spot_img
Homeຊີວິດແລະຄວາມຮັກອ່ານໃຫ້ຈົບ... ແລ້ວທ່ານຈະໄດ້ເລື່ອນຕຳແໜ່ງ!

ອ່ານໃຫ້ຈົບ… ແລ້ວທ່ານຈະໄດ້ເລື່ອນຕຳແໜ່ງ!

Published on

promote-business
ອ່ານໃຫ້ຈົບ… ແລ້ວທ່ານຈະໄດ້ເລື່ອນຕຳແໜ່ງ!

ເຮັດວຽກຢູ່ບໍລິສັດຯ ໃກ້ຈະຄົບສາມປີແລ້ວ ເພື່ອນຮ່ວມງານທີ່ເຂົ້າມາຕາມຫຼັງ ຕ່າງກໍທະຍອຍໄດ້ເລື່ອນຕຳແໜ່ງ ທີ່ສູງຂຶ້ນ ແຕ່ຂ້ອຍພັດຍັງຢູ່ບ່ອນເກົ່າ.

ຄວາມຮູ້ສຶກພາຍໃນຈິດໃຈຍາກທີ່ຈະຮັບໄດ້ ຈົນຢູ່ມາມື້ໜຶ່ງ ສ່ຽງກັບການຖືກໄລ່ອອກ ຂ້ອຍຂໍພົບຫົວໜ້າ ເພື່ອຂໍຖາມເຖິງສາເຫດ.

“ຫົວໜ້າ! ນ້ອງເຄີຍມາສວາຍ ກັບກ່ອນເວລາ ຫຼືລະເມີດກົດບະບຽບຫຼືບໍ່?”

ຫົວໜ້າຕອບທັນທີວ່າ “ບໍ່ເຄີຍແລະບໍ່ມີ”

“ຖ້າຈັ່ງຊັ້ນເປັນເພາະບໍລິສັດ ມີຄວາມລຳອຽງ ບໍ່ຍຸດຕິທຳກັບນ້ອງແມ່ນບໍ?”

ຫົວໜ້າອຶ້ງຢູ່ໜ້ອຍໜຶ່ງແລ້ວເວົ້າວ່າ “ບໍ່ມີ ບໍ່ແມ່ນແນ່ນອນ”

“ແລ້ວເປັນຫຍັງ ຜູ້ທີ່ອາຍຸງານໜ້ອຍກວ່ານ້ອງ ພັດໄດ້ຮັບຄວາມສຳຄັນ ຄວາມໄວ້ວາງໃຈ ໃນໜ້າທີ່ປະຕິບັດງານ ແຕ່ນ້ອງພັດຢູ່ໃນຕຳແໜ່ງໜ້າທີ່ ທີ່່ບໍ່ສຳຄັນມາຕະຫຼອດ”

ຫົວໜ້ານັ່ງມິດບໍ່ປາກ ບໍ່ສາມາດຫາຄຳເວົ້າ ມາຕອບຂ້ອຍທັນທີ ຈາກນັ້ນຫົວໜ້າກໍຍິ້ມໆ ແລ້ວເວົ້າວ່າ

“ບັນຫາຂອງນ້ອງຈັກໜ້ອຍເຮົາຈຶ່ງລົມກັນໃໝ່ ຕອນນີ້ອ້າຍມີເລື່ອງດ່ວນທີ່ສຳຄັນ ຢູ່ເລື່ອງໜຶ່ງໃຫ້ນ້ອງຊ່ວຍອ້າຍ ຈັດການໄປກ່ອນ, ມີລູກຄ້າເຈົ້າໜຶ່ງກຽມໂຕມາຢ້ຽມຢາມບໍລິສັດ ເພື່ອກວດກາສິນຄ້າ”

