Homeມູມໄອທີລາວຊຳຊຸງເປີດຕົວ SleepSense ຜູ້ຊ່ວຍໃນຂະນະນອນຫລັບ ຄວບຄຸມອຸປະກອນໃນເຮືອນອັດຕະໂນມັດ

ຊຳຊຸງເປີດຕົວ SleepSense ຜູ້ຊ່ວຍໃນຂະນະນອນຫລັບ ຄວບຄຸມອຸປະກອນໃນເຮືອນອັດຕະໂນມັດ

Published on

 

SleepSense_1

ຊຳ​ຊຸງ​ເປີດ​ຕົວ SleepSense ອຸປະກອນ​ທີ່​ຈະ​ຊ່ວຍ​ເບິ່ງແຍງ​ການ​ນອນ​ຫລັບ ພ້ອມ​ທັງ​ຄວບ​ຄຸມ​ອຸປະກອນ​ຕ່າງໆ ພາຍ​ໃນ​ເຮືອນ​ໃຫ້​ອັດ​ຕະໂນມັດ
ເມື່ອ​ວັນທີ່ 3 ກັນຍາ 2015 ຊຳ​ຊຸງ​ໄດ້​ເປີດ​ຕົວ SleepSense ອຸປະກອນ​ທີ່​ຈະ​ຊ່ວຍ​ເຮັດໃຫ້​ການ​ນອນ​ຫລັບ​ຂອງ​ເຈົ້າສະມາດ​ຫລາຍ​ຂຶ້ນ ຫລັບ​ສະບາຍ​ເຕັມ​ອິ່ມ ດ້ວຍ​ຄຳ​ແນະ​ນຳ​ຕ່າງໆ ຈາກ SleepSense ທີ່​ຈະ​ຄອຍຖ້າ​ກວດ​ຈັບ​ລັກສະນະ​ການ​ນອນ​ຫລັບ​ຂອງ​ເຈົ້າ​ໃນ​ຂະນະ​ທີ່​ກຳ​ລັງ​ນອນ​ຫລັບ ເຊັ່ນ​ການ​ເຄື່ອນ​ໄຫວ​ຮ່າງກາຍ ການ​ຫາຍ​ໃຈ ໄລ​ຍະ​ເວລາ​ການ​ນອນ​ແລະ ອື່ນໆ ວ່າ​ຄວນ​ຈະ​ປັບປຸງ​ຮູບ​ແບບ​ການ​ນອນ​ຢ່າງໃດ​ໃຫ້​ມີ​ຄຸນນະພາບ​ຊີວິດ​ທີ່​ດີ​ຂຶ້ນ ພ້ອມ​ທັງ​ຊ່ວຍ​ປຸກ​ໃຫ້​ເຈົ້າ​ຕື່ນ​ໃນ​ຕອນ​ເຊົ້າ​ໄດ້​ຢ່າງ​ສົດ​ຊື່ນ ພຽງ​ແຕ່​ວາງ SleepSense ໄວ້​ບ່ອນນ​ອນ​ແລະ​ເຊື່ອມ​ຕໍ່​ກັບ​ສະ​ມາດໂຟນ ກໍ​ສາມາດ​ໃຊ້​ງານ​ຟັງຊັ່ນ​ຕ່າງໆ ຜ່ານ​ແອັບ​ພິ​ເຄ​ຊັ່ນ​ໄດ້​ທັນ​ທີ

 

ນອກ​ຈາກ​ຈະ​ເຮັດ​ຫນ້າທີ່​ເປັນ​ຜູ້​ຊ່ວຍ​ແນະ​ນຳ​ການ​ນອນ​ຫລັບ​ທີ່​ດີ​ແລ້ວ SleepSense ຍັງ​ສາມາດ​ຊ່ວຍ​ຄວບ​ຄຸມ​ອຸປະກອນ​ຕ່າງໆ ພາຍ​ໃນ​ເຮືອນ​ໃນ​ຂະນະ​ທີ່​ເຈົ້າ​ນອນ​ຫລັບ​ໄດ້​ອີກ​ດ້ວຍ (ເບື້ອງ​ຕົ້ນ​ຢືນຢັນ​ແຕ່​ວ່າ​ຈະ​ຮອງ​ຮັບ​ສະເພາະ​ອຸປະກອນ​ຂອງ​ຊຳ​ຊຸງ) ເຊັ່ນ ປິດ​ TV ​ໃຫ້​ອັດ​ຕະໂນ​ມັດ​ເມື່ອນ​ອນ​ຫລັບ ຄວບ​ຄຸມ​ອຸນຫະພູມ​ຂອງ​ເຄື່ອງ​ປັບ​ອາ​ກາດ ຫລອດ​ໄຟ ກ້ອງ​ວົງ​ຈອນ​ປິດ​ແລະ ອື່ນໆ ດ້ວຍ​ການ​ກວດ​ຈັບ​ຂອງ​ເຊນ​ເຊີ​ແລະ​ເຊື່ອມ​ຕໍ່​ຜ່ານ​ແອັບ SamsungSmartThings ຊຶ່ງ​ທຸກ​ສິ່ງ​ທຸກ​ຢ່າງ​ສາມາດ​ເຮັດວຽກ​ໄດ້​ໃນ​ຂະນະ​ທີ່​ເຈົ້າ​ນອນ​ຫລັບ​

SleepSense_2
ທັງ​ນີ້​ສຳລັບ​ລາ​ຄາ​ຂອງ SleepSense ນັ້ນ​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ໃນ​ຂະນະ​ນີ້ ໂດຍ​ຈະ​ເລີ່ມ​ວາງ​ຈຳ​ໜ່າຍ​ໃນ​ເກົາ​ຫລີ​ໃຕ້​ກ່ອນ​ເປັນ​ບ່ອນທຳອິດ​ໃນ​​ປາຍ​ປີ​ນີ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...