Homeຄວາມງາມໜ້າ​ສົດ​ຊື່ນ​ໝົດມື້ດ້ວຍ​ສະ​ເປ​ນ້ຳ​ແຮ່

ໜ້າ​ສົດ​ຊື່ນ​ໝົດມື້ດ້ວຍ​ສະ​ເປ​ນ້ຳ​ແຮ່

Published on

27_20150624160638.

       ນ້ຳ​ແຮ່​ສີດ​ໜ້າ ຫລື ສະ​ເປ​ນ້ຳ​ແຮ່ ​ສີດ​ໜ້າສະ​ກິນ​ແຄ໌​ຜູ້​ຊ່ວຍ​ຂອງ​ສາວໆທີ່​ຫລົງ​ຮັກ​ຄວາມ​ສົດ​ຊື່ນ​ລະຫວ່າງ​ມື້ ນ້ຳ​ແຮ່​ຈາກ​ທຳມະຊາດ​ອຸດົມ​ໄປ​ດ້ວຍ​ແຮ່ທາດ​ທີ່​ເປັນ​ປະໂຫຍດ ນ້ຳ​ແຮ່ຈຶ່ງ​ຖືກ​ນຳ​ມາ​ເປັນ​ສ່ວນຫນຶ່ງ​ໃນ​ການ​ເບິ່ງແຍງ​ຜິວໃນ​ຜະລິດຕະພັນ​ບຳ​ລຸງ​ຜິວ ລວມ​ເຖິງ​ນຳ​ມາ​ເປັນ​ສະ​ເປ​ສີດ​ໜ້າ
– ສີດ​ຕອນ​ການ​ແຕ່ງ​ໜ້າ ເລືອກ​ສີດ​ກ່ອນ​ລົງ​ຮອງ​ພື້ນ ຈະ​ຊ່ວຍ​ໃຫ້​ຮອງ​ພື້ນ​ຕິດ​ທົນ​ດົນ​ຫລາຍ​ຂຶ້ນ​ແລະ​ເມກ​ອັບ​ຕິດ​ທົນ​ຕະຫລອດ​ທັງ​ມື້​ແຕ່​ຖ້າ​ສີດ​ລະຫວ່າງ​ມື້​ຈະ​ຊ່ວຍ​ໃຫ້​ຜິວ​ໜ້າ​ສົດ​ຊື່ນ ຜິວ​ໄດ້ຮັບ​ນ້ຳ ແລະ​ຜິວ​ກໍ​ບໍ່​ເຮັດວຽກ​ໜັກ​ຈົນ​ເກີນ​ໄປ
– ບັນ​ເທົາ​ອາການ​ຜິວ​ໄໝ້ ໃຊ້​ສະ​ເປ​ນ້ຳ​ແຮ່​ຊ່ວຍ​ບັນ​ເທົາ​ອາການ​ແສບ​ຮ້ອນ​ໄດ້​ທັນ​ທີ
– ລຸດ​ການ​ລະ​ຄາຍ​ເຄືອງ
– ຊ່ວຍໃຫ້​ເຄື່ອງ​ສຳ​ອາງະ​ໃຫ້​ຕິດ​ທົນ​ດົນ
– ເພີ່ມ​ຄວາມ​ສົດ​ຊື່ນ​ລະຫວ່າງ​ມື້
– ການ​ສີດ​ລະຫວ່າງ​ມື້ ເຮັດໃຫ້​ຜິວ​ເກັບ​ຮັກສາຄວາມ​ຊຸ່ມ​ຊື່ນ​ໄດ້​ຕະຫລອດ​ມື້
– ສະ​ເປ​ນ້ຳ​ແຮ່​ເປັນ​ຜະລິດຕະພັນ​ທີ່​ເໝາະ​ກັບ​ທຸກ​ເພດ​ທຸກ​ໄວ
– ຜູ້​ຊາຍ​ກໍ​ໃຊ້​ໄດ້ ຍິ່ງ​ຫລັງ​ການ​ແຖ​ໜວດ ຊ່ວຍ​ເຮັດໃຫ້​ບໍ່​ແສບ​ຜິວ
      ການ​ສີດ​ນ້ຳ​ແຮ່​ເທິງ​ໃບ​ໜ້າ ຫ່າງ​ຈາກ​ໃບ​ໜ້າ​ປະ​ມານ 1  ເພື່ອ​ໃຫ້​ລະ​ອອງ​ຂອງ​ນ້ຳ​ກະ​ຈາຍ​ໃຫ້​ທົ່ວ​ຜິວ​ໜ້າ ແລະ​ສຳ​ຜັດ​ເທິງ​ຜິວ​ໜ້າ​ຢ່າງ​ບາງ​ເບົາ​ທີ່ສຸດ ເມື່ອ​ສີດ​ແລ້ວ ເອົາ​ທິດ​ຊູ່​ມາ​ຊັບ​ຜິວ​ເບົາໆເພື່ອ​ບໍ່​ໃຫ້​ນ້ຳ​ເທິງ​ຜິວ​ລະ​ເຫຍ​ອອກ​ໄປ​ຫມົດ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...