Homeຂ່າວຕ່າງປະເທດເປັນຫຍັງຈຶ່ງຕ້ອງຕ້ານການຄ້າມະນຸດ?

ເປັນຫຍັງຈຶ່ງຕ້ອງຕ້ານການຄ້າມະນຸດ?

Published on

kharmanout

ຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດໃຫ້ຮູ້ວ່າ ການຄ້າມະນຸດແມ່ນການຄ້າຄົນ ທີ່ຜິດກົດໝາຍ ເພື່ອຈຸດປະສົງໃນການຂູດຮີດແຮງງານ, ທາງເພດ ແລະ ຮູບແບບການຂູດຮີດອື່ນໆ, ຊຶ່ງການຄ້າດັ່ງກ່າວ ເປັນອາຊະຍາກຳທີ່ເກີດຂຶ້ນຢູ່ພາຍໃນປະເທດ ແລະ ຂ້າມຊາດ, ການຄ້າມະນຸດແມ່ນຂັດກັບສິດທິມະນຸດຂັ້ນພື້ນຖານ, ຊຶ່ງເປັນການປະຕິເສດອິດສະ ຫຼະພາບຂອງບຸກຄົນ (ແມ່ຍິງ, ຜູ້ຊາຍ ແລະ ເດັກນ້ອຍ) ໃນທົ່ວໂລກ, ມັນສົ່ງຜົນກະທົບໃນ ວົງກ້ວາງຕໍ່ດ້ານເສດຖະກິດ-ສັງຄົມ ແລະ ການເມືອງ, ພ້ອມນັ້ນ ຍັງສົ່ງຜົນກະທົບຕໍ່ການພັດທະນາຢ່າງໜັກໜ່ວງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ກໍຄືໃນໂລກ. ດັ່ງເຫດການ ທີ່ເກີດຂຶ້ນໃນມໍ້ໆມານີ້ຄື: ມີແຮງງານລາວຈຳນວນໜຶ່ງໄດ້ຖືກກັກຂັງແບບລວມໝູ່ຢູ່ທີ່ນະຄອນປະຖົມປະເທດໄທ, ຊຶ່ງນອນໃນຂະບວນນການຄ້າມະນຸດອັນໄດ້ສົ່ງຜົນກະທັບ
ຫຼາຍ, ໂດຍສະເພາະແມ່ນຕົວຜູ້ທີ່ຖືກເຄາະຮ້າຍເອງ ແລະ ບໍ່ສະ ເພາະແຕ່ເທົ່ານັ້ນ ຍັງມີແຮງງານຈຳນວນຫຼາຍທີ່ຖືກເຄາະຮ້າຍລັກຊະນະດຽວກັນ, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ຕ້ານ ແລະ ຕອບໂຕ້ອາດຊະຍາກຳດັ່ງກ່າວ, ເຖິງວ່າໃນຜ່ານມາໄດ້ມີການຕອບໂຕ້ຕໍ່ການຄ້າມະນຸດດ້ວຍຫຼາຍຮູບແບບແລ້ວກໍຕາມແຕ່ການຄ້າມະນຸດກໍຍັງປາກົດມີມາຕະຫຼອດ, ຊຶ່ງເລັ່ງທວງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມຄວາມເອົາໃຈ ໃສ່ໂດຍສະເພາະແມ່ນການເຊື່ອມປະສານສົມທົບຮ່ວມມືກັນທັງພາຍໃນ ແລະ ຕ່າງປະເທດຈຶ່ງຈະຕອບໂຕ້ສິ່ງຫຍໍ້ທໍ້ດັ່ງກ່າວຢ່າງມີປະສິດທິຜົນໄດ້, ເພື່ອສາມາດຊ່ວຍໃຫ້ການຄ້າມະນຸດຫຼຸດໜ້ອຍລົງໂດຍຜ່ານການປ້ອງກັນ,ການດຳເນີນຄະດີຕໍ່ຜູ້ກະທຳຜິດ ແລະ ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍເປັນຕົ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...