Homeຂ່າວພາຍ​ໃນຄະນະຜູ້ແທນກອງບັນຊາການທະຫານແຂວງສາລະວັນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວາງຈິ

ຄະນະຜູ້ແທນກອງບັນຊາການທະຫານແຂວງສາລະວັນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວາງຈິ

Published on

fri13sep1

ຄະນະຜູ້ແທນກອງບັນຊາ ການທະຫານແຂວງສາລະ ວັນ ເຊິ່ງນຳໂດຍສະຫາຍ ພັນ ເອກ ອ໋ອດ ໄຊຍະວົງ ຄະນະ ປະຈຳພັກແຂວງ, ເລຂາຄະ ນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງສາລະວັນ, ພ້ອມດ້ວຍ ຄະນະໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາ ການທະຫານຊາຍແດນ ແຂວງກວາງຈີ ແຫ່ງ ສ.ສ ຫວຽດນາມ ໃນລະຫວ່າງວັນ ທີ 5-7 ກັນຍາ 2013  ໂດຍ ໄດ້ຮັບການຕ້ອນຮັບຢ່າງອົບ ອຸ່ນຈາກສະຫາຍ ພັນເອກ ຫງຽນຈ້ອງຕ່າງ ຫົວໜ້າກອງ ບັນຊາການທະຫານຊາຍ ແດນແຂວງກວາງຈີ ແຫ່ງ ສ.ສ ຫວຽດນາມ ພ້ອມດ້ວຍ ຄະນະ.
ໃນກອງປະຊຸມພົບປະທັງສອງຝ່າຍໄດ້ຜັດປ່ຽນກັນ  ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຢູ່ ລຽບຕາມຊາຍແດນກໍ່ຄືການ ປະສານສົມທົບແກ້ໄຂ້ປະກົດ ການຫຍໍ້ທໍ້ທີ່ເກີດຂື້ນລຽບ ຕາມຊາຍແດນສາລະວັນ-ກວາງຈີ ໃນໄລຍະ 1 ປີຜ່ານ ມາເຊິ່ງ ຍັງມີປະຊາຊົນຈຳ ນວນໜຶ່ງເຄື່ອນໄຫວແບບບໍ່ຖື ກຕ້ອງເຊັ່ນ: ການຄ້າຂາຍ ເຖື່ອນ, ຄ້າຂາຍຢາເສບຕິດ, ການສ້າງຄອບຄົວ, ການຕັ້ງ ຖິ່ນຖານພູມລຳເນົາໂດຍບໍ່ ຖືກຕ້ອງຕາມກົດໝາຍ. ທັງ ສອງຝ່າຍໄດ້ຕົກລົງສືບຕໍ່ຍູ້ ແຮງການໂຄສະນາສຶກສາອົບ ຮົມປະຊາຊົນທີ່ຢູ່ລຽບຕາມ ຊາຍແດນ ສອງຝ່າຍໃຫ້ປະຕິ
ບັດກົດໝາຍຊາຍແດນຢ່າງ ເຂັ້ມງວດ, ເພີ່ມທະວີປະສານ ສົມທົບກວດກາລາດຕະເວນ ຮ່ວມກັນເພື່ອປົກປັກຮັກສາ ຫຼັກໝາຍຊາຍແດນແຫ່ງຊາດ , ຕິດຕາມການເຄື່ອນໄຫວ ຄົນເຂົ້າອອກຊາຍແດນ, ການ ຄ້າຂາຍເຖື່ອນ ແລະ ການຍົກ ຍ້າຍຖິ່ນຖານພູມລຳເນົາທີ່ ຜິດກົດໝາຍພ້ອມນີ້ທັງສອງ ຝ່າຍໄດ້ຕົກລົງສືບຕໍ່ແລກ ປ່ຽນຄະນະຜູ້ແທນໃນແຕ່ລະ ຂັ້ນຜັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມແກ້ໄຂບັນຫາ ທີ່ເກີດຂື້ນຕາມບໍລິເວນຊາຍ ແດນໃຫ້ຖືກຕ້ອງຕາມສົນທິ ສັນຍາທີ່ລັດຖະບານທັງສອງ ປະເທດໄດ້ລົງນາມຮ່ວມກັນ, ສືບຕໍ່ແລກປ່ຽນວຽກງານສີລະ ປະ-ວັນນະຄະດີ ເພື່ອສະ ແດງ ຮັບໃຊ້ພໍ່ແມ່ປະຊາຊົນ ທັງສອງຝ່າຍລຽບຕາມຊາຍ ແດນບົນຈິດໃຈໄມຕີຈິດມິດ ຕະພາບຄວາມສາມັກຄີແບບ
ພິເສດການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງ ກອງທັບລາວ-ຫວຽດນາມ ກໍ່ຄືກອງບັນຊາການທະຫານ ແຂວງສາລະວັນ ກັບກອງບັນ ຊາການທະຫານຊາຍແດນ ແຂວງກວາງຈີ ແຫ່ງ ສ.ສ ຫວຽດນາມ ໃຫ້ເພີ່ມພູນຄູນ ສ້າງຍິ່ງຂື້ນ. ໃນຕອນທ້າຍ  ກອງປະຊຸມທັງສອງຝ່າຍຍັງ ໄດ້ຮ່ວມກັນເຊັນບົດບັນທຶກ ຊ່ວຍຈຳອີກດ້ວຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...