ຫົວໜ້າໃຫ້ຂ້ອຍຕິດຕໍ່ພວກເຂົາ ສອບຖາມວ່າ ຈະມາຮອດມື້ໃດ ຂ້ອຍຄິດໃນໃຈວ່າ

“ນີ້ຫວາ ວຽກເລັ່ງດ່ວນທີ່່ສຳຄັນ”

ກ່ອນກ້າວອອກຈາກປະຕູ ຂ້ອຍອົດບໍ່ໄດ້ຈະຄິດວ່າ ຖືກຫົວໜ້າມອບວຽກແບບເຢາະເຢີ້ຍ. ອີກບໍ່ຮອດສິບຫ້ານາທີ ຂ້ອຍກັບເຂົ້າໄປໃນຫ້ອງເຮັດວຽກ ຂອງຫົວໜ້າ

“ຕິດຕໍ່ໄດ້ຫຼືຍັງ?” ຫົວໜ້າຖາມ

“ຕິດຕໍ່ໄດ້ແລ້ວ ພວກເຂົາບອກວ່າ ອາດຈະມາອາທິດໜ້າ”

“ອາທິດໜ້າ ຄືວັນໃດແທ້”

“ນ້ອງບໍ່ໄດ້ຖາມລາຍລະອຽດ”

“ເຂົາເຈົ້າຈະມາຈັກຄົນ”

“ໂອ້… ອ້າຍບໍ່ໄດ້ບອກນ້ອງຖາມເລື່ອງນີ້”

“ຖ້າຈັ່ງຊັ້ນ ເຂົາຈະມາທາງລົດຫຼືທາງຍົນ?”

“ອັນນີ້ຫົວໜ້າກໍບໍ່ໄດ້ບອກໃຫ້ນ້ອງຖາມ”

ຫົວໜ້າບໍ່ໄດ້ເວົ້າຫຍັງອີກ ລາວໂທລະສັບເອີ້ນຈູເຈິ້ນເຂົ້າມາ

ຈູເຈີ້ນເຂົ້າມາບໍລິສັດຯຫຼັງຂ້ອຍປີໜຶ່ງ ຕອນນີ້ເປັນຜູ້ຄວບຄຸມ ຮັບຜິດຊອບພະແນກໜຶ່ງໄປແລ້ວ ເຂົາໄດ້ຮັບໜ້າທີ່ຄືກັບຂ້ອຍເມື່່ອກີ້ ເວລາຜ່ານໃຜບຶດດຽວ ຈູເຈີ້ນກໍຍ່າງກັບມາ.

“ໂອ້…ເປັນຈັ່ງຊີ້” ຈູເຈີ້ນເລິ່ມລາຍງານ

“ເຂົາເຈົ້າຈະມາໂດຍເຮືອບິນ ທ່ຽວບ່າຍສາມໂມງ ວັນສຸກ ຈະມາຮອດປະມານ 6 ໂມງແລງ ເດິນທາງມາທັງໝົດຫ້າຄົນ ນຳພາໂດຍຝ່າຍຈັດຊື້ຜູ້ຈັດການຫວັງ”

“ນ້ອງບອກເຂົາເຈົ້າແລ້ວວ່າ ທາງບໍລິສັດເຮົາຈະສົ່ງຄົນໄປຮັບ ນອກຈາກນີ້ ເຂົາເຈົ້າວາງແຜນ ກວດກາສອງວັນ ລາຍລະອຽດເຈາະຈົງເມື່ອເຂົາເຈົ້າມາຮອດ ຄ່ອຍປຶກສາຫາລືຮ່ວມກັນທັງສອງຝ່າຍ ”

“ເພື່ອຄວາມສະດວກໃນການປະຕິບັດງານ ນ້ອງຂໍສະເໜີຈັດຫາບ່ອນພັກເຊົາ ລະດັບອິນເຕີທີ່ຢູ່ໃກ້ກັບບໍລິສັດເຮົາ ໃຫ້ແກ່ເຂົາເຈົ້າ ຖ້າອ້າຍເຫັນດີນຳ ມື້ອື່ນນີ້ນ້ອງຈະໄປຈອງຫ້ອງພັກ ໄວ້ລ່ວງໜ້າ”

