spot_img
Homeມູມໄອທີລາວຣີວິວ Samsung GALAXY Note5

ຣີວິວ Samsung GALAXY Note5

Published on

ຣີວິວ Samsung GALAXY Note5

ຣີວິວ Samsung GALAXY Note5

ເມື່ອ​ເວົ້າ​ເຖິງ ໂທລະ​ສັບ ທີ່​ສາ​ມາດ​ຂີດ​ຂຽນ​, ແຕ້ມ ແລະ ຈົດ​ບັນ​ທຶກ​ໄດ້​. Samsung Galaxy ຕະ​ກຸນ Note ເປັນ​ຄຳ​ຕອບ​ດຽວ​ທີ່​ຕ້ອງ​ເຂົ້າ​ມາ​ໃນ​ຫົວ​ຂອງ​ໃຜ​ຫຼາຍໆ​ຄົນ​ຢ່າງ​ແນ່​ນອນ ເພາະ​ວ່າ​ນອກ​ຈາກ​ຈະ​ເປັນ Smartphone ທີ່​ໃຊ້​ງານ​ໄດ້​ຫຼາກ​ຫຼາຍ​ແລ້ວ ມັນ​ຍັງ​ສາ​ມາດ​ເປັນ​ສິ່ງ​ທີ່​ເຮົາ​ສາ​ມາດ ຈົດ​ບັນ​ທຶກ​ສິ່ງ​ຕ່າງໆ ແລະ ສ້າງ​ສັນ​ງານ​ສິນ​ລະ​ປະ​ໄດ້​ສະ​ດວກ ແລະ ງ່າຍ​ດາຍ ດ້ວຍ ບິກ​ພິ​ເສດ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ນັ້ນ​ກໍ່​ຄື S Pen ນັ້ນ​ເອງ​. ເຊິ່ງ​ນັບ​ແຕ່ ໂນ໊ດ ລຸ້ນ​ທຳ​ອິດ ຈົນ​ມາ​ເຖິງ ໂນ໊ດ 4 ເຊິ່ງ​ແຕ່​ລະ​ລຸ້ນ​ທີ່​ອອກ​ມາ​ກໍ່​ມີ​ການ​ປ່ຽນ​ແປ່ງ ແລະ ປັບ​ປຸ່ງ ໃຫ້​ມີ​ຄວາມ​ສາ​ມາດ​ທີ່​ເພີ່ມ​ຂຶ້ນ ດັ່ງ​ນັ້ນ​ມັນ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ ແລະ ເປັນ​ສິ່ງ​ທີ່​ຕອບ​ໂຈດ​ການ​ໃຊ້​ງານ​ໄດ້​ເປັນ​ຢ່າງ​ດີ​

Note5 (1)
​ແລະ ລ່າ​ສຸດ​ທາງ​ຊຳ​ຊຸງ ກໍ່​ໄດ້​ເປີດ​ໂຕ Galaxy Note 5 ເຊິ່ງ​ມີ​ການ​ປັບ​ປ່ຽນ​ການ​ອອກ​ແບບ​ຫຼາຍ​ຢ່າງ ບໍ່​ວ່າ​ຈະ​ເປັນ ຮູບ​ຮ່າງ ວັດ​ສະ​ດຸ ຝາ​ຫຼັງ ເຮັດ​ໃຫ້​ມິ​ຄວາມ​ຫຼູ​ຫຼາ ມີ​ລະ​ດັບ ເຊິ່ງ​ຕອນ​ນີ້ ກໍ່​ໄດ້​ມາ​ຮອດ​ມື​ຂອງ​ທິມ​ງານ Mobiletalk.tv ແລ້ວ ຖື​ວ່າ​ເປັນ​ເວັບ​ທຳ​ອິດ​ຂອງ​ລາວ​ທີ່​ໄດ້​ມາ​ຣີ​ວີວ​ກໍ່​ວ່າ​ໄດ້​…. ເອົາ​ເປັນ​ວ່າ​ຈະ​ເປັນ​ຈັງ​ໄດ້​ນັ້ນ ມາ​ເລີ່ມ​ຣີ​ວີວ​ກັນ​ເລີຍ​…

