spot_img
Homeຂ່າວພາຍ​ໃນລາວ-ຣັດເຊຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຣັດເຊຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

Published on

laos-russia
ທ່ານ ຈຸມມະລີ ໄຊຍະສອນ – ທ່ານ ວາລາດິເມຍ ປູຕີນ

ໃນໂອກາດເຂົ້າຮ່ວມພິທີລະນຶກ ວັນໄຊຊະນະຂອງປະຊາຊົນຈີນ ໃນສົງຄາມຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ວັນໄຊຊະນະສົງຄາມຕ້ານ ຟາດຊິດໂລກຄົບຮອບ 70 ປີ ທີ່ ສປ ຈີນ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະພັນຣັດເຊຍ ໃນຕອນແລງຂອງວັນທີ 3 ກັນຍາ 2015 ຢູ່ນະຄອນຫລວງປັກກິ່ງ.

ທ່ານ ຈູມມາລີ ໄຊຍະສອນ ກ່າວວ່າ: ສປປ ລາວ ຢາມໃດກໍຖືວ່າຣັດເຊຍ ເປັນປະເທດເພື່ອນມິດທີ່ໃກ້ຊິດ ແລະ ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ການເປັນຄູ່ຮ່ວມມືຍຸດທະສາດ ລວມທັງສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ເຫັນວ່າສືບຕໍ່ຂະຫຍາຍຕົວ.

ປັດຈຸບັນ ຣັດເຊຍ ລົງທຶນຢູ່ລາວລວມມູນຄ່າທັງໝົດ ປະມານ 75 ລ້ານໂດລາສະຫະລັດ. ປີ 2014 ຜ່ານມາ ສອງຝ່າຍສາມາດບັນລຸຕົວເລກການຄ້ານຳກັນໄດ້ປະມານ 10 ລ້ານກວ່າໂດລາສະຫະລັດ. ໃນນີ້ ລາວ ສົ່ງອອກໄປຍັງຣັດເຊຍ ປະມານ 2 ລ້ານກວ່າໂດລາສະຫະລັດ.  ໃນໂອກາດນີ້, ທ່ານປະເທດປະທານ ຈູມມາລີ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຣັດເຊຍ ທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ-ຣັດເຊຍ ໃນປີ 2016 ເພື່ອສະເຫລີມ ສະຫລອງ ການຮ່ວມມືອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ຣັດເຊຍ. ສປປ ລາວ ໃນຖານະເປັນປະເທດປະສານງານການຮ່ວມມືອາຊຽນ-ຣັດເຊຍ ທັງເປັນປະທານອາຊຽນຈະໃຫ້ການຮ່ວມມື ແລະ ສະໜັບສະໜູນຣັດເຊຍ ໃນການຈັດກອງປະຊຸມດັ່ງກ່າວໃຫ້ໄດ້ສຳເລັດຜົນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ ແທນຂັ້ນສູງຕະຫລອດຄະນະວິຊາການລະຫວ່າງສອງປະເທດລາວ-ຣັດເຊຍໃນໄລຍະຜ່ານມາ ເຊິ່ງການຢ້ຽມຢາມດັ່ງກ່າວ ໄດ້ປະ ກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືນັບມື້ນັບກ້າວຂຶ້ນສູ່ອັນໃໝ່. ປີ 2015 ນີ້ ເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຣັດເຊຍ. ທັງສອງຝ່າຍ ເຫັນດີໃຫ້ກະຊວງການຕ່າງປະເທດທັງສອງປືກສາຫາລື ເພື່ອຈັດກິດຈະກຳສະເຫລີມສະຫລອງວັນດັ່່ງກ່າວໃຫ້ຟົດຟື້ນ.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...