spot_img
Homeຂ່າວພາຍ​ໃນກະຊວງການເງິນ ໄດ້ຄະນະພັກຊຸດໃໝ່ແລ້ວ

ກະຊວງການເງິນ ໄດ້ຄະນະພັກຊຸດໃໝ່ແລ້ວ

Published on

bounpone

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນ ໄດ້ອັດລົງດ້ວຍຜົນສຳເລັດສະຫງ່າງາມ ໃນວັນທີ 4 ກັນຍານີ້, ພາຍຫລັງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍໄດ້ເປັນເອກະພາບປ່ອນບັດເລືອກເອົາ ຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 15 ສະຫາຍ ແລະ ໃນນັ້ນໄດ້ເລືອກເອົາສະຫາຍ ດຣ. ລຽນ ທີແກ້ວ ເປັນເລຂາຄະນະບໍລິຫານງານພັກ ກະຊວງດັ່ງກ່າວອີກຄັ້ງໃໝ່, ສະຫາຍບຸນໂຈມ ອຸບົນປະເສີດ ເປັນຮອງເລຂາຄະນະ ແລະ ທັງເປັນປະທານກວດກາ, ສະຫາຍ ທຸມ ຄຳພານິດ ແລະ ສະຫາຍ ບຸນທົງ ໝັ້ນອານົງ ເປັນຮອງປະທານກວດກາ.
ໃນໂອກາດນີ້, ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດມະຫາພາກ ແລະ ບໍລິການ ກໍໄດ້ໃຫ້ກຽດໂອ້ລົມແນະນໍາຄະນະພັກຊຸດໃໝ່ ໃຫ້ເອົາໃຈໃສ່ຊີ້ນຳ-ນຳພາການເມືອງແນວຄິດ ແລະ ການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະໃຫ້ມີຜົນສຳເລັດດີກວ່າເກົ່າ ແລະ ເນັ້ນໃຫ້ມີການແບ່ງໜ້າທີ່ຮັບຜິດຊອບ ວຽກງານໃຫ້ລະອຽດຈະແຈ້ງ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກໃຫ້ດີ, ໂດຍຍຶດຖືຫລັກການລວມສູນປະຊາທິປະໄຕ ໃຫ້ເຂັ້ມງວດ, ເອົາໃຈໃສ່ເສີມຂະຫຍາຍທ່າແຮງການນຳພາລວມ ຂອງໝູ່ຄະນະ, ທ່າແຮງສະຕິປັນຍາແລະ ຫົວຄິດປະດິດສ້າງຂອງບຸກຄົນ, ປະຕິບັດລະບອບປະຊຸມ ແລະ ລາຍງານສ່ອງແສງ, ຂໍຄວາມເຫັນຂອງຄະນະພັກໃຫ້ເຂັ້ມງວດ, ມີການກວດກາວຽກງານໃນແຕ່ລະໄລຍະ ນັບທັງໝູ່ຄະນະ ແລະ ຄວາມຮັບຜິດ ຊອບຂອງບຸກຄົນ ເພື່ອສົ່ງເສີມດ້ານດີ ແລະ ປັບປຸງແກ້ໄຂຈຸດອ່ອນຄົງຄ້າງຕ່າງໆ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳ. ພ້ອມນີ້  ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ຍັງໄດ້ເນັ້ນວ່າ: ຄະນະພັກຊຸດໃໝ່ ຕ້ອງຖືຄວາມສາມັກຄີເປັນປຶກແຜ່ນ, ເປັນແບບຢ່າງນຳໜ້າ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມປອດໃສຂາວສະອາດ ໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດ, ຍາມໃດກໍໃຫ້ຖືເອົາຜົນປະໂຫຍດ ຂອງປະເທດຊາດ ແລະ ຂອງສ່ວນລວມ ຢູ່ເໜືອຜົນປະໂຫຍດສ່ວນຕົວ ແລະ ຫວັງຢ່າງຍິ່ງວ່າ ອົງຄະນະພັກກະຊວງພ້ອມດ້ວຍພະນັກງານ -ລັດຖະກອນທຸກຖ້ວນໜ້າ ຈະສາມາດຍາດໄດ້ຜົນສຳເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ສ້າງລະບົບການເງິນ -ງົບປະມານຂອງປະເທດຊາດ ໃຫ້ເຂັ້ມແຂງໝັ້ນຄົງ ແລະ ທັນສະໄໝ, ເປີດກວ້າງການຮ່ວມມືກັບສາກົນ ບົນພື້ນຖານໄດ້ຮັບຜົນປະໂຫຍດຮ່ວມກັນ ເພື່ອຮັບໃຊ້ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ບັນລຸຄາດໝາຍຂອງພັກ ແລະ ລັດ ທີ່ໄດ້ວາງໄວ້ເປັນຢ່າງດີ.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...