ດ້ານຮູບຊົງ
ພາຍນອກ

Note5 (2)

Samsung Galaxy Note5 ມາ​ພ້ອມ​ກັບ​ໜ້າ​ຈໍ 5.7 ນິ້ວ QHD ແບບ Super AMOLED ໃຫ້​ສີ​ສັນ​ສົດ​ໃສ​, ​ພ້ອມ​ກັບ Body ທີ່​ເຮັດ​ມາ​ຈາກ ໂລ​ຫະ ເຮັດ​ໃຫ້​ເບີ່ງ​ແລ້ວ​ຫຼູ​ຫຼາ​ມີ​ລະ​ດັບ ເຊິ່ງ​ເຄື່ອງ​ທີ່​ໄດ້​ມາ​ຣີ​ວີວ​ໃນ​ມື້​ນີ້ ແມ່ນ ສີ​ທອງ 32 GB

Note5 (3)

ເຊິ່ງ​ເພີ່ນ​ໃຫ້​ມາ​ກໍ່​ມີ​ພຽງ​ແຕ່ ເຄື່ອງ ພ້ອມ​ກັບ ອັນ​ສາກ​ໄຮ້​ສາຍ ແຕ່​ບໍ່​ມີ​ສາຍ​ສາກ ແລະ​ແນ່​ນອນ​ໄດ້​ຊອກ​ຫາ​ສາຍ​ມາ​ສາກ​ເອງ 555555 (​ປລ​. ອັນ​ສາກ​ໄຮ້​ສາຍ​ແມ່ນ​ຕ້ອງ​ໄດ້​ຊື້​ຕ່າງ​ຫາກ​ເດີ້​ພີ້​ນ້ອງ ຂາຍ​ແທ້​ບໍ່​ມີ​ໃຫ້​ເດີ້ ມີ​ພຽງ​ແຕ່​ອັນ​ສາກ​ທົ່ວ​ໄປ ແຕ່​ກະ​ເປັນ Fast charge ) ເລີຍ​ບໍ່​ໄດ້​ຣີ​ວີວ​ແບບ​ແກະ​ກ່ອງ​ຊ້ຳ >.<

Note5 (4)

ເມື່ອ​ທາງ​ຂ້າງ ຈະ​ເຫັນ​ວ່າ​ທາງ​ຫຼັງ​ຈະ​ໂຄ້ງ ເຊິ່ງ​ໄດ້​ອອກ​ແບບ​ໃຫ້​ຄື​ກັບ​ໜ້າ​ຈໍ​ຂອງ S6 edge ທີ່​ໂຄ້ງ​ທາງ​ໜ້າ ແຕ່​ອັນ​ນີ້​ເຮັດ​ໂຄ້ງ​ທາງ​ຫຼັງ​ເຮັດ​ໃຫ້ ຈັບ​ໄດ້​ຖະ​ໜັດ​ມື ເຖິ່ງ​ແມ່ນ​ວ່າ​ຈະ​ມີ​ຂະ​ໜາດ​ບາງ​ກໍ່​ຕາມ​, ທາງ​ຂ້າງ​ເບື້ອງ​ຊ້າຍ​ຈະ​ມີ​ພຽງ​ແຕ່​ປຸ່ມ​ເປີດ​ປິດ

Note5 (6)

ສ່ວນ​ເບື້ອງ​ຂວາ​ກໍ່​ຈະ​ມີ ປຸ່ມ ເພີ່ມ ແລະ ຫຼຸດ​ສຽງ​

Note5 (7)

