spot_img
Homeວິທະຍາສາດ-ວິທະຍາການຢືນຢັນ ຊາກສິ່ງທີ່ມີຊີວິດຈາກນອກໂລກ ທີ່ຣັດເຊຍ

ຢືນຢັນ ຊາກສິ່ງທີ່ມີຊີວິດຈາກນອກໂລກ ທີ່ຣັດເຊຍ

Published on

cats3

ວັນທີ່ 2 ກັນຍາທີ່ຜ່ານມາ ສຳ​ນັກ​ຂ່າວ​ຕ່າງ​ປະເທດ ລາຍ​ງານ​ກໍລະນີ​ທີ່​ມີ​ຮ່າງກາຍ​ໄຮ້​ວິນ​ຍານ​ລຶກ​ລັບ ຄ້າຍ​ສັດ​ປະ​ຫລາດ ຊຶ່ງ​ມີ​ລັກສະນະ​ກະ​ໂຫລກ​ຫົວ​ແປກປະຫລາດ ຕົກ​ຢູ່ໃນ​ລັກສະນະ​ສະພາບ​ຮ່າງ​ແຫ້ງ​ ບໍລິເວນ​ຊາຍ​ຝັ່ງ​ແມ່ນ້ຳ​ແຫ່ງ​ໜຶ່ງ ບໍ່​ໄກ​ຈາກ​ທີ່​ຕັ້ງ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄຍ​ໃນ​ປະເທດ​ຣັດ​ເຊຍ

ແນ່ນອນ​ວ່າ ເມື່ອ​ມີ​ການ​ພົບ​ຊາກ​ປິດ​ສະໜາ​ທີ່​ມີ​ລັກສະນະ​ແປກປະຫລາດ ຍ່ອມ​ມີ​ການຕັ້ງ​ຂໍ້​ສັງເກດ​ວ່າ​ອາດຈະ​ເປັນ​ສິ່ງ​ຊີວິດ​ຈາກ​ນອກ​ໂລກ ຫລື ຊາກ​ສັດ ຫລື ມະນຸດ​ຕ່າງ​ດາວ ຊຶ່ງ​ແມ່ນແຕ່​ຜູ້​ຊ່ຽວຊານ ຍັງ​ບໍ່​ສາມາດ​ສະແດງ​ຄວາມ​ຄິດ​ເຫັນ​ໃດໆ ກ່ຽວກັບ​ເລື່ອງ​ດັ່ງ​ກ່າວ​ໄດ້​ໃນ​ຂະນະ​ນີ້

ທັງ​ນີ້​ລາຍ​ງານ​ລະ​ບຸ​ວ່າ ໃນ​ຕອນ​ທຳອິດ ຊາວບ້ານ​ທີ່​ອາໄສ​ຢູ່ໃນ​ລະ​ແວກ​ດັ່ງ​ກ່າວ ຄິດວ່າ​ຊາກ​ທີ່​ພົບ ເປັນ​ຊາກ​ຂອງ​ຕົວ​ອ່ອນ​ມະນຸດ ເນື່ອງ​ຈາກ​ມີ​ຂະໜາດ​ນ້ອຍ​ເກີນ​ກວ່າ​ຈະ​ເປັນ​ຊາກ​ເດັກນ້ອຍ​ທົ່ວ​ໄປ ແຕ່​ຮູບ​ລັກ​ສະນະ​ຍັງມີ​ຄວາມ​ແຕກ​ຕ່າງ​ທາງ​ກາຍະ​ພາບ​ຂອງ​ມະນຸດ​ຢູ່​ຫລາຍ ໂດຍ​ຊາກ​ດັ່ງ​ກ່າວ ໄດ້​ຖືກ​ນຳ​ມາ​ພິສູດ​ໂດຍ​ຜູ້​ຊ່ຽວຊານ​ຈາ​ກສະ​ຖາ​ບັນ​ຊີວະ​ຟິ​ສິກສ໌ ໃນ​ເມືອງ​ຄັດ​ໂນ​ຍາດຄ໌ ໃນ​ໄຊ​ເບຣີ

ແຕ່​ວ່າ​ນັກ​ວິ​ໄຈ​ອອກ​ມາ​ໃຫ້​ຄວາມ​ເຫັນ​ວ່າ ເຖິງແມ່ນ​ຊາກ​ທີ່​ພົບ ຈະ​ມີ​ລັກສະນະ​ຄ້າຍ​ປາ​ເຄິ່ງ​ໄກ່ ແຕ່​ໃນ​ຄວາມ​ເປັນ​ຈິງ​ນັ້ນ ຊາກ​ບໍ່​ມີ​ຄວາມ​ຜູກ​ພັນ​ທາງ​ສາຍ​ພັນ​ຂອງ​ສັດ​ທັງ​ສອງ​ຊະນິດ ທັງ​ຍັງມີ​ກະ​ໂຫລກ​ຫົວ​ທີ່​ແປກປະຫລາດ ບໍ່​ມີ​ລຳ​ຄໍ ແລະ ປີກ

ຢ່າງໃດ​ກໍ​ຕາມ ນັກ​ວິ​ໄຈ​ທາງ​ສິ່ງ​ມີ​ຊີວິດ​ນອກ​ໂລກ ຢືນຢັນ​ວ່າ ຊາກ​ດັ່ງ​ກ່າວ ບໍ່ແມ່ນ​ຊາກ​ຂອງ​ສິ່ງ​ມີ​ຊີວິດ​ທີ່​ອາໄສ​ຢູ່​ເທິງ​ໂລກ​ນີ້​ຢ່າງ​ແນ່ນອນ ທັງ​ນີ້​ຈະ​ມີ​ການ​ນຳ​ຮ່າງ​ດັ່ງ​ກ່າວ ສົ່ງ​ໄປ​ຍັງ​ນະຄອນຫລວງມົດສະກູ ເພື່ອ​ພິສູດ​ດີ​ເອັນ​ເອ​ຫາ​ຄວາມ​ຈິງ​ຕໍ່ໄປ

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...