Homeຂ່າວທ້ອງຖິ່ນນ້ຳປ່າໄຫລຊຸຢູ່ເມືອງນານ ມີຜູ້ເສຍຊີວິດ 1 ຄົນ ແລະ ສູນຫາຍ 3 ຄົນ!

ນ້ຳປ່າໄຫລຊຸຢູ່ເມືອງນານ ມີຜູ້ເສຍຊີວິດ 1 ຄົນ ແລະ ສູນຫາຍ 3 ຄົນ!

Published on

11995534_883367448407009_1392238034_n

ຂປລ. ນັກ​ຂ່າວ​ຈາກ​ແຂວງ​ຫລວງ​ພະ​ບາງ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນຕອນບ່າຍຂອງວັນທີ 8 ກັນຍາ2015 ​ໄດ້​ເກີດ​ເຫດ​ນ້ຳປ່າ​ໄຫລຊຸ ຢູ່ເມືອງນານ ​ແຂວງ​ຫລວງ​ພະ​ບາງ ໂດຍເກີດ ຢູ່ບໍລິເວນແຫລ່ງທ່ອງທ່ຽວ ທຳມະຊາດນ້ຳຕົກຕາດຮ່ຽນ ສົ່ງຜົນໃຫ້ນ້ຳໄດ້ໄຫລທະລຸເຂົ້າຖ້ວມບ້ານນາຝາຍ ແລະ ບັນດາບ້ານທີ່ຢູ່ລຽບ ຕາມແຄມນ້ຳສະນານ ມີເຮືອນ ຫລາຍຫລັງເປ່ເພ, ຮ້າຍແຮງໄປກວ່ານັ້ນ ແມ່ນມີຄົນເສຍຊີວິດແລ້ວ 1 ຄົນ ແລະ ຍັງສູນຫາຍອີກ 3 ຄົນ.

ທ່ານ ສີວອນ ວົງຄຳຈັນ ເຈົ້າເມືອງໆນານ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວ່າ: ເຫດການໃນຄັ້ງນີ້ແມ່ນບໍ່ມີໃຜຄາດຄິດ ​ເພາະສະພາບ​ອາກາດ​ປົກກະຕິ, ບໍ່​ມີ​ຝົນຕົກ​ມາ​ຫລາຍ​ວັນ​ແລ້ວ ​ແຕ່ຕາມການຄາດຄະເນ ເບື້ອງຕົ້ນອາດ​ເກີດຈາກການກໍ່ຕົວ ຂອງຫີນປູນຈົນອີ່ມຕົວ ຈຶ່ງ​ເຮັດໃຫ້ເກີດການແຕກແຫງ ເຮັດໃຫ້ບໍລິເວນແຫລ່ງນ້ຳເທິງ ນ້ຳຕົກຕາດຮ່ຽນຍຸບລົງ. ໃນເບື້ອງຕົ້ນແມ່ນເຮັດໃຫ້ ນ້ຳທີ່ໄຫລຈາກນ້ຳຕົກຕາດຮ່ຽນ ໄຫລທະລຸມາຕາມຫ້ວຍ ເຂົ້າຖ້ວມພື້ນທີ່ທຳການຜະລິດຂອງປະຊາຊົນ ລວມທັງບ້ານເຮືອນຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນ້ຳສະນານ ຮ້າຍແຮງກວ່າໝູ່ແມ່ນເຂດບ້ານນາຝາຍ ແລະ ເສັ້ນທາງຫລວງແຫ່ງຊາດເລກ 4 ບໍລິເວນພູສະແກນ ຖືກຕັດຂາດຊົ່ວຄາວ ແຕ່ປັດຈຸບັນ ສາມາດແກ້ໄຂໄດ້ແລ້ວໃນເບື້ອງຕົ້ນ, ເຫດການໃນຄັ້ງນີ້ ແມ່ນໄດ້ເຮັດໃຫ້ປະຊາຊົນເສຍຊີວິດໄປ 1 ຄົນ ແລະ ຍັງສູນຫາຍ 3 ຄົນ. ເບື້ອງຕົ້ນອຳນາດການປົກຄອງແຂວງ , ເມືອງ ​ແລະ ກຳລັງທະຫານ ​ໄດ້ເຂົ້າໃຫ້ການຊ່ວຍ​ເຫລືອປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ ​ໃນເບື້ອງຕົ້ນ ​ເຊັ່ນ: ອານາໄມສິ່ງເສດເຫລືອ, ອານາໄມບ້ານເຮືອນ ແລະ ເລັ່ງຊອກຫາຜູ້ທີ່ຍັງ ສູນຫາຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...