Homeມູມໄອທີລາວແອັບ Line Launcher ປັບ​ໜ້າ​ຕາ​ມື​ຖື​ເຈົ້າ ເປັນ​ລາຍ​ໂຕ​ກາຕູນ​ສະຕິ​ກ​ເກີ​ສຸດ​ໜ້າ​ຮັກ

ແອັບ Line Launcher ປັບ​ໜ້າ​ຕາ​ມື​ຖື​ເຈົ້າ ເປັນ​ລາຍ​ໂຕ​ກາຕູນ​ສະຕິ​ກ​ເກີ​ສຸດ​ໜ້າ​ຮັກ

Published on

line-launcher-android-01

Android ກຳ​ລັງ​ມາ​ແຮງ ທັງ Google , Microsoft ກໍ​ປ່ອຍ​ໜ້າ Launcher ທີ່​ຈະ​ປ່ຽນ​ຈາກ​ທີມ​ມື​ຖື Android ທົ່ວ​ໄປ​ເປັນ​ໜ້າ​ຕາ​ແບບ​ໃໝ່ ທີ່​ນອກ​ຈາກ​ທັນ​ສະໄໝ​ແລ້ວ ຍັງ​ອຳ​ນວຍ​ຄວາມສະດວກ​ໃຫ້​ກັບ​ຜູ້​ໃຊ້ອີກ​ດ້ວຍ ເທື່ອ​ນີ້ Line  Launcher ​ປ່ອຍ​ແອັບ​ໃຫ​ມ່ Line Launcher ທີ່​ຈະ​ປ່ຽນ​ໜ້າ​ຈໍ​ແລະ​ໄອ​ຄອນ​ມື​ຖື Android ຂອງ​ເຈົ້າ​ເປັນ ລາຍ​ໂຕ​ກາຕູນ​ຈາກ Line ກວ່າ 3,000 ລາຍ ມີ​ລາຍ ໝີບ​ຣາວ ກະ​ຕ່າຍ​ໂຄ​ນີ້​ ລູກ​ໄກ່ແຊນ​ລີ່ ສຸດ​ໜ້າ​ຮັກ

line-launcher-android-02

ນອກ​ຈາກ​ຈະ​ປ່ຽນ​ໄອ​ຄອນ​ຂອງ​ມື​ຖື​ກາຍ​ເປັນ​ໂຕ​ກາ​ຕູນ​ສະຕິ​ກເກີ Line ແລ້ວ ຍັງມີ​ເຄື່ອງ​ມື​ອື່ນໆ​ຕິດ​ມາກັບ Line Launcher ດ້ວຍ​ເຊັ່ນ ລະບົບ Smart Search ຄົ້ນ​ຫາ​ທັງ​ລາຍ​ຊື່​ເບີ​ໂທ ໄຟລ໌​ເອກະສານ, ຂໍ້ຄວາມ​ແຊັດ  ຄົ້ນ​ຫາ​ແອັບ  ລວມ​ໄວ້​ໃນ​ບ່ອນ​ດຽວ, Widget ລາຍ​ໂຕ​ກາຕູນ Line ແລະ ລະບົບ Boost up ເທິງ​ເຄື່ອງ Android ໃຫ້​ມື​ຖື​ເຈົ້າ​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ​ແລະ​ລັນ​ແອັບ​ໄດ້​ດີຍິ່ງ​ຂຶ້ນ

line-launcher-android-04

ທັງ​ນີ້​ມື​ຖື Android ຂອງ​ເຈົ້າ​ຕ້ອງ​ເປັນ​ເວີ​ຊັ່ນ 4.03 ຂຶ້ນ​ໄປ ໃຜ​ທີ່​ໃຊ້​ມື​ຖື Android ສົນ​ໃຈ​ທີ່​ຈະ​ລອງ​ໃຊ້ Line Launcher ນີ້ ສາມາດ​ດາວໂຫລດ​ແອັບ Line Launcher ໄດ້​ທາງ Play Store ສຳລັບ​ມື​ຖື​ລະບົບ​ປະຕິບັດການAndroid 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...