ທາງ​ເທິງ​ສຸດ​ໃນ​ຮູບ ຮູ້​ນ້ອຍໆ​ເບື້ອງ​ຊ້າຍ​ແມ່ນ ໄມ​ໂຄຣ​ໂຟນ​ຕົວ​ທີ​2 ເຊິ່ງ​ເອົາ​ໄວ້​ຕັດ​ສຽງ​ລົບ​ກວນ​ຈາກ​ພາຍ​ນອກ ເຮັດ​ໃຫ້​ສຽງ​ໃນ​ເວລາ​ສົນ​ທະ​ນາ ມີ​ຄວາມ​ແຈ້ງ​ຂຶ້ນ ແລະ ຍັງ​ເປັນ​ໄມ​ສຳ​ລັບ​ອັດ​ສຽງ​ໃນ​ເວລາ​ຖ່າຍ​ວິ​ດີ​ໂອ ສ່ວນ​ເບື້ອງ​ຂວາ​ຈະ​ເປັນ​ບ່ອນ​ໃສ່​ຊິມ ເຊິ່ງ​ໃຊ້​ນາ​ໂນ​ຊິມ​

Note5 (8)

ດ້ານ​ໜ້າ ຍັບ​ຂຶ້ນ​ມາ​ທາງ​ເທິງ​ກໍ່​ຈະ​ມີ ໄຟ​ແຈ້ງ​ສະ​ຖາ​ນະ​, ເຊັນ​ເຊີ​ຕ່າງໆ​, ລຳ​ໂພງ ແລະ ກ້ອງ​ໜ້າ​ຄວາມ​ລະ​ອຽດ 5​ລ້ານ​ພິກ​ເຊວ​.

Note5 (9)

ສ້ວນ​ທາງ​ລຸ່ມ​ກໍ່​ຈະ​ເປັນ​ພາກ​ສ່ວນ​ຂອງ​ເມ​ນູ​ເຊິ່ງ​ກະ​ຄ້າຍ​ຄື​ກັບ​ຕະ​ກູນ ກາ​ແລັກ​ຊີ ນັ້ນ​ກໍ່​ຄື ມີ​ປຸ່ມ​ແບບ Soft key 2​ອັນ ແລະ ປຸ່ມ Home ທີ່​ເປັນ​ແບບ Hard Key ເຊິ່ງ​ມາ​ພ້ອມ​ດ້ວຍ​ຄວາມ​ສາ​ມາດ​ໃນ​ການ​ສະ​ແກນ​ລາຍ​ນີ້ວ​ມື​ໄດ້ (​ໜ້າ​ຈໍ​ເຕັມ​ໄປ​ດ້ວຍ​ຮ້ອຍ​ນີ້ວ​ມີ 555555 )

Note5 (10)

ທາງ​ດ້ານ​ຫຼັງ​ກໍ່​ໄດ້​ປ່ຽນ​ຈາກ​ຝາ​ຫຼັງ​ທີ່​ເປັຍ​ຢາງ​ໃນ​ໂນດ 4 ມາ​ເປັນ​ໂລ​ຫະ​ທີ່​ເງົາ​ງາມ ພ້ອມ​ກັບ​ກ້ອງ​ທີ່​ມີ​ຄວາມ​ລະ​ອຽດ 16​ລ້ານ​ພິກ​ເຊວ ທາງ​ຂ້າງ​ກະ​ແມ່ນ​ໄຟ​ແຟັດ ແລະ ເຊັນ​ເຊີ ທີ່​ເຮັດ​ໃຫ້​ການ​ຖ່າຍ​ພາບ​ມີ​ຄວາມ​ງົດ​ງາມ​ອີກ​

Note5 (11)

ທາງ​ລຸ່ມ​ສຸດ​ກໍ່​ຈະ​ມີ ຮູ​ສຽງ​ຫູ​ຟັງ 3.5 min ຮູ mini USB 2.0 ລຳ​ໂພງ​, ໄມ ແລະ ບ່ອນ​ໄວ້ S Pen

Note5 (12)

ໃນ​ໂນດ 5 ໄດ້​ມີ​ການ​ປ່ຽນ​ວິ​ທີ​ໃນ​ການ​ດືງ​ເອົາ​ບິກ​ມາ​ໃຊ້​ແບບ​ໃໝ່​ຄື ການ​ກົດ​ລົງ​ໄປ​ໃນ​ບິກ ແລ້ວ​ມັນ​ຈະ​ເດັ້ງ​ອອກ​ມາ​ເອງ ເຊິ່ງ​ສະ​ດວກ​ຫຼາຍ ເພາະ​ໃນ​ໂນດ 4 ຕ້ອງ​ໄດ້​ໃຊ້​ແລັບ​ເກະ​ເອົາ​

