spot_img
Homeຂ່າວການພັດທະນາອັດຕະປື ຈະສູ້ຊົນເຮັດໃຫ້ ຈີດີພີ ສະເລ່ຍ 2.900 ໂດລາສະຫະລັດ ຕໍ່ຄົນຕໍ່ປີ

ອັດຕະປື ຈະສູ້ຊົນເຮັດໃຫ້ ຈີດີພີ ສະເລ່ຍ 2.900 ໂດລາສະຫະລັດ ຕໍ່ຄົນຕໍ່ປີ

Published on

f-attapeu
(ພາບປະກອບ)

ຂປລ. ນັບແຕ່ນີ້ຈົນເຖິງປີ 2020 ແຂວງອັດຕະປຶ ຈະສູ້ຊົນເຮັດໃຫ້ ຜະລິດຕະພັນພາຍໃນ GDP ​ໃຫ້ໄດ້ສະເລ່ຍ 2.900 ​ໂດລາສະຫະລັດ ຕໍ່ຄົນ​/ປີຈາກ 1.700 ​ໂດລະສະຫະລັດຕໍ່ຄົນ/ປີໃນປັດຈຸບັນ, ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວສະເລ່ຍ 14% ຕໍ່ປີ, ​ໃນນັ້ນ ກະສິກໍາປ່າໄມ້ 8%, ອຸດສາຫະກໍາ 13,40% ​ແລະ ບໍລິການ 15-20% ຕໍ່ປີ, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ເໝາະສົມ 5%, ສູ້ຊົນປະຕິບັດລາຍຮັບ ເຂົ້າງົບປະມານ ທັງໝົດໃຫ້ໄດ້ໃນ ລະຫວ່າງ 10-15% ຂອງGDP,  ດຸນງົບປະມານໃຫ້ຢູ່ໃນລະດັບບໍ່ເກີນ 5-10%, ຄວາມຕ້ອງການທຶນ ເພື່ອການພັດທະນາປະມານ 50% ຫລືປະມານ 7,1 ພັນຕື້ກີບ, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກ ຂະຫຍາຍຕົວໃນລະດັບບໍ່ຫລຸດ 15% ​ແລະ ການນໍາເຂົ້າບໍ່ເກີນ 10%. ນີ້ແມ່ນບາງຄໍາເຫັນຂອງທ່ານແຄນທອງ ສີສຸວົງ ຮອງເຈົ້ົາແຂວງໆ ອັດຕະປື ກ່າວຕໍ່ກອງປະຊຸມ​​ໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື ເມື່ອບໍ່ດົນມໍ່ມານີ້.

ທ່ານ ຮອງເຈົ້າແຂວງໆອັດຕະປື ກ່າວຕື່ມ​​ວ່າ: ​ເພື່ອຢາກເຮັດ​ໄດ້​ຕາມ ​ຕົວ​ເລກ​ເປົ້າ​ໝາຍ​ດັ່ງ ກ່າວ​ນັ້ນ ​ແຂວງ​ອັດ​ຕະປື ຈະ​ສືບ​ຕໍ່​ເປີດ​ກວ້າງ ​ການ​ຮ່ວມ​ມື​ກັບ​ສາ​ ກົນ ​ດ້ວຍ​ຫລາຍ​ຮູບ​ຫລາຍ​ສີ, ​ເປັນ​ເຈົ້າ​ການ​ຕາມ​ທິດ​ທາງ​ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ, ສ້າງ​ເງື່ອນ​ໄຂ​ເອື້ອ​ອໍານວຍ ໃຫ້​ແກ່​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ, ນໍາ​ໃຊ້​ທ່າ​ແຮງ​ທີ່​ບົ່ມຊ້ອນ ​ແລະ ຂໍ້​ໄດ້​ປຽບຂອງ​ແຂວງ, ຮັບປະກັນ​ ການ​ພັດທະນາ​ທີ່​ຍືນ​ຍົງ, ມີ​ຄວາມ​ສອດຄ່ອງ​ກົມກຽວ​ ລະຫວ່າງ​ການ​ພັດທະນາ ​ເສດຖະກິດ-ວັດທະນະ​ທໍາ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ,ທັງ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ ໄພ​ທໍາ​ມະ​ຊາດ​ຢ່າງ​ທັນ​ການ, ຮັບປະກັນ​ການ​ພັດທະນາ ​ຊົນນະບົດ​ຮອບດ້ານ ​ຕິດພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ພັດທະນາ ​ຊັບພະຍາກອນ​ມະນຸດ ​ໃຫ້​ມີ​ຄຸນ​ນະພາ​ບ, ສ້າງ​ກໍາລັງ​ແຮງ​ງານ​ໃຫ້​ມີ​ສີມື, ມີ​ລະບຽບ​ວິໄນ ​ແລະ ອົດທົນ, ສ້າງ​ໃຫ້​ໄດ້​ຊ່ຽວຊານ ​ທາງ​ດ້ານ​ວິຊາ​ການ ​ແລະ ​ເຕັກນິກ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ລັດ, ວິ​ສາ​ຫະກິດ ​ແລະ ຜູ້​ປະກອບ​ການ​ ສາມາດ​ແຂ່ງຂັນ​ໄດ້​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຮັກສາ​ສະຖຽນ​ລະ​ພາບ​ ທາງ​ດ້ານ​ການ​ເມືອງ, ຮັບປະ​ກັນ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບ​ ຮຽບຮ້ອຍ​ໃນ​ສັງຄົມ ​ຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ສາມັກຄີ​ປອງ​ດອງ ປະ​ຊາ​ທິປະ​ໄຕ​ຍຸຕິ​ທໍາ ​ແລະ ສີວິ​ໄລ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...