Homeຂ່າວຕ່າງປະເທດເສດຖີອັນດັບ 3 ຂອງອີຢິບ ປະກາດຊື້ເກາະດອນຂອງເກຣັກ - ອີຕາລີ ສ້າງບ່ອນຢູ່ໃຫ້ຜູ້ອົບພະຍົບ!

ເສດຖີອັນດັບ 3 ຂອງອີຢິບ ປະກາດຊື້ເກາະດອນຂອງເກຣັກ – ອີຕາລີ ສ້າງບ່ອນຢູ່ໃຫ້ຜູ້ອົບພະຍົບ!

Published on

EyWwB5WU57MYnKOuXq3oSasaQso87vELOigLzNCBOmKFoK1yYUFTK5
ທ່ານ ນາກູອິບ ຊາວິຣິສ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກັນຍານີ້ວ່າ ທ່ານ ນາກູອິບ ຊາວິຣິສ ມະຫາເສດຖີທີ່ຮັ່ງມີອັນດັບ 3 ຂອງປະເທດອີຢິບ ໄດ້ປະກາດຈະຊື້ເກາະດອນໃນທະເລເມດິແຕຣານຽນ ຢູ່ເຂດນ່ານນ້ຳຂອງເກຣັກ ຫລື ອີຕາລີ ເພື່ອພັດທະນາກໍ່ສ້າງເປັນບ່ອນຢູ່ອາໄສໃຫ້ແກ່ຜູ້ອົບພະຍົບຫລາຍໝື່ນຄົນ ທີ່ພາກັນລອຍແພອອກຈາກປະເທດຊີຣີ ໃນການໜີໄພສົງຄາມພາຍໃນປະເທດ ຊຶ່ງເກາະດອນນອກຊາຍຝັ່ງຂອງເກຣັກ ແລະ ອີຕາລີນັ້ນ ມີລາຄາລະຫວ່າງ 10 – 100​ ລ້ານໂດລາ ທີ່ທ່ານເອງສາມາດຊື້ໄດ້ຢ່າງສະບາຍ ໂດຍລາວເອງໄດ້ໃຫ້ສຳພາດກັບສື່ມວນຊົນວ່າ ລາວມີຄວາມຈິງຈັງກັບເລື່ອງນີ້ ແລະ ຕັ້ງໃຈຈະສ້າງເຮືອນພັກຊົ່ວຄາວໃຫ້ແກ່ຜູ້ອົບພະຍົບໃນເບື້ອງຕົ້ນ ຈາກນັ້ນລາວຈະຈ້າງໃຫ້ສ້າງເຮືອນຢູ່ຖາວອນ, ໂຮງຮຽນ, ມະຫາວິທະຍາໄລ ແລະ ໂຮງໝໍໃຫ້ ທຽບເທົ່າກັບເປັນປະເທດໃໝ່ຂອງຜູ້ອົບພະຍົບເລີຍ.

NjpUs24nCQKx5e1D68UVuWzrH7z6OfdcosDgHlLJi8m
ເຮືອຜູ້ອົບພະຍົບຊາວຊີຣີ ລອຍລຳຢູ່ກາງທະເລເມດິແຕຣານຽນ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...