 

ສະເປັກ

ດ້ານ​ສະ​ເປັກ​ກໍ່​ຈັດ​ມາ​ໃຫ້​ແບບ​ເຕັມ​ທີ່​ດັ່ງ​ນີ້​

  • ໂຕ​ເຄື່ອງ ມີ​ໜ້າ​ຈໍ​ຄວາມ​ລະ​ອຽດ​QHD7 ນີ້ວ​, ໃຊ້​ຈໍ​ແບບ Super AMOLED ທີ່​ໃຫ້​ສີ​ສັນ​ສົດ​ໃສ ພ້ອມ​ກັບ Corning Gorilla Glass 4 ທີ່​ປົກ​ປ້ອງ​ຈໍ​ຈາກ​ການ​ຂູດ​ຂີດ
  • ຊີ​ພີ​ຢູ Exynos 7420 8 ແກນ ເຊິ່ງ​ແບ່ງ​ເປັນ​ສອງ​ໂຕ ໂຕລະ 4​ແກນ​ຄື Quad-core 1.5 GHz Cortex-A53 ແລະ Quad-core 2.1 GHz Cortex-A57 64 ບິດ
  • ລະ​ບົບ ແອນ​ດຣອຍ 5.1.1 android lollipop
  • ແຣມ 4 ກິກ
  • ກ້ອງ ຫຼັ້ງ 16 ລ້ານ​ພິກ​ເຊວ ພ້ອມ​ລະ​ບົບ ກັນ​ສັ່ນ OIS (optical image stabilization), ກ້ອງ​ໜ້າ 5 ລ້ານ​ພິກ​ເຊວ
  • ຄວາມ​ຈຸ​ມີ​ສອງ​ຂະ​ໜາດ ຄື 32 ແລະ 64 ກິກ (​ເພີ່ມ​ບໍ່​ໄດ້​)
  • ຮອງ​ຮັບ 3​ຈີ 4​ຈີ
  • ຮອງ​ຮັບ Wi-Fi 802.11 a/b/g/n/ac, dual-band, Wi-Fi Direct, hotspot
  • ຮອງ​ຮັບ Bluetooth V4.2, GPS ແລະ NFC
  • ໃຊ້ ​Nano Sim
  • ມີ​ລະ​ບົບ Fast Charging ແລະ ສາ​ມາດ​ສາກ​ແບບ​ໄຮ້​ສາຍ Wiress Charging (​ອຸ​ປະ​ກອນ​ເສີມ​)
  • ແບັດ​ເຕີ​ລີ ຂະ​ໜາດ 3000 mAh ຖອດ​ປ່ຽນ​ບໍ່​ໄດ້

