Homeວິທະຍາສາດ-ວິທະຍາການ​ພິດ​ຈາກ​​ຕໍ່​ພັນ​ພື້ນ​ເມືອງ​ສາມາດ​ຂ້າ​​ເຊລມະ​ເຣັງ​ໄດ້

​ພິດ​ຈາກ​​ຕໍ່​ພັນ​ພື້ນ​ເມືອງ​ສາມາດ​ຂ້າ​​ເຊລມະ​ເຣັງ​ໄດ້

Published on

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ທີມ​ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ບຣາ​ຊິນ​ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ ພິດ​ຈາກ​ຕົວ​ຕໍ່​ພັນ​ໂພ​ລີ​ເບຍ ພໍ​ລິດ​ຕາ (Polybia paulista) ສາມາດ​ນຳ​ໄປ​ໃຊ້​ຕໍ່ສູ້​ກັບ​ມະ​ເຣັງ​ໄດ້ ໂດຍ​ຈາກ​ການ​ທົດລອງ​ໃນ​ຫ້ອງ​ປະຕິບັດການ​ພົບ​ວ່າ ພິດ​ຈາກ​ຕົວ​ຕໍ່​ຊະນິດ​ນີ້​ສາມາດ​ຂ້າ​ເຊລມະ​ເຣັງ​ໄດ້​ໂດຍ​ທີ່​ບໍ່​ສົ່ງ​ຜົນ​ຮ້າຍ​ຕໍ່​ເຊລ​ປົກກະຕິ

118-500x258

ງານ​ວິ​ໄຈ​ຊິ້ນ​ນີ້​ຕີ​ພິມ​ໃນ​ວາລະສານ Biophysical Journal ໂດຍ​ທີມ​ວິ​ໄຈ​ໃຊ້​ໜູ​ໃນ​ການ​ທົດລອງ​ແລ້ວ​ພົບ​ວ່າ ສານ​ພິດ MP1 ທີ່​ຢູ່ໃນ​ພິດ​ຂອງ​ຕໍ່​ຊະນິດ​ນີ້ ສາມາດ​ກວດ​ຈັບ ​ແລະ​ ທຳລາຍ​ເຊລ​ມະ​ເຣັງ​ໄດ້ ໂດຍ​ເຮັດໃຫ້​ເຊລ​ມະ​ເຣັງ​ຂັບ​ໂມ​ເລ​ກຸນ​ຂອງ​ສານ​ທີ່​ສຳຄັນ​ອອກ​ມາ

ທີມ​ວິ​ໄຈ​ຍັງ​ບອກຕື່ມອີກວ່າ ການ​ຄົ້ນ​ພົບ​ເທື່ອ​ນີ້​ອາດ​ມີ​ປະໂຫຍດ​ຕໍ່​ການ​ພັດທະນາ​ວິທີ​ປິ່ນປົວພະຍາດ​ມະ​ເຣັງ​ແບບ​ປະສົມ​ຜະ​ສານ ຊຶ່ງ​ເປັນ​ການ​ປິ່ນປົວ​ດ້ວຍ​ຢາ​ຄອບຄູ່​ໄປ​ກັບ​ການ​ປິ່ນປົວ​ດ້ວຍ​ການ​ໂຈມ​ຕີ​ສ່ວນ​ຕ່າງໆ ຂອງ​ເຊລ​ມະ​ເຣັງ​ໄປ​ພ້ອມໆກັນ ຢ່າງໃດ​ກໍ​ຕາມ ງານ​ວິ​ໄຈ​ຊິ້ນ​ນີ້​ຍັງ​ຢູ່ໃນ​ຂັ້ນ​ເລີ່ມ​ຕົ້ນ ແລະ​ ຈະ​ຕ້ອງ​ມີ​ການສຶກສາ​ໃຫ້​ລະອຽດ​ເພື່ອ​ຫາ​ວິທີ​ການ​ປິ່ນປົວ​ທີ່​ເໝາະ​ສົມ​ ແລະ​ ປອດ​ໄພ​ສຳລັບ​ມະນຸດ​ຕໍ່ໄປ

ສຳລັບ​ຕົວ​ຕໍ່​ສາຍ​ພັນ​ໂພ​ລີ​ເບຍ ພໍ​ລິດ​ຕາ ເປັນ​ຕົວ​ຕໍ່​ສາຍ​ພັນ​ທີ່​ມີ​ນິ​ໄສ​ໂຫດຮ້າຍ ແລະ ​ມີ​ຖິ່ນ​ກຳ​ເນີດ​ຢູ່​ທາງ​ພາກ​ຕະເວັນ​ອອກ​ສຽງ​ໃຕ້​ຂອງ​ບຣາ​ຊິນ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...