Homeມຸມຂ່າວ AECໄຂກອງປະຊຸມໃຫຍ່ ລັດຖະສະພາອາຊຽນ ຄັ້ງທີ 36 ຢູ່ມາເລເຊຍ

ໄຂກອງປະຊຸມໃຫຍ່ ລັດຖະສະພາອາຊຽນ ຄັ້ງທີ 36 ຢູ່ມາເລເຊຍ

Published on

400.2222.jpg

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 8 ກັນຍາ 2015, ​ກອງ​ປະຊຸມ​ໃຫຍ່​ ລັດຖະສະພາ​ ອາ​ຊຽນ ຄັ້ງ​ທີ 36 (AIPA-36)​ໄດ້​ໄຂ​ຂຶ້ນຢູ່​ ນະຄອນຫລວງ ກົວ​ລາ​ລຳ​ເປີ ຂອງມາ​ເລ​ເຊຍ ພາຍ​ໃຕ້​ຫົວ​ຂໍ້ “ສະໜິດ​ຕິດ​ພັນປະຊາ​ຄົມ ອາ​ຊຽນ ​ເພື່ອ​ປະຊາຊົນ, ​ຖື​ ປະຊາຊົນ​ ເປັນ​ໃຈກາງ​ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ຮອບດ້ານ”. 

ໃນກອງ​ປະຊຸມ ທ່ານ ອາ​ມິນ ຮາ​ຈິ ມູ​ເລຍ, ປະທານ AIPA–36, ປະທານ​ສະພາ​ຕ່ຳ ມາ​ເລ​ເຊຍ ຢືນຢັນ​ວ່າ: ​ການ​ພົບ​ປະ​ຂັ້ນ​ສູງ​ ລະຫວ່າງ ​ການ​ນຳ ອາ​ຊຽນ ​ແລະ AIPA ​ ເປັນ​ກອງ​ປະຊຸມ​ ທາງ​ການ​ເປັນປະຈຳ​ ຈະ​ຊ່ວຍ​ ເພີ່ມ​ທະວີ ເຂົ້າ​ບັນດາ​ວຽກ​ງານ ​ທີ່​ກ່ຽວຂ້ອງ​ຂອງ ອາ​ຊຽນ. ນອກ​ນີ້ ຍັງ​ໄດ້ສະ​ແດງ ຄວາມ​ເຊື່ອ​ໝັ້ນ​ວ່າ: ບັນດາ​ສະມາຊິກ ​ລັດຖະສະພາ​ ​ໄດ້​ຮັດ​​ແໜ້ນ​ ໃນ​ການ​ພົວພັນ​ສາກົນ ​ໂດຍ​ຜ່ານ​ ການ​ພົວພັນ ​ທາງການ​ທູດ​ ລັດຖະສະພາ ຢ່າງ​ເຂັ້ມ​ແຂງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...