ການ​ໃຊ້​ງານ​ທົ່ວ​ໄປ​
​ຫຼັງ​ຈາກ​ທີ່​ໃຊ້​ງານ​ມາ​ໄດ້​ຫຼາຍ​ມື້ ຮູ້​ສຶກ​ວ່າ​ການ​ຫຼີ້ນ​ໝື່ນ​ໄຫຼ​ດີ​(​ສ່ວນ​ຫຼາຍ​ໃຊ້​ເຂົ້າ​ແອັບ​ພວກ Social ກັບ Chat ແລະ ຖ່າຍ​ຮູບ​ເປັນ​ສ່ວນ​ຫຼາຍ ບໍ່​ໄດ້​ຫຼີ້ນ​ເກມ​). ເຄື່ອງ​ທີ່​ໄດ້​ມາ​ຣີ​ວີວ ແມ່ນ ເວີ​ຊັນ 32 ກິກ ເຊິ່ງ​ລະ​ບົບ​ເອົາ​ໄປ​ແລ້ວ 7 ກິກ ເຫຼືອ​ໃຊ້​ງານ​ແທ້​ປະ​ມານ 23 ກິກ ຖ້າ​ໃຊ້ ທຳ​ມະ​ດາ ບໍ່​ມັກ​ຖ່າຍ​ຮູບ ຫຼື ເບີ່ງ​ໜັງ ກະ​ຄື​ຊິ​ພໍ​ໃຊ້​ຢູ່ (​ແຕ່​ອັນ​ນີ້​ຄື​ຊິ​ບໍ່​ພໍ ), ແຣມ 4 ກິກ ເຫຼືອ​ໃຊ້​ງານ​ແທ້ ກະ​ປະ​ມານ 2 ກິກ​, ພຽງ​ພໍ່​ຕໍ່​ການ​ໃຊ້​ແອັບ ຫຼື ຫຼີ້ນ​ເກມ​ໄດ້​ສະ​ບາຍ​. ເຂົ້າ​ແອັບ​ກະ​ໄວ​ພໍ​ສົມ​ຄວນ​,​ບໍ່​ມີ​ອາ​ການ​ຄ້າງ​ໃດໆ​, ເວລາ​ສຳ​ຜັດ​ກະ​ຮູ້​ສຶກ​ຕິດ​ມື​ດີ (​ແຕະ​ປຸບ​ໄປ​ປັບ​). ໂດຍ​ລວມ​ແລ້ວ​ຖື​ວ່າ​ໄວ​ທັນ​ໃຈ ໃຊ້​ຄັກ​

ການ​ຖ່າຍ​ຮູບ​
Galaxy Note 5 ມາ​ພ້ອມ​ກັບ​ກ້ອງ​ຫຼັງ 16 ລ້ານ​ພິກ​ເຊວ ຖ່າຍ​ວິ​ດີ​ໂອ​ໄດ້ ລະ​ດັບ 4K ພ້ອມ​ກັບ​ລະ​ບົບ​ກັ່ນ​ສັ່ນ ຫຼື OIS (optical image stabilization). ຫຼັງ​ຈາກ​ທີ່​ໃຊ້​ງານ​ກໍ່​ຮູ້​ສຶກ​ວ່າ ພາບ​ອອກ​ມາ​ງາມ​ດີ ຖ່າຍ​ບ່ອນ​ມືດ​ໄດ້​ດີ​(​ແຕ່​ບາງ​ເທືອ​ກະ​ມີ​Noise​ໜ້ອຍ​ໜຶ່ງ​) ການ​ຖ່າຍ​ພາບ ຈັບ​ໂຟ​ກັດ​ໄດ້​ໄວ ກົດ​ຖ່າຍ​ປຸບ ຕິດ​ປັບ​, ຍ້ອນ​ມີ​ລະ​ບົບ​ກັນ​ສັ່ນ ຈຶ່ງ​ເຮັດ​ໃຫ້​ເວລາ​ຖ່າຍ​ວິ​ດີ​ໂອ ເວລາ​ເບີ່ງ​ກະ​ບໍ່​ມີ​ການ​ສັ່ນ​ເລີຍ ຂະ​ຫນາດ​ຈັບ​ໂທລະ​ສັບ​ໃຫ້​ມັນ​ສັ່ນໆ​ເວລາ​ຖ່າຍ ພາບ​ອອກ​ມາ​ກະ​ບໍ່​ມີ​ການ​ສັ່ນ​ເລີຍ. ​ສ່ວນ​ກ້ອງ​ໜ້າ​ກໍ່​ລະ​ດັບ 5 ລ້ານ​ພິກ​ເຊວ ມາ​ພ້ອມ​ກັບ​ຟີ​ເຈີ ທີ່​ມີ​ໃນ S6 ກໍ່​ຄື ການ​ຖ່າຍ​ຮູບ​ດ້ວຍ​ການ​ໃຊ້​ສ່ຽງ ເຊັ່ນ ເວລາ​ເວົ້າ Capture, Smile, ຊີດ​ສ​… ມັນ​ຈະ​ກົດ​ຖ່າຍ​ໃຫ້​ເລີຍ ບໍ່​ຈຳ​ເປັນ​ຕ້ອງ​ໄປ​ກົດ​ປຸ່ມ​ຊັດ​ເຕີ້​ໃຫ້​ເສີຍ​ເວລາ ມີ​ແຕ່​ເຮັດ​ໜ້າ​ງາມໆ​ຖ້າ​ໄວ້​ເລີຍ ເຊິ່ງ​ກະ​ສະ​ດວກ​ພໍ​ສົມ​ຄວນ​, ແລະ ອີກ​ຟີ​ເຈີ​ໜຶ່ງ​ຄື​ຈະ​ຖືກ​ໃຈ​ບັນ​ດາ​ສາວໆ ນັ້ນ​ກໍ່​ຄື Beauty ທຳ​ອິດ​ທີ່​ຖ່າຍ ຈົນ​ຕົກ​ໃຈ ເນື່ອງ​ຈາກ​ມັນ​ປັບ ທັງ​ຕາ​ໃຫ້​ໃຫຍ່ ຫນ້າ​ໃຫ້​ນ້ອຍ ຄາງ​ໃຫ້​ແຫຼມ ຜິວ​ໃຫ້​ຂາວ​ໃສ ແບບ​ວ່າ​ຄົບ​ສຸດ​ເລີຍ ແຕ່​ຖ້າ​ບໍ່​ມັກ​ກໍ່​ສາ​ມາດ​ປັບ​ປ່ຽນ​ໄດ້​ຕາມ​ໃຈ​ມັກ

