Homeລົດຍົນ-ຍານພາຫະນະຂັບລົດຕອນກາງຄືນຢ່າງໃດໃຫ້ປອດໄພ

ຂັບລົດຕອນກາງຄືນຢ່າງໃດໃຫ້ປອດໄພ

Published on

1433832479

ການ​ຂັບ​ລົດ​ໃນ​ໄລຍະກາງ​ຄືນ​ຖື​ວ່າ​ເປັນ​ສິ່ງ​ທີ່​ຫລາຍໆ​ທ່ານ​ນັ້ນ​ພົບ​ເປັນ​ປະຈຳ ບໍ່​ວ່າ​ຈະ​ຂັບ​ລົດ​ໄປ​ທ່ຽວ​ຕ່າງ​ແຂວງ​ທີ່​ຕ້ອງ​ໃຊ້​ໄລ​ຍະ​ເວລາ​ເດີນທາງ​ດົນ ຫລື​ແມ່ນແຕ່​ການ​ຂັບ​ລົດ​ກັບ​ເຮືອນ​ໃນ​ໄລຍະ​ທີ່​ເລີກ​ວຽກເດິກ ຊຶ່ງ​ການ​ຂັບ​ລົດ​ໃນ​​ກາງ​ຄືນ​ນີ້​ສິ່ງ​ທີ່​ຫລາຍໆ​ທ່ານ​ພົບ​ນັ້ນ​ກໍ​ຄື ອາການເຫງົານອນ ສາຍ​ຕາ​ບໍ່​ສູ້​ແສງ ໃນ​ມື້​ນີ້​ເຮົາ​ຈະ​ເບິ່ງເທກ​ນິກ​ໃນ​ການ​ຂັບ​ລົດກາງ​ຄືນ

1433832730

  1. ຮູ້​ຕົວ​ເອງ​ກ່ອນ​ຂັບ​ສະເໝີ

ການ​ຮູ້​ຕົວ​ເອງ​ສະເໝີ ຖື​ວ່າ​ເປັນ​ເລື່ອງ​ທີ່​ສຳຄັນ​ເພາະການ​ຂັບ​ລົດ​ເວລາ​ກາງ​ຄືນນັ້ນ​ເຮົາ​ຈະ​ຕ້ອງ​ພົບກັບ ອາການ​ເຫງົານອນ ອາການ​ເໜື່ອຍ​ ຈົນ​ອາດຈະ​ເຮັດໃຫ້​ເກີດ​ອາການ​ຫລັບ​ໃນ​ໄດ້ ຊຶ່ງ​ວິທີ​ການ​ແກ້​ນັ້ນ​ ​ຖ້າ​ຮູ້ສຶກ​ວ່າ​ບໍ່​ໄຫວ​ແທ້ໆ ກໍ​ໃຫ້​ເຂົ້າ​ປ໊ຳ​ນ້ຳ​ມັນ​ລ້າງ​ໜ້າ ເພື່ອ​ໃຫ້​ເກີດ​ຄວາມ​ສົດ​ຊື່ນ ແມ່ນ​ແຕ່​ການ​ຈອດ​ນອນ​ກໍ​ຖື​ວ່າ​ເປັນ​ອີກ​ວິທີ​ທີ່​ດີ ແຕ່​ກໍ​ຄວນ​ລະ​ມັດ​ລະ​ວັງ​ຄວາມ​ປອດ​ໄພ​ໃນ​ຂະນະ​ທີ່​ຈອດ​ນອນ​ນຳຕື່ມ

