spot_img
Homeຂ່າວຕ່າງປະເທດແຕກຕື່ນທັງສະໜາມບິນອຸດອນ! ຫລັງມີຄົນສົ່ງກັບໄຟລະເບີດຂຶ້ນເຮືອບິນ!

ແຕກຕື່ນທັງສະໜາມບິນອຸດອນ! ຫລັງມີຄົນສົ່ງກັບໄຟລະເບີດຂຶ້ນເຮືອບິນ!

Published on

ymq1rKwt8_E-1

ສຳນັກຂ່າວຂອງໄທລາຍງານວ່າ ໃນວັນທີ 8 ກັນຍາຜ່ານມານີ້ ເຈົ້າໜ້າທີ່ຕຳຫລວດໄທໄດ້ກວດພົບວັດຖຸຄ້າຍລະເບີດຜ່ານເຄື່ອງສະແກນ ຢູ່ສະໜາມບິນແຂວງອຸດອນທານີ ຈຶ່ງຟ້າວປະສານຫາເຈົົ້າໜ້າທີ່ເກັບກູ້ລະເບີດເພື່ອເຂົ້າມາກວດສອບ ສ້າງຄວາມຕື່ນຕົກໃຈທົ່ວທັງສະໜາມບິນ ຈົນພາຍຫລັງມີການກວດສອບແລ້ວຈຶ່ງພົບວ່າ ວັດຖຸດັ່ງກ່າວແມ່ນເປັນພຽງກັບໄຟທີ່ເຮັດເປັນຄືລູກລະເບີດເທົ່ານັ້ນ ໂດຍກັບໄຟລູກລະເບີດດັ່ງກ່າວ ໄດ້ຖືກບັນຈຸມາກັບກ່ອງໄປສະນີດ່ວນຂອງໄທ ທີ່ຖືກສົ່ງມາຈາກແຂວງເລີຍ.

ເຈົ້າໜ້າທີ່ຕຳຫລວດຈຶ່ງໄດ້ສືບສວນ ທ້າວ ສະຣາຢຸດ ຜູ້ສົ່ງວັດສະດຸດັ່ງກ່າວໂດຍໃຫ້ຮູ້ວ່າ ກັບໄຟລະເບີດດັ່ງກ່າວນີ້ ແມ່ນມີລູກຄ້າຢູ່ແຂວງຣະຍອງ ທາງພາກໃຕ້ຂອງປະເທດເປັນຜູ້ສັ່ງຊື້ຜ່ານທາງເຟສບຸກ ລາວຈຶ່ງຈັດສົ່ງໃຫ້ລູກຄ້າຄົນດັ່ງກ່າວຜ່ານການບໍລິການໄປສະນີດ່ວນ ຊຶ່ງຖືກຂົນສົ່ງທາງເຮືອບິນ ໂດຍບໍ່ຄິດວ່າຈະມີຄວາມເສຍຫາຍຫຍັງ ເພາະໃນໄລຍະຜ່ານມາ ລາວເອງກໍເຄີຍສົ່ງປືນປອມຈຳນວນ 30 ກະບອກ ແລະ ກັບໄຟລະເບີດແບບດຽວກັນ 2 ລູກ ທາງໄປສະນີດ່ວນມາເທື່ອໜຶ່ງແລ້ວ.

ທັງນີ້ ເຈົ້າໜ້າທີ່ຕຳຫລວດໄທ ໄດ້ທຳການສຶກສາອົບຮົມ ແລະ ປ່ອຍຕົວຜູ້ກ່ຽວ ພ້ອມທັງຕັກເຕືອນບໍ່ໃຫ້ສົ່ງວັດຖຸຄ້າຍອາວຸດຜ່ານທາງໄປສະນີດ່ວນອີກ.

ymq1rKwt8_E-2

ymq1rKwt8_E-3

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...