spot_img
Homeວິທະຍາສາດ-ວິທະຍາການຄວາມລັບຂອງກິ່ນກຸຫລາບ

ຄວາມລັບຂອງກິ່ນກຸຫລາບ

Published on

ffe16023071bd2cbbd7d5f69cdda8c9b

ຖ້າຫາກ​ດອກ​ກຸ​ຫລາບ​ຂາດຊຶ່ງ​ກິ່ນ​ຫອມ​ກໍ​ຄົງຈະ​ໜ້າ​ຜິດ​ຫວັງ​ບໍ່ແມ່ນ​ນ້ອຍ ແລະ ​ໃນ​ຕອນ​ນີ້​ນັກ​ວິທະຍາ​ສາດ​ຮູ້​​ແລ້ວ​ວ່າ​ເປັນຫຍັງ​ກຸ​ຫລາບ​ບາງ​ຊະນິດ​ເຖິງ​ບໍ່​ມີ​ກິ່ນ​ຫອມ​ຫວານ

ດອກ​ໄມ້​ທີ່​ມີ​ກິ່ນ​ຫອມ​ຫວານ​ຈະ​ສ້າງ​ກິ່ນ​ຫອມ​ຂອງ​ມັນ​ໂດຍ​ການ​ໃຊ້​ເຄື່ອງ​ມື​ທີ່​ໜ້າ​ປະ​ຫລາດ​ໃຈ​ຫລາຍ ນັ້ນ​ກໍ​ຄື ເອັນ​ໄຊ ມັນ​ຖືກ​​ເຂົ້າໄປ​ຊ່ວຍ​ໃນ​ການ​ຈັດການ​ດີ​ເອັນ​ເອ ເອັນ​ໄຊ​ຊະນິດ​ນີ້​ຈະ​ບໍ່​ມີ​ໃນ​ກຸ​ຫລາບ​ຫລາຍໆ ຊະນິດ ແລະ​ ນັ້ນ​ເບິ່ງ​ຄືຈະ​ອະທິບາຍ​ໄດ້​ວ່າ ເປັນຫຍັງ​ດອກ​ໄມ້​ເຖິງ​ບໍ່​ມີ​ກິ່ນ​ຫອມ​ຫວານ​ຢ່າງ​ທີ່​ຄວນ​ຈະ​ເປັນ

ການສຶກສາ​ໃໝ່​ຊ່ວຍ​ໃຫ້​ນັກ​ວິທະຍາ​ສາດ​ແກ້​ບັນຫາ​ນີ້​ໄດ້​ວ່າ ເປັນຫຍັງ​ກຸ​ຫລາບ​ບາງ​ສາຍ​ພັນ​ທີ່​ມີ​ສີ​ສວຍງາມ ​ແລະ​ ບານ​ໄດ້​ເປັນ​ເວລາ​ດົນ​ເຖິງ​ບໍ່​ມີ​ກິ່ນ​ຫອມ

“ໂດຍ​ປົກກະຕິ​ແລ້ວ ສິ່ງ​ທຳອິດ​ທີ່​ຄົນ​ເຮົາ​ຈະ​ເຮັດ​ເມື່ອ​ໄດ້ຮັບ​ກຸ​ຫລາບ​ມາ​ຄື ການ​ດົມ” Phillippe Hugueney ກ່າວ ພວກເຂົາ​ທຳການສຶກສາ​ທາງ​ດ້ານ​​ເຄ​ມີ​ຂອງ​ພືດ​ທີ່ National Institute for Agricultural Research (INRA) ໃນ Colmar ປະເທດ​ຝຣັ່ງ “ໂດຍ​ສ່ວນ​ໃຫຍ່ ຫາກ​ມັນ​ບໍ່​ມີ​ກິ່ນ​ຫອມ​ກໍ​ຈະ​ເຮັດໃຫ້​ເຮົາ​ຮູ້ສຶກ​ຜິດ​ຫວັງ​ເປັນ​ຢ່າງ​ຫລາຍ” ພວກເຂົາ​ກ່າວ

“ເມື່ອ​ກຸ​ຫລາບ​ສົ່ງ​ກິ່ນ​ຫອມ​ອອກ​ມາ ນັ້ນ​ມາ​ຈາກ​ການ​ປ່ອຍ​ສານ​ເຄ​ມີ​ຈຳ​ພວກ​ທີ່​ປະສົມ​ກັນ​ອອກ​ມາ”  ຊຶ່ງ​ພວກ​ເຮົາ​ເອີ້ນວ່າ monoterpenes ສານ​ເຄ​ມີ​ເຫລົ່າ​ນີ້​ສາມາດ​ພົບເຫັນ​ໄດ້​ໃນ​ພືດ​ທີ່​ມີ​ກິ່ນ​ອີກ​ເປັນ​ຈຳນວນ​ຫລາຍ

monoterpenes ມາ​ໃນ​ຫລາຍ​ຮູບ​ແບບ​ ແລະ​ ຫລາຍ​ກິ່ນ ແຕ່​ທັງ​ໝົດ​ນັ້ນ​ເຕັມ​ໄປ​ດ້ວຍ 10 ອະ​ຕອມ​ຂອງ​ທາດ​ກຸ່ມ​ຄາຣ໌ບອນ ໃນ​ດອກ​ກຸ​ຫລາບ​ສານ​ເຄ​ມີ​ເຫລົ່າ​ນີ້​ຈະ​ຢູ່ໃນ​ສ່ວນ​ຂອງ​ດອກ ແຕ່​ຍັງ​ບໍ່​ມີ​ໃຜ​ຮູ້​ວ່າ​ກຸ​ຫລາບ​ນັ້ນ​ສ້າງ​ຫລື​ສູນ​ເສຍ​ກິ່ນ​ຂອງ​ມັນ​ໄປ​ໄດ້​ຢ່າງໃດ?

