spot_img
Homeຂ່າວຕ່າງປະເທດໜຸ່ມ​ຈີນ​ລັນ​ທົດ ອາ​ຍຸ30ແຕ່​ໜ້າ​ແກ່​ຄື 80 ປີ

ໜຸ່ມ​ຈີນ​ລັນ​ທົດ ອາ​ຍຸ30ແຕ່​ໜ້າ​ແກ່​ຄື 80 ປີ

Published on

1
ໜຸ່ມ​ຈີນ​ລັນທົດ ອາ​ຍຸ30ແຕ່​ໜ້າ​ແກ່​ຄືກັບ 80ປີ ສາເຫດ​ປ່ວຍ​ດ້ວຍ​ພະຍາດ​ປະ​ຫລາດ ແພດ​ຍັງ​ບໍ່​ຮູ້​ວິທີ​ການ​ປິ່ນປົວ ຊ້ຳ​ໜັກ​ຄົນ​ແຊວ​ເມຍ​ມີ​ຜົວ​ແກ່​ເກີນ ເຊົ້າມື້ວັນອັງ​ຄານ​ທີ່ 8 ກັນຍາ 2015 ເວລາ 17:20  ສຳ​ນັກ​ຂ່າວ​ຊິນ​ຫົວ​ຂອງ​ຈີນ ລາຍ​ງານ​ຈາກ​​ນະຄອນ​ສົງ​ຊິ່ງ ປະເທດ​ຈີນ ວ່າທ້າວ​ຫຍວນ ໄທ່​ຜິງ ໄວ 30 ປີ​ເຜີຍ​ຊີວິດ​ອັບ​ອາຍ​ສຸດ​ລັນ​ທົດ ປ່ວຍ​ເປັນ​ພະຍາດ​ປະ​ຫລາດ​ໜ້າ​ຕາ​ຫ່ຽວ​​ແກ່​ກວ່າ​ໄວ ແມ່ນ​ປີ​ນີ້​ພວກເຂົາ​ຈະ​ຫາກໍ່​ອາ​ຍຸ 30 ປີ ແຕ່​ໃບ​ໜ້າ​ກັບຄື​ປູ່​ທີ່​ອາ​ຍຸ 80 ປີ ທັງ​ນີ້ ທ້າວ​ຫຍວນ​ກ່າວ​ວ່າ ຜິວ​ໜັງ​ຂອງ​ພວກເຂົາ​ເລີ່ມ​ຫ່ຽວ​​ລົງ​ຢ່າງ​ວ່ອງໄວ​ເມື່ອ 10 ປີ​ກ່ອນ ຂາ​ແລະ​ແຂນ​ມີ​ອາການ​ບວມ​ແລະ​ຮອຍ​ຕີນ​ກາ​ເລີ່ມ​ຂື້ນທີ່​ໃບ​ໜ້າ​ຫລາຍ​ຂຶ້ນ ໃນ​ຕອນ​ທຳອິດພວກເຂົາ​ບໍ່​ໃດ້​ໃສ່​ໃຈ​ອາການ​ນີ້​ເທົ່າໃດ ແຕ່​ຮອຍ​ຫ່ຽວ​​ເລີ່ມ​ແຜ່ຫລາຍຂີ້ນ ​ແລະ​ເບິ່ງເຫັນ​ໄດ້​ແຈ້ງ​ຂຶ້ນ ພວກເຂົາ​ຈຶ່ງ​ໄປ​ພົບ​ແພດ​ທີ່​ໂຮງໝໍ ແຕ່​ແພດ​ກໍ​ບໍ່​ສາມາດ​ບອກໄດ້​ວ່າ ພວກເຂົາ​ປ່ວຍ​ເປັນ​ພະຍາດ​ໃດ ໃບ​ໜ້າ​ຂອງ​ພວກເຂົາ​ຫ່ຽວ​​ຂຶ້ນ​ເລື່ອ​ຍໆ​ຈົນ​ເມື່ອ​ບໍ່ດົນ​ມາ​ນີ້​ພວກເຂົາ​ເດີນທາງ​ໄປ​ທະ​ນາ​ຄານ ພະ​ນັກ​ງານ​ກໍ​ກ່າວ​ຫາ​ວ່າ​ພວກເຂົາ​ແອບ​ອ້າງ​ໃຊ້​ບັດປະຈຳ​ຕົວ​ປະຊາຊົນ​ຄົນ​ອື່ນ ທ້າວຫຍວນ​ຮູ້ສຶກ​ອັບ​ອາຍ​ກັບ​ຊີວິດ​ໃນຂະນະ​ນີ້​ຫລາຍ ສ່ວນ​ເມຍ​ຂອງ​ພວກເຂົາ​ເຜີຍ​ວ່າ ເມື່ອ​ນາງ​ເດີນທາງ​ໄປ​ທີ່​ຕ່າງໆ ຜູ້​ຄົນ​ມັກ​ຖາມວ່າ ເຫດ​ໃດ​ຄົົນທີ່​ຍັງ​ສາວ​ຍັງ​ງາມ​ເຖິງ​ແຕ່ງ​​ກັບ​ຄົນ​ແກ່​ກວ່າລຸ້ນ​ປູ່ ແຕ່​ແມ່ນ​ຈະ​ເປັນ​ເຊັ່ນ​ນີ້​ນາງ​ກໍ​ຍັງ​ຮັກ​ທ້າວຫຍວນ ນອກ​ຈາກ​ນີ້ ນ້ອງ​ຊາຍ​ຂອງ​ທ້າວ​ຫຍວນ​ແລະ​ຄົນ​ໃນ​ຫມູ່ບ້ານ​ທີ່​ອາໄສ​ຢູ່​ຮ່ວມ​ກັນ​ຈຳນວນ​ໜຶ່ງ​ກໍ​ເລີ່ມ​ມີ​ອາການ​ດຽວ​ກັນ ຈົນ​ແພດ​ຕັ້ງ​ຂໍ້​ສັງເກດ​ວ່າ ທັງ​ໝົດ​ອາດ​ມີ​ອາການ​ຂອງ​ພະຍາດ​ຂອງ​ຕ່ອມ​ໃຕ້​ສະຫມອງ​ສ່ວນ​ໜ້າ ຫລື​ອະ​ໂຄ​ເມ​ກາ​ລີ Acromegaly ຊຶ່ງ​ເກີດ​ຈາກ​ເຊລ​ຂອງ​ຕ່ອມ​ດັ່ງ​ກ່າວ​ຜະລິດ​ຮໍ​ໂມນ​ສຳລັບ​ການ​ຈະເລີນ​ເຕີບໂຕ​ຫລາຍ​ເກີນ​ໄປ ຢ່າງໃດ​ກໍ​ຕາມ ແພດ​ຍັງ​ບໍ່​ໄດ້​ສະຫລຸບ​ຜົນ​ຢ່າງ​ຊັດເຈັນ ແລະ​ຕ້ອງ​ການ​ໃຫ້​ພວກເຂົາ​ເຂົ້າ​ຮັບ​ການ​ກວດ​ຢ່າງ​ລະອຽດ​ຕໍ່ໄປ

https://youtu.be/XAlQFPXYS5A

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...