Homeຂ່າວຕ່າງປະເທດອິນໂດເນເຊຍ ເລັ່ງແກ້ໄຂບັນຫາໝອກຄວັນໄຟປ່າ

ອິນໂດເນເຊຍ ເລັ່ງແກ້ໄຂບັນຫາໝອກຄວັນໄຟປ່າ

Published on

400.ma090

ຂປລ.ຕາມຂ່າວຕ່າງປະເທດ, ເມື່ອບໍ່ດົນມານີ້ ອິນໂດເນເຊຍ ເລັ່ງແກ້ໄຂ ບັນຫາ ໝອກຄວັນໄຟປ່າ ໂດຍນຳ ເອົາເຮືອບິນ ບິນຂຶ້ນໄປຖອກນ້ຳ ແລະ ສານເຄມີ ເພື່ອຫລຸດຜ່ອນ ຜົນກະທົບ ຫລັງຈາກ ປະກາດ ປິດໂຮງຮຽນ ອະນຸບານ ແລະ ປະຖົມສຶກສາ ຫລາຍແຫ່ງ ເທິງເກາະສຸມາຕຣາ ຍ້ອນໝອກຄວັນ ໄຟປ່າປົກຄຸມພື້ນທີ່ ຈົນສົ່ງຜົນກະທົບຕໍ່ ຄຸນນະພາບ ອາກາດ ແລະ ລະບົບຫາຍໃຈ ຂອງປະຊາ ຊົນ.ຂະນະທີ່ ແຂວງຈຳບີ ທາງພາກກາງ ຂອງເກາະສຸມາຕຣາ ໄດ້ຍົກລະດັບ ແລະ ສະພາວະແຫ້ງແລ້ງ ເນື່ອງຈາກ ມີໝອກຄັວນ ປົກຄຸມໜາ ຈົນກະທົບຕໍ່ຖ້ຽວບິນ ທັງຂາເຂົ້າ-ອອກ ແລະ ອາດສົ່ງຜົນ ກະທົບຕໍ່ ການຜະລິດກະສິກຳ ປະມານ 1,2 ໂຕນ. ລ້າສຸດ ທ່ານ ໂຈໂກ ວິໂດໂດ, ປະທານາທິບໍດີ ອິນໂດເນເຊຍ ສັ່ງດຳເນີນການ ເອົາຜິດກັບຜູ້ທີ່ເປັນຕົ້ນ ເຫດຂອງໄຟປ່າຄັ້ງນີ້ ເນື່ອງຈາກ ສ່ວນໃຫຍ່ເກີດ ຈາກການ ຖາງປ່າ ເຮັດໄຮ່ຂອງປະຊາຊົນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...