spot_img
Homeຄວາມງາມ5 ວິທີ​ປິ່ນປົວ​ສິວ​ຫົວ​ດຳ ດ້ວຍ​ສູດ​ທຳມະຊາດ​ທີ່​ໄດ້​ຜົນ

5 ວິທີ​ປິ່ນປົວ​ສິວ​ຫົວ​ດຳ ດ້ວຍ​ສູດ​ທຳມະຊາດ​ທີ່​ໄດ້​ຜົນ

Published on

ดาวน์โหลด

  1. ກຳຈັດ​ສິວ​ຫົວ​ດຳ​ທີ່​ດັງ​ດ້ວຍ​ວາດ​ສະລີນ (Vaseline)  ວິທີ​ເຮັດ​ກໍ​ງ່າຍ​ຫລາຍ​ ພຽງ​ແຕ່​ນຳ​ເອົາ​ວາດ​ສະລີນ​ມາ​ທາ​ໜາໆ​ເທິງ​ດັງ ຈາກ​ນັ້ນ​ໃຊ້​ນິ້ວ​ມື​ທາ​ວົນ​ອ້ອມຮອບ​ດັງ​ແລະ​ບໍລິເວນ​ທີ່​ມີ​ສິວ​ຫົວ​ດຳ ເພື່ອ​ອຸ່ນ​ເນື້ອ​ຄີມ​ໃຫ້​ຮ້ອນຫລັງ​ຈາກ​ນັ້ນ​ກໍ​ນຳ​ໃຊ້​ຖົງ​ພາດ​ຕິກ​ໃສ​ມາ​ແປະ​ທັບ ແລ້ວ​ໃຊ້​ຜ້າ​ສະ​ອາດ​ຊຸບ​ນ້ຳ​ອຸ່ນ​ມາ​ປິດ​ທັບ​ໄວ້​ໃຫ້​ບໍລິເວນ​ນັ້ນ​ເພື່ອ​ເພີ່ມ​ຄວາມ​ຮ້ອນ ຊຶ່ງ​ຈະ​ເປັນ​ການ​ຂະຫຍາຍ​ລູ​ຂຸມ​ຂົນ ຈາກ​ນັ້ນ​ປະ​ໄວ້​ໄລຍະໜື່ງ ແລ້ວ​ຄ່ອຍ​ເອົາ​ເຈ້ຍອານາໄມເຊັດອອກ ພຽງ​ເທົ່າ​ນີ້​ສິວ​ຫົວ​ດຳ​ກວນ​ໃຈ​ກໍ​ຈະ​ຫລຸດ​ອອກ​ມາ​ຢ່າງ​ງ່າຍ​ດາຍ​ເລີຍ​
    2. ສະຄັບໝາກເລັ່ນ​ກຳຈັດ​ສິວ​ຫົວດຳ ພຽງ​​ນຳ​ໝາກເລັ່ນ​ທີ່​ສຸກ​ແດງ​ແລ້ວ​ມາ​ຝານ​ເປັນ​ແຜ່ນ​ບາງໆຈາກ​ນັ້ນ​ນຳ​ມາ​ຖູ​ໃຫ້​ທົ່ວ​ໃບ​ໜ້າ ປະ​ໄວ້​ປະ​ມານ 15 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນພຽງ​ເທົ່າ​ນີ້​ສິວ​ອຸດ​ຕັນ​ກໍ​ຍຸບ​ຕົວ​ລົງ ແລະ ​ມີ​ຫົວ​ໃຫ້​ເຮົາ​ພໍ​ກຳຈັດ​ມັນ​ອອກ​ມາ​ໄດ້(ຖ້າ​ເຈົ້າ​ເປັນ​ຄົນ​ຜິວ​ແຫ້ງ ຫລັງ​ເຮັດ​ແລ້ວ​ໜ້າ​ຕຶງ​ຫລາຍ ກໍ​ຄວນ​ເວັ້ນ​ໄລ​ຍະ​ການເຮັດ​ຈາກ​ອາທິດ​ລະ​ເທື່ອ​ເປັນ​ສອງ​ອາທິດ​ໜຶ່ງ​ເທື່ອ​ແທນ)
    3. ເປືອກ​ໝາກກ້ຽງ ຫລື​ ເປືອກ​ໝາກ​ນາວ​ປະສົມ​ໂຍ​ເ​ກິນ ພຽງ​​ເຈົ້າ​ໃຊ້​ເປືອກ​ໝາກກ້ຽງ​ຫລື​ເປືອກ​ໝາກ​ນາວ​ທີ່​ສັບ​ລະອຽດ​ແລ້ວ​ນຳ​ມາ​ປະສົມ​ກັບ​ໂຍ​ເ​ກິລ໌ ນຳ​ມາ​ພອກ​ໜ້າ​ປະໄວ້​ປະ​ມານ 30 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ ພຽງ​ເທົ່າ​ນີ້​ກໍ​ຈະ​ສາມາດ​ຊ່ວຍ​ກຳຈັດ​ສິວ​ອຸດ​ຕັນ​ອອກ​ໄປ​ຈາກ​ໃບ​ໜ້າ​ໄດ້​
    4. ນ້ຳ​ໝາກ​ນາວ+ນ້ຳເ​ຜຶ້ງ​ອຸ່ນ ພຽງ​ແຄ່​ນຳ​ນ້ຳ​ມະ​ນາວ 3-4 ຫຍອດ ມາ​ຫຍອດ​ລົງ​ເທິງ​ນ້ຳ​ເຜຶ້ງ​ທີ່​ມີ​ອັດຕາ​ສ່ວນ​ເທົ່າ​ກັນ ຈາກ​ນັ້ນ​ນຳ​ໄປ​ແຕ້ມ​ລົງ​ເທິງ​ຫົວ​ສິວ ປະ​ເອົາ​ໄວ້ 15 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ ສູດ​ນີ້​ແນະ​ນຳ​ໃຫ້​ເຮັດ​ອາທິດ​ລະ 2-3 ເທື່ອແລ້ວ​ສິວ​ຫົວ​ດຳ​ຈະ​ຄ່ອ​ຍໆ​ຫາຍ​ໄປ​
    5. ມັນ​ຝຮັ່ງ ພຽງ​​ນຳ​ມັນ​ຝຮັ່ງ​ດິບ​ມາ​ຝັກຈົນ​ລະອຽດ ແລ້ວທາ​​​ບໍລິເວນ​ທີ່​ເປັນ​ສິວ​ຫົວ​ດຳ ປະເອົາ​ໄວ້​ປະ​ມານ 15 ນາ​ທີແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ ພຽງ​ເທົ່າ​ນີ້​ບັນຫາ​ສິວ​ຫົວ​ດຳ​ກໍ​ຈະ​ໝົດ​ໄປ​

 

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...