spot_img
Homeຂ່າວການສຶກສາສປປ ລາວ ປະກາດຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດ ຢ່າງເປັນທາງການ

ສປປ ລາວ ປະກາດຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດ ຢ່າງເປັນທາງການ

Published on

pathom

ຂປລ. ພິທີໂຮມຊຸມນຸມປະກາດຈົບຊັ້ນປະຖົມສຶກສາບໍາລຸງທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2015 ທີ່ຫໍປະຊຸມແຫ່ງຊາດ, ໂດຍເປັນກຽດ​ເຂົ້າ​ຮ່ວມ ມີທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ບັນດາການນໍາພັກ-ລັດ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງ-ຮອງເຈົ້າແຂວງ, ປະທານ, ຮອງປະທານ ອົງການທຽບເທົ່າ, ທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດຣ. ພັນຄໍາ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານ ໃຫ້ຮູ້ວ່າ: ຕະຫລອດ ໄລຍະທີ່ຜ່ານມາ ນັບທັງກ່ອນ ແລະ ຫລັງປົດປ່ອຍ ປະເທດຊາດ ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ວຽກງານການສຶກສາ ນັບທັງການສຶກສາ ໃນລະບົບໂຮງຮຽນ ແລະ ນອກລະບົບໂຮງຮຽນ. ຖືເອົາການສຶກສາໄປກ່ອນວຽກງານອື່ນ ບາດກ້າວໜຶ່ງ ແລະ ເປັນວຽກບູລິມະສິດ ໃນການພັດທະນາຄົນ ເປັນປັດ​ໄຈຕັດສິນ ໃນການພັດທະນາ ສ້າງສາປະເທດຊາດ, ຖືເອົາການສຶກສາ ແມ່ນໜ້າທີ່ ຄວາມຮັບຜິດຊອບ ຂອງໝົດ ທຸກຄົນ ໃນທົ່ວສັງຄົມ, ເຮັດໃຫ້ໝົດທຸກຄົນ ໃນສັງຄົມ ໄດ້ຮັບການສຶກສາ ແລະ ມີລະດັບການສຶກສາສູງຂຶ້ນ ໂດຍຜ່ານຂະບວນ ການຮຽນ-ການສອນ ດ້ວຍຫລາຍຮູບແບບ, ຫລາຍວິທີການ ໃນນັ້ນ ສປປ ລາວ ໄດ້ສໍາເລັດ ການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ໃນການຈັດຕັ້ງ ການຮຽນ-ການສອນ ບໍາລຸງ ຍົກລະດັບການສຶກສາ ໃຫ້ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ເຊິ່ງມາຮອດປັດຈຸບັນ ປະຊາກອນ ໃນເກນອາຍຸ 15-45 ປີ ໄດ້ລົບລ້າງຄວາມ ບໍ່ຮູ້ໜັງສື ແລະ ຈົບຊັ້ນປະຖົມບໍາລຸງ ເຖິງ640.743  ຄົນ, ຍິງ 338.739 ຄົນ. ນອກຈາກ​ນັ້ນ, ໄປຄຽງຄູ່ກັບການຈັດຕັ້ງ ການຮຽນ-ການສອນ ລົບລ້າງ ຄວາມບໍ່ຮູ້ໜັງສື ແລະ ບໍາລຸງ ຊັ້ນປະຖົມ ໃຫ້ປະຊາຊົນ ບັນດາເຜົ່າ ໃນກຸ່ມເປົ້າໝາຍແລ້ວ ຍັງໄດ້ສືບຕໍ່ ຈັດຕັ້ງການຮຽນ-ການສອນ ບໍາລຸງຍົກລະດັບ ຈົບຊັ້ນມັດທະຍົມ ສຶກສາຕອນຕົ້ນ ແລະ ຕອນປາຍ ຢ່າງຕໍ່ເນື່ອງ ເຊິ່ງມາຮອດປັດຈຸບັນມີ 45 ເມືອງ ໄດ້ປະກາດຈົບຊັ້ນມັດທະຍົມ ຕອນຕົ້ນທົ່ວເມືອງ ແລະ ມີ 1 ແຂວງ ຄື ແຂວງໄຊຍະບູລີ ທີ່ໄດ້ປະກາດໄປ ໃນຕົ້ນປີ 2015 ທີ່ ຜ່ານມາ ແລະ ເປັນແຂວງທໍາອິດ ​ໃນ​ທົ່ວ​ປະ​ເທດ.

