືອງຫລວງພະບາງ ນຳໃຊ້ລົດໄຟຟ້າ ເຂົ້າບໍລິການຂົນສົ່ງໂດຍສານ

ເມືອງຫລວງພະບາງ ນຳໃຊ້ລົດໄຟຟ້າ ເຂົ້າບໍລິການຂົນສົ່ງໂດຍສານ

Published on

081

ຂປລ. ປະຊາຊົນ ແລະ ນັກທ່ອງທ່ຽວ ຢູ່ເມືອງຫລວງພະບາງ ຈຳນວນຫລາຍ ຕ່າງກໍຫັນມາໃຊ້ບໍລິການລົດໂດຍສານລະບົບໄຟຟ້າ ເພາະເປັນມິດ ຕໍ່ສິ່ງ ແວດລ້ອມ ແລະ ຫລຸດຜ່ອນ ຄວາມແອອັດ ຂອງການສັນຈອນ ໃນຕົວເມືອງ. ພາຍຫລັງ ທີ່ໄດ້ທົດລອງ ນຳໃຊ້ໃນໄລຍະໜຶ່ງ, ມາຮອດວັນທີ 8 ກັນຍານີ້ ສະຖານີ ຈອດລົດໄຟຟ້າ ບ້ານນາຫລວງ ເມືອງຫລວງພະບາງ ໄດ້ຈັດພິທີ ເປີດການນໍາໃຊ້ ລົດໂດຍສານ ລະບົບໄຟຟ້າ ແລະ ສະຖານີ ຈອດລົດ ຊົ່ວຄາວ ຂຶ້ນ ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ເລຂາພັກ ແຂວງຫລວງພະບາງ ພ້ອມດ້ວຍເຈົ້າເມືອງ ຫລວງພະບາງ ຜູ້ຕາງໜ້າ ອົງການໄຈກາ, ຄະນະພະແນກ ໂຍທາ ທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳຂັນ ຈັນທະວີສຸກ ໄດ້ມີຄຳເຫັນ ຕໍ່ພິທີວ່າ: ການບໍລິການ ຂົນສົ່ງ ໂດຍສານ ໂດຍນຳໃຊ້ ລົດໄຟຟ້ານີ້ ແມ່ນໄດ້ຮັບການ ສະໜັບສະໜູນ ແລະ ຊ່ວຍເຫລືອລ້າ ຈາກອົງການ ໄຈກາ ກໍຄື ລັດຖະບານ ຍີ່ປຸ່ນ ຈຳນວນ 100 ຄັນ ໃຫ້ແກ່ ລັດຖະບານລາວ ແຕ່ໃນເບື້ອງຕົ້ນ ໄດ້ມີການທົດລອງ ກ່ອນຈໍານວນ 14 ຄັນ, ໂດຍກໍານົດ ເອົາຕົວເມືອງມໍລະດົກໂລກ ຫລວງພະບາງ ເປັນຈຸດທົດລອງ, ຜ່ານການທົດລອງ ນັບແຕ່ເດືອນ ມິຖຸນາ 2015 ເປັນຕົ້ນມາ ເຫັນວ່າ ປະຊາຊົນ ຫລວງພະບາງ ໃຫ້ຄວາມສົນໃຈຫລາຍ ແລະ ຫັນມາຊົມໃຊ້ ການບໍລິການ ນັບມື້ ນັບຫລາຍຂຶ້ນ ນອກຈາກ ເປັນມິດ ຕໍ່ສີ່ງແວດລ້ອມ, ຫລຸດຜ່ອນ ຄວາມແອອັດໃນຕົວເມືອງ ແລ້ວຍັງເຮັດໃຫ້ ຕົວເມືອງ ຫລວງພະບາງ ທີ່ເຄີຍໄດ້ຮັບ ລາງວັນ ເມືອງທ່ອງທ່ຽວ ທີ່ດີທີ່ສຸດ ຂອງໂລກ ແລະ ເມືອງ ສີ່ງແວດລ້ອມ ທີ່ຍືນຍົງ ຂອງອາຊຽນ ມີຄວາມຍືນຍົງ ຕະຫລອດໄປ.

ການບໍລິການ ຂົນສົ່ງ ໂດຍສານ ດ້ວຍພະລັງງານ ໄຟຟ້າ ແມ່ນໄດ້ເລີ່ມ ມາແຕ່ປີ 2013 ໂດຍແມ່ນ ບໍລິສັດລາວກຣີນ ເປັນຜູ້ຈັດຕັ້ງ ປະຕິບັດ ພາຍໃຕ້ການ ຊີ້ນຳໆພາ ຂອງພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ມາຮອດປັດຈຸບັນ ມີລົດບໍລິການ ທັງໝົດ 30 ຄັນ, ໃນນີ້ 14 ຄັນ ແມ່ນລົດ ທີ່ໄດ້ຮັບການ ຊ່ວຍເຫລືອຈາກ ອົງການໄຈກາ ສາມາດ ບັນຈຸ ຜູ້ໂດຍສານໄດ້ 4 ບ່ອນນັ່ງ, ໂດຍການອອກແບບ ໃຫ້ມີລັກສະນະ ກົມກືນ ກັບລົດທີ່ບໍລິການ ໃນເຂດ ຕົວເມືອງ ມໍລະດົກ. ນອກນັ້ນ ແມ່ນລົດ ຂອງບໍລິສັດ ເອກະຊົນ ສາມາດບັນຈຸ ຜູ້ໂດຍສານ ໄດ້ 5-12 ບ່ອນນັ່ງ, ການບໍລິການ ແມ່ນປະຕິບັດ ເປັນຮູບແບບ ລົດເມປະຈໍາທາງ ມີ 4 ສາຍເຊັ່ນ: ສາຍສີແດງ, ສາຍສີເຫລືອງ, ສີຂຽວ ແລະ ສີຟ້າ, ໄລຍະທາງແມ່ນ ນັບແຕ່ບ້ານຂົວທີ 1 ຫາ ມະຫາ ວິທະຍາໄລ ສຸພານຸວົງ ບ້ານດອນໃໝ່ ແລະ ພາຍໃນ ເທສະບານ ເມືອງຫລວງພະບາງ ຄ່າບໍລິການ ແມ່ນກຳນົດເອົາ 3.000–5.000 ກີບຕໍ່ຄົນຕໍ່ຄັ້ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...