  1. ຂັບ​ໃຫ້​ຫ່າງ​ລົດ​ທີ່​ມີ​ພຶດຕິກຳ​ແປກໆ

ໃນ​ເມື່ອ​ເຮົາ​ມີ​ຄວາມ​ພ້ອມ​ໃນ​ການ​ຂັບ​ຂີ່​ແລ້ວ ອີກ​ສິ່ງ​ທີ່​ຄວນ​ທີ່​ຄວນ​ລະ​ວັງ​ກໍ​ຄື ຜູ້​ຮ່ວມ​ທາງ​ທີ່​ມີ​ພຶດຕິກຳ​ແປກໆ ໃນ​ຂະນະ​ທີ່​ຂັບ​ຂີ່​ບໍ່​ວ່າ​ຈະ​ເປັນ​ການ​ຂັບ​ໄວ​ຜິດ​ປົກກະຕິ ຂັບ​ລ້ຽວ​ໄປມາ ຂັບ​ລົດ​ກິນ​ເລນ ເມື່ອ​ພົບຜູ້​ທີ່​ຂັບ​ລົດ​ໃນ​ລັກສະນະ​ແບບ​ນີ້​ຄວນ​ລະ​ມັດ​ລະ​ວັງ​ໃຫ້​ດີ

  1. ກ່ອນ​ຂັບ​ດ້ວຍ​ຄວາມ​ໄວ​ຄວນເບີ່ງ​ທາງ​ໃຫ້​ລະອຽດ

ການ​ຂັບ​ລົດ​ດ້ວຍ​ຄວາມ​ໄວ​ນັ້ນ​ຕ້ອງ​ກວດ​ເບີ່ງທາງ​ໃຫ້​ລະອຽດ​ກ່ອນ ເພາະ​ໃນ​ແຕ່​ລະ​ເສັ້ນ​ທາງ​ນັ້ນ​ຈະ​ມີ​ສະພາບ​ເສັ້ນ​ທາງ​ທີ່​ແຕກ​ຕ່າງ​ກັນ ແລະ​ຍິ່ງ​ຖ້າ​ຂັບ​ໃນ​ເສັ້ນ​ທາງ​ທີ່​ມີ​ຄວາມ​ມືດ ແລ້ວ​ບໍ່​ມີ​ລົດ​ສວນ​ມາ​ກໍ​ຄວນ​ໃຊ້​ໄຟ​ສູງ​ຊ່ວຍ​ເພື່ອ​ໃຫ້​ເບິ່ງເຫັນ​ຫລາຍ​ຂຶ້ນ

  1. ລະ​ມັດ​ລະ​ວັງ​ຕາມ​ແຍກ

ຕາມ​ທາງ​ແຍກ​ກໍ​ຖື​ວ່າ​ເປັນ​ອີກ​ຈຸດ​ທີ່​ຄວນ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ຢ່າງ​ຫລາຍ​ໃນ​ການ​ຂັບ​ຂີ່​ຊ່ວງ​ກາງ​ຄືນ​ເພາະ​ໃນ​ບາງເທື່ອ​ອາດຈະ​ມີ​ລົດ​ລ້ຽວ​ອອກ​ມາ​ໂດຍ​ບໍ່​ໄດ້​ສົນ​ໃຈ​ໃນ​ເລື່ອງ​ສັນຍາ​ນໄຟ ຫລື​ລົດ​ທີ່​ລ້ຽວ​ມາ​ທີ່​ແຍກ ທາງ​ທີ່​ດີ​ເມື່ອ​ເຖິງ 4 ແຍກ​ຄວນ​ຫລຸດ​ຜ່ອນຄວາມ​ໄວ​ຊະລໍ​ໜ້ອຍ​ໜື່ງ​ເພື່ອ​ເບິ່ງ​ວ່າ​ຈະ​ມີ​ລົດ​ອອກ​ມາ​ຫລື​ບໍ່

  1. ເຄົາລົບ​ກົດ​ຈະລາຈອນ

ເລື່ອງ​ຂອງການ​ຂັບ​ຂີ່​ເຄົາລົບ​ກົດ​ຈະລາຈອນນັ້ນ​ບໍ່​ວ່າ​ຈະ​ກາງເວັນ ​ຫລື ​ກາງ​ຄືນ ນັ້ນ​ກໍ​ຄວນ​ເຮັດ​ຄືກັນ​ທັງ​ໝົດ​ເພາະ​ສາ​ເຫດ​ຂອງ​ການ​ເກີດ​ອຸປະຕິເຫດ​ໃນ​ຫລາຍໆ​ເທື່ອ​ນັ້ນ​ມາ​ຈາກ​ການ​ຂັບ​ລົດ​ທີ່​ບໍ່​ເຄົາລົບ​ກົດ​ຈະລາຈອນ

1433834087

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...