ທ່ານ ກ່າວຕື່ມວ່າ: ຫລັງປີ 2015 ສປປ ລາວ ຍັງຈະໄດ້ສືບຕໍ່ພັດທະນາການສຶກສາຕາມທິດແບບຍືນຍົງ ແລະ ການຮຽນຮູ້ຕະຫລອດຊີວິດ, ໂດຍເລັ່ງໃສ່ຍົກລະດັບການສຶກສາ ໃຫ້ພົນລະເມືອງລາວ ຈົບການສຶກສາພາກບັງຄັບ 9 ປີຮຽນ ດ້ວຍການຈັດການຮຽນ-ການສອນ ການບໍາລຸງຍົກລະດັບ ໃຫ້ປະຊາຊົນ ໃນຮູບແບບການສຶກສານອກໂຮງຮຽນເປັນປົກກະຕິຄຽງຄູ່ກັບ ໃນລະບົບໂຮງຮຽນ, ໂດຍການເອົາຜູ້ທີ່ຕົກຫລົ່ນ, ບໍ່ຈົບຊັ້ນປະຖົມໃຫ້ຈົບຊັ້ນປະຖົມ ແລ້ວສືບຕໍ່ບໍາລຸງໃຫ້ຈົບມັດທະຍົມ ແລະ ສູງກວ່ານັ້ນ. ພ້ອມນັ້ນ ກໍສອນ ໃຫ້ຜູ້ຮຽນ ມີຄວາມຮູ້ຕິດພັນກັບ ການຮຽນຮູ້ ໃຫ້ມີວິຊາຊີບ ໃດໜຶ່ງທີ່ໝັ້ນຄົງ, ນໍາເອົາຄວາມຮູ້ ໄປພັດທະນາ ຄຸນນະພາບຊີວິດ ໃຫ້ດີຂຶ້ນ, ໄປພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ໃຫ້ຈະເລີນກ້າວໜ້າ ຂຶ້ນເລື້ອຍໆ.

ໃນ​ພິທີ​ດັ່ງກ່າວ ທ່ານ ຈູມມາລີ ໄຊຍະສອນ ປະທານ ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້​ໃຫ້​ປະກາດ ລົບລ້າງ ​ຄວາມ​ບໍ່​ຮູ້​ໜັງສື​ທົ່ວ​ປະ​ເທດ​, ​​ໂດຍທ່ານ ກ່າວວ່າ: ຜ່ານຂະບວນວິວັດ ການຮຽນ-ການສອນ ໂດຍສະເພາະ ການຮຽນ-ການສອນ ນອກໂຮງຮຽນ ຂອງປະເທດເຮົາ ໄດ້ດໍາເນີນມາຢ່າງ ລະອິດລະອ້ຽວ ທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການ. ພາຍໃຕ້ການນໍາພາ ຂອງພັກ ແລະ ລັດຖະບານ ດ້ວຍຄວາມຮັບຜິດຊອບ ຂອງທຸກພາກສ່ວນ ໃນສັງຄົມ ແລະ ການສະໜັບສະໜູນ ດ້ານງົບປະມານ ຂອງລັດຖະບານ ແລະ ຈາກອົງການ ຈັດຕັ້ງສາກົນ. ມາຮອດມື້ນີ້ ພັກ-ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ໄດ້ມີຄວາມເອກອ້າງ ທະນົງໃຈ ຕໍ່ຜົນສໍາເລັດ ຂອງການສຶກສາ, ໂດຍສະເພາະແມ່ນ ການສຶກສານອກ ໂຮງຮຽນ ເຊິ່ງພົນລະເມືອງລາວ ໄດ້ມີລະດັບ ການສຶກສາ ຈົບຊັ້ນ ປະຖົມ ສຶກສາບໍາລຸງ ໃນນາມປະທານ ປະເທດ ແຫ່ງ ສປປ ລາວ ປະກາດໃຫ້ພໍ່ແມ່ ພີ່ນ້ອງຊາວລາວ ທົ່ວປະເທດ, ຊາວລາວ ອາໄສຢູ່ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດ ໃນໂລກຮັບຊາບວ່າ ສປປ ລາວ ໄດ້ບັນລຸ ເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາ ຕາມຄາດໝາຍ ຂອງເປົ້າໝາຍ ການສຶກສາໂລກ.

ໃນໂອກາດ​ນີ້ ທ່ານ ຈູມມາລີ ໄຊຍະສອນ ກໍໄດ້ໃຫ້ກຽດຂຶ້ນລັ່ນຄ່ອງ 9 ບາດ ເພື່ອເປັນສີລິມຸງຄຸນ ກ່າວປະກາດຈົບຊັ້ນປະຖົມສຶກສາບໍາລຸງທົ່ວປະເທດຢ່າງເປັນທາງການ, ພ້ອມນັ້ນທ່ານ ໄດ້ປະດັບຫລຽນຄໍາແຫ່ງຊາດ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ຕື່ມອີກ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...