“ນອກຈາກນີ້ ຍັງມີອີກເລື່ອງໜຶ່ງ ຄືກົມອຸຕະລາຍງານວ່າ ອາທິດໜ້າ ຝົນຈະຕົກ ນ້ອງຈະຄອຍຕິດຕໍ່ ສື່ສານກັບເຂົາເຈົ້າຕະຫຼອດ ຫາກມີສະຖານະການປ່ຽນແປງ ນ້ອງຈະມາລາຍງານອ້າຍທັນທີ”

ຫຼັງຈາກຈູເຈີ້ນອອກໄປຈາກຫ້ອງແລ້ວ ຫົວໜ້າຕົບບ່າໄຫຼ່ຂອງຂ້ອຍແລ້ວເວົ້າວ່າ

“ຕອນນີ້ ເຮົາມາລົມເຖິງບັນຫາຂອງນ້ອງຕໍ່”

“ບໍ່ຕ້ອງແລ້ວອ້າຍ ນ້ອງຮູ້ສາເຫດແລ້ວວ່າ ຍ້ອນເຫດອັນໃດ ລົບກວນອ້າຍຫຼາຍແລ້ວ”

ຂ້ອຍເຂົ້າໃຈແຈ່ມແຈ້ງແລ້ວວ່າ ບໍ່ມີໃຜເກີດມາກໍສາມາດແບກຮັບ ພາລະໜ້າທີ່ທີ່ຍິ່ງໃຫຍ່ໄດ້ເລີຍດອກ ລ້ວນແຕ່ເລິ່ມຈາກຄວາມລຽບງ່າຍ ເລິ່ມເຮັດຈາກເລື່ອງນ້ອຍໆທີ່ລຽບງ່າຍ ມື້ນີ້ເຂົາຕິດແຜ່ນສະຫຼາກໃຫ້ເຂົາຈັ່ງໃດ ອາດຈະກຳໜົດຕັດສິນວ່າ ມື້ອື່ນນີ້ ເຂົາຈະເປັນຜູ້ທີ່ສົມຄວນ ໄດ້ຮັບມອບໝາຍພາລະກິດທີ່ໃຫຍ່ຂຶ້ນ ຫຼືບໍ່

ໄລຍະຫ່າງຂອງຄວາມສາມາດ ມີຜົນກະທົບໂດຍກົງກັບຜົນຂອງງານ ບໍ່ວ່າອົງກອນໃດ ບໍລິສັດໃດ ກໍຕ້ອງການບຸກຄົນທີ່ເຮັດວຽກ ທີ່ມີຄວາມສາມາດ ຄວາມຮັບຜິດຊອບຕໍ່ໜ້າທີ່ຢູ່ໃນໂຕໆເອງ

ພະນັກງານທີ່ມີຄວາມໂດດເດັ່ນ ຍອດຢ້ຽມ ລ້ວນແຕ່ບໍ່ຕ້ອງຖ້າໃຫ້ຜູ້ອື່ນມາບອກ ມາກ່າວ.

ຈື່ໄວ້ໃນໃຈໂລດວ່າ…ນາຍສັ່ງໃຫ້ເຮັດ ໜຶ່ງ…ສອງ…ສາມ…

ສິ່ງທີ່ເຮົາຕ້ອງເຮັດຄື… ໜຶ່ງ ສອງ ສາມ ສີ່ ຫ້າ ຫົກ… ເຈັດແປດເກົ້າ ເກັບໄວ້ໃນກະເປົາ ສິບ ສິບເອັດ ສິບສອງ ຢູ່ໃນສະໝອງ…ທັນທີ ພ້ອມເອົາອອກມາໃຊ້ໃນທຸກສະຖານະການ.

ຂອບໃຈບົດຄວາມດີໆຈາກ: www.kidbuak.com

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...