ນີ້​ຄື​ຮູບ​ຕົວ​ຢ່າງ​ທີ່​ຖ່າຍ​ຈາກ​ກ້ອງ​ຫຼັງ ໃນ​ໂໝດ​ທຳ​ມະ​ດາ Auto focus ຂະ​ໜາດ​ດັ່ງ​ເດີມ​

Note5 (13)Note5 (14)

Note5 (15)

ເບີ່ງ​ໄປ​ແລ້ວ​ຄື​ມີ​ແສງ​ອໍ​ຣາ ແບບ​ຝຸ້ງ​ຝິ້ງ​ເລີຍ ^^ ໃນ​ໄລ​ຍະ​ນີ້​ບໍ່​ຄ່ອຍ​ໄດ້​ໄປ​ນອກ​ປານ​ໃດ ເລີຍ​ບໍ່​ໄດ້​ຮູບ​ຫຼາຍ >.<

ການ​ຈົດ​
​ເມື່ອ​ຄິດ​ເຖິງ Galaxy Note ແນ່​ນອນ​ກໍ່​ຕ້ອງ​ຄິດ​ເຖິງ​ການ​ຈົດ​ການ​ແຕ້ມ ແລະ​ມາ​ໃນ Note 5 ນີ້​ກໍ່​ໄດ້​ມີ​ການ​ພັດ​ທະ​ນາ ບິກ S pen ໃຫ້​ດີກ​ວ່າ​ໂຕ​ເກົ່າ ເຊິ່ງ​ມີ​ຄວາມ​ໄວ ໃນ​ການ​ຕອບ​ສະ​ໜອງ ໄວ​ກວ່າ S pen Note 4 ຕັ້ງ 20 ms ເຮັດ​ໃຫ້​ການ​ຕອບ​ສະ​ໜອງ​ເວລາ​ເຮົາ​ຂຽນ​ໄວ​ຂຶ້ນ , ຈາກ​ການ​ລອງ​ໃຊ້​ຂຽນ ຮູ້​ສຶກ​ວ່າ​ຄື​ກັນ​ກັບ​ຂຽນ​ໂດຍ​ໃຊ້ ບິກ​ແທ້​ເລີຍ ການ​ກົດ​ຄ່ອຍ ຫຼື ແຮງ ເສັ້ນ​ກໍ່​ຈະ​ຂຶ້ນ​ຕາມ​ຄວາມ​ແຮງ​ທີ່​ເຮົາ​ກົດ​ ​ແລະ ຟີ​ເຈີ​ໃຫມ່​ຂອງ Note 5 ໃນ​ດ້ານ​ການ​ຂຽນ​ນັນ​ກໍ່​ຄື screen off memo ເຊິ່ງ​ສາ​ມາດ​ຈົດ​ໄດ້​ໂດຍ​ບໍ່​ຕ້ອງ​ປົດ​ລ໊ອກ​ເຄື່ອງ ພຽງ​ແຕ່​ກົດ​ບິກ​ອອກ​ມາ ກໍ່​ສາ​ມາດ​ຂຽນ ແລະ ບັນ​ທຶກ​ໄດ້​ເລີຍ ສະ​ດວກ​ຟຸດໆ ^^

