Homeມູມໄອທີລາວລອງມາເບີ່ງເທກໂນໂລຍີສຸດລ້ຳຂອງການສ້າງແກ້ວ ດ້ວຍເຄື່ອງພິມ 3 ມິຕິ

ລອງມາເບີ່ງເທກໂນໂລຍີສຸດລ້ຳຂອງການສ້າງແກ້ວ ດ້ວຍເຄື່ອງພິມ 3 ມິຕິ

Published on

glass-2

ດ້ວຍ​ເທກ​ໂນ​ໂລ​ຍີ​ທີ່​ກ້າວ​ໜ້າ​ຂຶ້ນ​ທຸກ​ມື້ ທາງ​ດ້ານ​ເຄື່ອງ​ພິມ 3 ມິ​ຕິ​ກໍ​ມີ​ຄວາມ​ສາມາດ​ທີ່​ສຸດ​ລ້ຳ​ເພີ່ມ​ຫລາຍ​ຂຶ້ນ​ເຊັ່ນ​ກັນ

ຫຼ້າ​ສຸດ​ດ້ວຍ​ຄວາມ​ຮ່ວມ​ມື​ກັນ​ພັດທະນາ​ຂອງ​ກຸບ MIT’s Glass Lab ແລະ Mediated Matter group ໄດ້​ສ້າງ  ເຄື່ອງ G3DP (Glass 3D Printer) ເຄື່ອງ​ພິມ 3 ມິ​ຕິ ທີ່​ສາມາດ​ສ້າງ​ຮູບ​ແບບ​ຂອງ​ວັດ​ຖຸ​ທີ່​ເປັນ​ແກ້ວ​ໄດ້ ຕາມ​ຮູບ​ຊົງ​ແບບ​ທີ່​ຕ້ອງ​ການ​ໄດ້​ຢ່າງ​ວ່ອງໄວ​ແລະ​ງ່າຍ​ດາຍ

ສ່ວນ​ຫລັກ​ການເຮັດວຽກງານ​ເບື້ອງ​ຕົ້ນ​ຂອງ​ເຄື່ອງ​ພິມ G3DP ນີ້ ໃນ​ການ​ພິມ​ຈະ​ມີ​ເຖິງ​ສອງ​ຫົວ​ພົ່ນ​ນຳກັນ ໂດຍ​ທີ່​ຫົວ​ພົ່ນ​ທຳອິດ​ເຮັດ​ຫນ້າທີ່​ເປັນ​ຕົວ​ສ້າງ​ຄວາມ​ຮ້ອນ​ເຖິງ 1900 ອົງ​ສາ​ ໃນ​ການ​ລະ​ລາ​ຍ​ສານ​ການສ້າງ​ວັດ​ຖຸ​ແກ້ວ​ຂຶ້ນ​ມາ​ຢ່າງ ສານ alumina-silica ແລະ​ອີກ​ຫົວ​ພົ່ນ​ທີ່​ໃຊ້​ເຮັດ​ຄວາມ​ເຢັນ​ເພື່ອ​ຕໍ່​ຕ້ານ​ການ​ບີບ​ເຄ້ນ​ພາຍ​ໃນ​ຂອງ​ສານ​ພາຍ​ໃນ ພ້ອມ​ທັງ​ໃຊ້​ລະບົບ​ໂປ​ຣແກຣມ​ຄວບ​ຄຸມ​ໃຫ້​ເຄື່ອງ​ພິມ​ສ້າງ​ຮູບ​ແບບ​ອອກ​ມາ​ຕາມ​ທີ່​ກຳໜົດ​ໄດ້​ຢ່າງ​ສວຍງາມ​ຕາມ​ທີ່​ອອກ​ແບບ​ໄວ້

ນອກ​ຈາກ​ນີ້​ແລ້ວ​ຈະ​ມີ​ການ​ນຳ​ຊິ້ນ​ງານ​ຕ່າງໆ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ເຄື່ອງ​ພິມ G3DP ນີ້ ມາ​ສະແດງ​ໃນ​ງານ​ເທດສະ​ການ ທີ່​ຈັດ​ຂຶ້ນ​ທີ່​ພິ​ພິດຕະ​ພັນ Cooper Hewitt, Smithsonian Design Museum ໃນ​ປີ 2016 ນີ້ອີກ​ດ້ວຍ

ລອງ​ມາ​ເບີ່ງ​ພາບ​ການເຮັດວຽກ ແລະ​ຮູບ​ແບບ​ການສ້າງ​ແກ້ວ​ໃນ​ລັກສະນະ​ຕ່າງໆ ຂອງ​ເຄື່ອງ G3DP ນີ້ ກັນ​ກ່ອນ​ໄດ້​ເລີຍ

 

glass-1

glass-4-Optimized
glass-3-Optimized
glass-1-Optimized
glass-2-Optimized
glass-5-Optimized
glass-6-Optimized
glass-7-Optimized

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...