ພືດ​ຊະນິດ​ອື່ນໆ ບ່ອນເຮັດວຽກ​ຜະລິດ​ສານ​ເຄ​ມີ​ທີ່​ມີ​ກິ່ນ​ຫອມ​ນັ້ນ​ຈະ​ໃຊ້​ສານ​ເຄ​ມີ​ທີ່​ພິເສດ​ຊຶ່ງ​ເອີ້ນວ່າວ່າ ເອັນ​ໄຊ ໂມ​ເລ​ກຸນ​ເຫລົ່າ​ນີ້​ຈະ​ຊ່ວຍ​ເລັ່ງ​ປະຕິ​ກິ​ລິ​ຢາ​ທາງ​ເຄ​ມີ​ໂດຍ​ປາສະຈາກ​ປະຕິກິລິຍາ​ຮ່ວມ​ໃດໆ ໃຫ້​ພວກ​ມັນ ໃນ​ດອກ​ໄມ້​ເອັນ​ໄຊ​ເຫລົ່າ​ນີ້​ມີ​ແນວ​ໂນ້ມ​ທີ່​ຈະ​ກໍ່ການ​ຕັດ​ແບ່ງ monoterpene ທີ່​ບໍ່​ມີ​ກິ່ນ​ອອກ​ເປັນ​ສອງ​ສ່ວນ​ເພື່ອ​ເຮັດໃຫ້​ເກີດ​ສ່ວນ​ທີ່​ມີ​ກິ່ນ​ຂຶ້ນ​ມາ

ແຕ່​ເມື່ອ​ທີມ​ວິ​ໄຈ​ຂອງ Hugueney ທຳການ​ປຽບທຽບ​ດອກ​ກຸ​ຫລາບ​ທີ່​ບໍ່​ມີ​ກິ່ນ ​ແລະ ​ມີ​ກິ່ນ​ນັ້ນ ພວກ​ເຂົາ​ຄົ້ນ​ພົບ​ການເຮັດວຽກ​ທີ່​ແຕກ​ຕ່າງ​ກັນ​ຂອງ​ເອັນ​ໄຊ​ທີ່​ເອີ້ນວ່າ  RhNUDX1 ມັນ​ຈະ​ເຮັດວຽກ​ໃນ​ດອກ​ກຸ​ຫລາບ​ທີ່​ມີ​ກິ່ນ​ຫອມ​ຫວານ​ແຕ່​ຈະ​ຢຸດ​ການເຮັດວຽກ​ຢ່າງ​ໜ້າ​ສົງ​ໄສ​ໃນ​ດອກ​ໄມ້​ທີ່​ບໍ່​ມີ​ກິ່ນ ນັກ​ວິທະຍາ​ສາດ​ໄດ້​ແບ່ງ​ປັນ​ການ​ຄົ້ນ​ພົບ​ຂອງ​ພວກເຂົາ​ໃນ​ວາລະສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Science

RhNUDX1 ເໝືອນ​ກັບ​ເອັນ​ໄຊ​ໃນ​ເຊື້ອ​ແບັກ​ທີ​ເຣຍ​ທີ່​ກຳຈັດ​ສານ​ທີ່​ມີ​ພິດ​ອອກຈາກ​ດີ​ເອັນ​ເອ​ໄດ້ ແຕ່​ໃນ​ກຸ​ຫລາບ​ເອັນ​ໄຊ​ຈະ​ທຳການ​ຕັດ​ຊິ້ນ​ສ່ວນ​ຂອງ monoterpene ທີ່​ບໍ່​ມີ​ກິ່ນ​ໃຫ້​ມີ​ກິ່ນ ເອັນ​ໄຊ​ອື່ນໆ ໃນ​ກີບ​ຂອງ​ດອກ​ກຸ​ຫລາບ​ຈະ​ຢຸດ​ການເຮັດວຽກ​ໂດຍ​ການ​ຕັດ​ຊິ້ນ​ສ່ວນ​ສຸດ​ທ້າຍ​ໄປ

“ການ​ຄົ້ນ​ພົບ​ເທື່ອ​ນີ້​ເຮັດໃຫ້​ນັກ​ວິທະຍາ​ສາດ​ຮູ້ສຶກ​ສົງ​ໄສ​ວ່າ ເປັນຫຍັງ​ກຸ​ຫລາບ​ໃຊ້​ວິທີ​ການ​ທີ່​ບໍ່​ປົກກະຕິ​ໃນ​ການສ້າງ​ກິ່ນ” Dorothea Tholl ກ່າວ ນາງ​ເປັນ​ນັກ​​ເຄ​ມີ​ທາງ​ດ້ານ​ພືດ​ທີ່ Virginia Tech ໃນ Blacksburg “ຊຶ່ງ​ມັນ​ອາດຈະ​ເປັນ​ເພາະ​ວ່າ RhNUDX1 ນັ້ນ​ມີ​ປະ​ສິດ​ທິ​ພາບ​ສູງ​ຫລາຍກວ່າ​ເອັນ​ໄຊ​ຕົວ​ອື່ນໆ” ນາງ​ກ່າວ

Hugueney ຫວັງ​ວ່າ ການ​ຄົ້ນ​ພົບ​ຂອງ​ທີມ​ວິ​ໄຈ​ພວກເຂົາ​ຊ່ວຍ​ໃຫ້​ດອກ​ກຸ​ຫລາບ​ໃນ​ອະນາຄົດ​ນັ້ນ​ຫລາຍ​ພ້ອມ​ໄປ​ດ້ວຍ​ກິ່ນ​ຢູ່​ສະເໝີ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...