Note5 (16)

ເຖິງ​ໜ້າ​ຈໍ​ຈະ​ລ໊ອກ​ແຕ່​ກະ​ສາ​ມາດ​ຈົດ​ບັນ​ທຶກ​ໄດ້ ພຽງ​ແຕ່​ຖອດ​ບິກ​ອອກ​ມາ​ ​ແລະ ທີ່​ເປັນ​ສິ່ງ​ທີ່​ກຳ​ລັງ​ໂດ່ງ​ດັງ​ໃນ​ວົງ​ການ ນັ້ນ​ກໍ່​ຄື ເວລາ​ເຮົາ​ສຽບ​ບິກ ຖ້າ​ເອົາ​ທາງ​ກົ້ນ​ສຽບ​ເຂົ້າ ຈະ​ເຮັດ​ໃຫ້​ເຊັນ​ເຊີ​ຂອງ ບິກ​ນັ້ນ​ບໍ່​ເຮັດ​ວຽກ ເຊິ່ງ​ມີ​ວິ​ທີ​ແກ້​ວິ​ທີ​ດຽວ​ຄື ຕ້ອງ​ເອົາ​ເຂົ້າ​ສູນ​ແປງ​. ຕໍ່​ກັບ​ບັນ​ຫາ​ດັງ​ກ່າວ​ນີ້ ຜູ້​ຣີ​ວີວ​ເອງ​ບໍ່​ຂໍ​ທົດ​ລອງ​ເນາະ ( ເພາະ​ຢ້ານ​ບໍ່​ມີ​ເງີນ​ໃຊ້ ມັນ​ແພງ ) ແຕ່​ກະ​ລອງ​ເອົາ​ທາງ​ກົ້ນ​ແຍ່​ຢູ່​ແຖ້ວໆ​ປາກ​ຮຸ (​ບໍ່​ກ້າ​ແຍ່​ຫຼາຍ​ດຽວ​ເຂົ້າ​ເລິກ​) ພົບ​ວ່າ​ເຂົ້າ​ໄດ້​ງ່າຍໆ ແບບ​ວ່າ​ຖ້າ​ເວລາ​ເຮົາ​ໃຊ້​ແລ້ວ​ຟ້າວ​ສຽບ​ບິກ​ທາງ​ກົ້ນ​ເຂົ້າ​ໄປ​ແບບ​ບໍ່​ຕັ້ງ​ໃຈ​ນິ ຈົບ​ເລີຍ​……

ແບັດ​ເຕິ​ຣີ​
​ດ້ານ​ແບັດ​ເຕີ​ຣີ​ເທົ່າ​ທີ່​ໃຊ້ (​ແຊັດ​, ຫຼີ້ນ​ເຟດ​ບຸກ​, ເບີ່ງ​ຢູ​ທູບ​ໜ້ອຍ​ໜຶ່ງ​) ຕໍ່​ໄວ​ໄຟ ໝົດ​ມື້ ແບັດ 100 ເປີ​ເຊັນ ໃຊ້​ຕັ້ງ​ແຕ່ 6​ໂມງ​ເຊົາ ຈັນ​ຮອດ 11 ໂມງ​ກາງ​ຄືນ ແມ່ນ​ຍັງ​ເຫຼືອ​ປະ​ມານ 10 ເປີ​ເຊັນ ກະ​ຖື​ວ່າ​ດີ​ພໍ​ສົມ​ຄວນ​

