Homeປະຊາສຳພັນນ້ຳປະປາ ນ.ວ ແຈ້ງ 3 ເມືອງໂຕ່ງນ້ຳໄວ້ໃຊ້ 11 ກັນຍານີ້ຈະຢຸດຜະລິດຊົ່ວຄາວ ເພື່ອສ້ອມແປງ!

ນ້ຳປະປາ ນ.ວ ແຈ້ງ 3 ເມືອງໂຕ່ງນ້ຳໄວ້ໃຊ້ 11 ກັນຍານີ້ຈະຢຸດຜະລິດຊົ່ວຄາວ ເພື່ອສ້ອມແປງ!

Published on

tap water

ລັດວິສາຫະກິດນໍ້າປະປາລາວ ໄດ້ອອກແຈ້ງການເຖິງປະຊາຊົນໃນເຂດເມືອງຫາດຊາຍຟອງ ສີສັດຕະນາກ ແລະ ໄຊເສດຖາໃຫ້ກະກຽມພາຊະນະໂຕ່ງນໍ້າໄວ້ໃຊ້, ເນື່ອງຈາກນັບແຕ່ເວລາ 8:00-12:00 ຂອງວັນທີ 11 ກັນຍາ 2015 ນີ້, ໂຮງງານຜະລິດນໍ້າປະປາຈີນາຍໂມ້ຈະໄດ້ຢຸດການຜະລິດຊົ່ວຄາວເພື່ອສ້ອມແປງລະບົບ ໄຟຟ້າພາຍໃນໂຮງງານ, ເຊິ່ງຈະເຮັດໃຫ້ແຮງດັນນໍ້າປະປາຫລຸດລົງໃນຫລາຍເຂດຂອງນະຄອນຫລວງວຽງຈັນ.

ດັງນັ້ນ, ຈຶ່ງແຈ້ງໃຫ້ຜູ້ຊົມໃຊ້ນໍ້າປະປາກະກຽມພາຊະນະໂຕ່ງນໍ້າແຮໄວ້ໃຊ້ໃນໄລຍະດັ່ງກ່າວໃຫ້ພຽງພໍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...