spot_img
Homeຂ່າວຕ່າງປະເທດອຸກກາບາດຕົກຢູ່ໄທ! ລູກໄຟຮຸ່ງຄ້າຍລະເບີດຢູ່ເທິງຟ້າ ເຫັນໄດ້ຫລາຍພື້ນທີ່ທາງພາກກາງ!

ອຸກກາບາດຕົກຢູ່ໄທ! ລູກໄຟຮຸ່ງຄ້າຍລະເບີດຢູ່ເທິງຟ້າ ເຫັນໄດ້ຫລາຍພື້ນທີ່ທາງພາກກາງ!

Published on

EyWwB5WU57MYnKOuXq3n2SMQR14f2KPpBHFeBD5bXaOXppiEEA04ow

ສຳນັກຂ່າວໄທຣັດ ລາຍງານໃນວັນທີ 7 ກັນຍານີ້ວ່າ ເວລາປະມານ 8:30 – 9:00 ໂມງຂອງມື້ນີ້ (7 ກັນຍາ) ໄດ້ເກີດມີລູກໄຟຂະໜາດໃຫຍ່ລຸກຂຶ້ນເທິງທ້ອງຟ້າ ຊຶ່ງສາມາດເບິ່ງເຫັນໄດ້ໃນຫລາຍພື້ນທີ່ຂອງບາງກອກ ແລະ ຫລາຍແຂວງທາງພາກກາງຂອງປະເທດໄທ ກ່ອນທີ່ຈະມີຄັວນໃນລັກສະນະເປັນທາງຍາວໃຫ້ເຫັນຢ່າງຊັດເຈນ.

ດຣ ສະຣັນ ໂປດຍະຈິນດາ ຮອງຜູ້ອຳນວຍການສະຖາບັນວິໄຈດາລາສາດແຫ່ງຊາດໄທ ໄດ້ອອກມາເປີດເຜີຍວ່າ ປະກົດການດັ່ງກ່າວນີ້ ອາດເກີດຈາກວັດຖຸຂະໜາດນ້ອຍທີ່ມາຈາກນອກໂລກ ຊຶ່ງເອີ້ນວ່າສະເກັດດາວຕົກ ຫລື ອຸກກາບາດ ຜ່ານຊັ້ນບັນຍາກາດຈົນເກີດໄຟເຜົາໄໝ້ ຖືເປັນເລື່ອງປົກກະຕິທີ່ເກີດຂຶ້ນ ແລະ ບໍ່ມີອັນຕະລາຍຫຍັງ ຂໍໃຫ້ປະຊາຊົນຢ່າຕື່ນຕົກໃຈ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...