ຈຸດດີ

  • ວັດ​ສະ​ດຸ​ເປັນ​ອະ​ລູ​ມິ​ນຽມ ຈັບ​ແລ້ວ​ຮູ້​ສຶກ​ຫຼູ​ຫຼາ​ມີ​ລະ​ດັບ​, ມີ​ການ​ອອກ​ແບບ​ທີ່​ແປກ​ໃຫມ່
  • ຈໍ​ໃຫຍ່​, ບາງ ແຕ່​ຈັບ​ຖະ​ໜັດ​ມື ບໍ່​ຮູ້​ສຶກ​ເລີຍ​ວ່າ​ມັນ​ບາງ
  • ກ້ອງ​ຈັບ​ໂຟ​ກັດ​ໄວ​, ກ້ອງ​ໜ້າ ສາ​ມາດ​ສັ່ງ​ງານ​ດ້ວຍ​ສຽງ​ຄື S6 ເຊິ່ງ​ສະ​ດວກ ແລະ ອິນ​ເທຣນ
  • ຈັບ​ສັນ​ຍານ​ຕ່າງໆ​ໄດ້​ໄວ​ດີ
  • ການ​ໃຊ້​ບິກ S Pen ຂຽນ ແລະ ຈົດ ຮູ້​ສຶກ​ຄື​ກັບ ຈັບ​ບິກ​ແທ້​, ຕອບ​ສະ​ໜອງ​ເວລາ​ເຮົາ​ຂຽນ​ໄດ້​ດີ

ຈຸດອ່ອນ

  • ທາງ​ຫຼັງ​ບ່ອນ​ທີ່​ມີ​ຂອບ​ເລນ​ກ້ອງ​ນູນ​ອອກ​ມາ ເວລາ​ເອົາ​ມາ​ໄວ້​ບ່ອນ​ໂຕະ​ຕ້ອງ​ໄດ້​ລະ​ວັງ​ຢ່າ​ວາງ​ແຮງ ເພາະ​ຂອບ​ເລນ​ກ້ອງ​ທີ່​ນູນ​ອອກ​ມາ​ອາດ​ຈະ​ກະ​ທົບ​ກັບ​ໂຕະ​ແລະ​ເຮັດ​ໃຫ້​ສີ​ອອກ ຫຼື ອາດ​ເຮັດ​ໃຫ້​ເລນ​ເກີດ​ຄວາມ​ເສຍ​ຫາຍ​ໄດ້​…
  • ບໍ່​ສາ​ມາດ​ເພີ່ມ​ໜ່ວຍ​ຄວາມ​ຈຳ​ຕື່ມ​ໄດ້​ສະ​ນັ້ນ​ເວລາ​ຊື້​ຈຶ່ງ​ຕ້ອງ​ໄດ້​ຄິດ​ຫຼາຍ​ພໍ​ສົມ​ຄວນ ວ່າ​ຈະ​ເລືອກ​ຄວາມ​ຈຳ​ທໍ່​ໃດ

ສະຫຼຸບ

ຖ້າ​ທ່ານ​ກຳ​ລັງ​ຊອກ​ຫາ Smartphone ທີ່​ຈໍ​ໃຫຍ່ ແຕ່​ຈັບ​ຖະ​ໜັດ​ມື ສາ​ມາດ​ຈົດ​ໄດ້​ຢ່າງ​ວ່ອງ​ໄວ​, ມີ​ຟີ​ເຈີ​ທີ່​ຫຼາກ​ຫຼາຍ ແລະ ມັກ​ຄວາມ​ຫຼູ​ຫຼາ​ມີ​ລະ​ດັບ Galaxy Note5 ຄື​ຄຳ​ຕອບ​ສຳ​ລັບ​ທ່ານ ຈົບ​ການ​ຣີ​ວີວ​ພຽງ​ທໍ່​ນີ້ ພົບ​ກັນ​ໃໝ່​ໂອ​ກາດ​ໜ້າ ສະ​ບາຍ​ດີ

ຂອບໃຈຂໍ້ມູນຈາກ Mobile Talk TV

MobileTalk.TV | ລົມທຸກເລື່ອງບັນຫາໂທລະສັບ

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...