spot_img
Homeຂ່າວການສຶກສານາຍົກເນັ້ນ ຕ້ອງພັດທະນາ ຄຸນນະພາບການສຶກສາ

ນາຍົກເນັ້ນ ຕ້ອງພັດທະນາ ຄຸນນະພາບການສຶກສາ

Published on

PM thongsing

ນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ເນັ້ນໃຫ້ກະຊວງ ສສກ ເອົາໃຈໃສ່ພັດທະນາຄຸນນະພາບການສຶກສາດີຂຶ້ນຕື່ມອີກ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມໃນຕອນເຊົ້າວັນທີ 4 ກັນຍານີ້, ພາຍຫລັງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ກອງປະຊຸຸມໄດ້ປ່ອນບັດເລືອກຕັ້ງ ຄະນະບໍລິຫານງານພັກຊຸດໃໝ່, ໂດຍໄດ້ເປັນເອກະພາບເລືອກເອົາສະຫາຍ ດຣ ພັນຄໍາ ວິພາວັນ ເປັນເລຂາຄະນະພັກ, ສະຫາຍນາງ ແສງເດືອນ ຫລ້າຈັນທະບູນ, ສະຫາຍດຣ ກອງສີ ແສງມະນີ ເປັນຮອງເລຂາ ແລະ ສະຫາຍນາງ ຂັນທະລີ ສີລິພັນພົງ ເປັນປະທານກວດກາ ແລະ ສະຫາຍ ອຸດົມ ພອນພັນເພັງ, ສະຫາຍ ສໍາລານ ພັນຄະວົງ ແລະ ສະຫາຍ ບຸນມີ ຈັນທະອຸດົມ ເປັນຮອງປະທານກວດກາ.

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ໄດ້ໃຫ້ກຽດໂອ້ລົ້ມຊີ້ນໍາຄະນະພັກຊຸດໃໝ່ ແລະ ພະນັກງານຫລັກແຫລ່ງກະຊວງດັ່ງກ່າວວ່າ: ໃນຕໍ່ໜ້ານີ້, ບັນຫາຕັດສີນຜົນໄດ້ຜົນເສຍຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຍັງແມ່ນຂອດການສ້າງຄົນ,ສະນັ້ນ ທິດທາງການສ້າງຄົນຂອງພັກເຮົາແມ່ນໃຫ້ມີຄຸນທາດການເມືອງ, ມີຄວາມຮູ້ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີສຸຂະພາບແຂງແຮງ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະໂດຍໄດ້ຖືເອົາຂະແໜງການສຶກສາ ແລະ ກິລາເປັນຫລັກ ແລະ ໄລຍະຜ່ານມານີ້, ເຖິງວ່າຂະແໜງການດັ່ງກ່າວໄດ້ເອົາໃຈໃສ່ເຮັດພາລະບົດບາດຂອງຕົນຢ່າງມີຜົນສຳເລັດນັບທັງດ້ານປະລິມານ ແລະ ຄຸນນະພາບກໍຕາມ, ແຕ່ໂດຍລວມແລ້ວຍັງເຫັນວ່າຄຸນນະພາບບໍ່ທັນສູງແທ້ ເມື່ອທຽບກັບບັນດາປະເທດໃນຂົງເຂດ ແລະ ພາກພື້ນ, ການຂະຫຍາຍຕາໜ່າງວຽກງານດັ່ງກ່າວຍັງບໍ່ທັນເຂົ້າເຖິງທຸກກຸ່ມຄົນ, ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ການສ້າງຊັບພະຍາກອນມະນຸດ ແລະ ການສ້າງກໍາລັງແຮງງານບາງຂະແໜງວິຊາຊີບກໍບໍ່ທັນສອດຄ່ອງກັບໂຄງປະກອບເສດຖະກິດແຫ່ງຊາດ, ບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດແຮງງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ໝາຍວ່າການສ້າງວິຊາຊີບບາງວິຊາຍັງຂາດເຂີນ, ຍັງມີນັກຮຽນເປັນຈໍານວນຫລາຍພະຍາຍາມບືນຕົວຮຽນແຕ່ຊັ້ນສູງຫລາຍກວ່າຮຽນວິຊາຊີບ ,ດັ່ງນັ້ນ ວຽກງານອັນຮີບດ່ວນໃນຕໍ່ໜ້ານີ້ຕ້ອງໄດ້ສຸມໃສ່ພັດທະນາການສຶກສາໃນທຸກຊັ້ນ, ທຸກສາຍ, ທຸກລະດັບ ໃຫ້ໄດ້ຄຸນນະພາບຕາມມາດຕະຖານການສຶກສາແຫ່ງຊາດ, ເພື່ອຮັບປະກັນໃຫ້ການສ້າງຄົນຕ້ອງໃຫ້ມີວຽກເຮັດງານທໍາທີ່ໝັ້ນຄົງ, ໝາຍວ່າຜູ້ທີ່ຮຽນຈົບແລ້ວກໍຕ້ອງມີຄວາມຮູ້ຢ່າງແທ້ຈິງ ແລະ ມີຄວາມເຂົ້າໃຈຕໍ່ວິຊາສະເພາະທີ່ຕົນຮຽນມາ, ບໍ່ແມ່ນຮຽນເອົາໃບປະກາສະນີຍະບັດແຕ່ມາເຮັດຕົວຈິງກໍເຮັດບໍ່ໄດ້ເຫັນວ່າບັນຫານີ້ຍັງມີຫລາຍ, ຊຶ່ງພວກເຮົາຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ. ພ້ອມກັນນັ້ນ, ກໍສ້າງເງື່ອນໄຂໃຫ້ພົນລະເມືອງສາມາດເຂົ້າເຖິງການສຶກສາ-ກາຍະກໍາຢ່າງສະເໝີພາບເພື່ອໃຫ້ບັນລຸຄາດໝາຍຮອດປີ 2020 ຕ້ອງໃຫ້ໝົດທຸກຄົນສາມາດສໍາເລັດການສຶກສາພາກບັງຄັບ 9 ປີຮຽນ ຫລື ສູງກວ່ານັ້ນ ແລະ ໃຫ້ທຸກກຸ່ມຄົນໄດ້ຫລີ້ນກິລາ-ກາຍຍະກໍາ ເພື່ອສຸຂະພາບດ້ວຍຄວາມສະໝັກໃຈ. ສະນັ້ນ ການພັດທະນາຊັບພະຍາກອນມະນຸດຕ້ອງໄປຕາມທິດທີ່ມີຄຸນນະພາບຢ່າງແທ້ຈິງ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ທັງສາມາດປະກອບສ່ວນເຂົ້າໃນການຂະບວນການກະກຽມ ແລະ ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝຂອງປະເທດເຮົາ ລວມເຖິງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນການເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...